Homeສຸຂະພາບ ແລະ ສີ່ງແວດລ້ອມຮູ້ຫຼືບໍ່? “ປັດສະວະ” ບອກເຖິງບັນຫາສຸຂະພາບ

ຮູ້ຫຼືບໍ່? “ປັດສະວະ” ບອກເຖິງບັນຫາສຸຂະພາບ

Published on

ປົກກະຕິຄົນເຮົາມັກຈະເບິ່ງຂ້າມຄວາມສໍາຄັນຂອງເລື່ອງການສັງເກດປັດສະວະຢູ່ຕະຫຼອດ ຄວາມເປັນຈິ່ງແລ້ວຄວາມຜິດປົກກະຕິຂອງປັດສະວະນັ້ນ

ສາມາດບົ່ງບອກພາວະທີ່ຈະເກີດຂຶ້ນກັບຮ່າງກາຍໄດ້ ແລະເພື່ອໃຫ້ທ່ານສາມາດຮັບມື້ກັບປັດສະວະທີ່ປ່ຽນໄປໄດ້ຫຼາຍຂຶ້ນອີກດ້ວຍ ເຮົາມີວິທີກວດສອບປັດສະວະດ້ວຍຕົນເອງຄື:

1 ກວດຄວາມຖີ່ຂອງປັດສະວະ

ໂດຍປົກກະຕິເເລ້ວໃນເວລາກາງເວນຄົນທົ່ວໄປຄວນຈະມີປັດສາວະປະມານ 4-6 ຄັ້ງ ແຕ່ຫາກນ້ອຍກວ່ານັ້ນ ຫຼືບໍ່ປວດປັດສະວະເລີຍ ກໍ່ອາດເປັນຕົວບົ່ງບອກໄດ້ວ່າທ່ານກໍາລັງເປັນໂລກໄຕໄລຍະເລີ່ມຕົ້ນຢູ່ ລວມເຖິງໂລກຫົວໃຈດ້ວຍ ຊຶ່ງເກີດຈາກການທີ່ເລືອດໄຫຼວຽນໄປທີ່ໄຕບໍ່ພຽງພໍນັ້ນເອງ ຫຼືອາດເກີດຈາກທີ່ຮ່າງກາຍຂອງທ່ານຂາດນໍ້າຈໍານວນຫຼາຍ ສ່ວນໃນເວລາກາງຄືນນັ້ນຄວນຈະມີປັດສາວະບໍ່ເກີນ 1 ຄັ້ງ ແຕ່ຫາກຕື່ນມາມີປັດສະວະຢູ່ເລື້ອຍໆ ອາດເປັນຕົວສະແດງການເກີດໂລກເຊັ່ນ: ການຂາດຮໍໂມນ Aldosterone ລວມໄປເຖິງການເກີດໂລກເບົາຈືດອີກດ້ວຍ.

2 ກວດເບິ່ງສີຂອງປັດສະວະ

ໂດຍປົກກະຕິແລ້ວ ປັດສາວະຄວນມີສີເຫຼືອງອ່ອນໆ ແຕ່ກໍ່ມີໂອກາດປ່ຽນໄດ້ຫຼາຍສີເຊັ່ນ: ໃນກໍລະນີການຂາດນໍ້າ ປັດສະວະຈະມີສີເຂັ້ມຂຶ້ນກວ່າປົກກະຕິ ຫຼືໃນກໍລະນີທີ່ປັດສາວະມີສີອື່ນກໍ່ສາມາດບົ່ງບອກໄດ້ເຖິງຄວາມຜິດປົກກະຕິໃນຮ່າງກາຍໄດ້ເຊັ່ນ: ສີແດງ, ຫຼືມີສີເລືອດປົນ ຊຶ່ງອາດໝາຍເຖິງການຕິດເຊື້ອໂລກບໍລິເວນທາງເດີນປັດສະວະ ຫຼືຈາກໜິ້ວໄດ້ ສີຂຽວ ຫຼືສີເຫຼືອງປົນສີສົ້ມ ອາດໝາຍເຖິງການເປັນໂລກເລືອດທີ່ມີການແຕກຕົວຂອງເມັດເລືອດແດງຫຼາຍກໍ່ເປັນໄດ້ ສີເຫຼືອງປົນສີຂຽວອາດມາຍເຖິງການເປັນໂລກຕັບ ຊຶ່ງຖ້າເກີດອາການແບບນີ້ກັບຮ່າງກາຍທ່ານ ຄວນຮີບທໍາການຮັກສາໂດຍໄວ.

3 ກິ່ນຂອງປັດສະວະ

ໂດຍປົກກະຕິແລ້ວກິ່ນຂອງປັດສະວະທົ່ວໄປ ຈະຄ້າຍກັບກິ່ນຂອງຢູເຣຍ ຫຼືແອມໂມເນຍຈາງໆ ຊຶ່ງຖືວ່າເປັນກິ່ນສະເພາະຕົວຂອງມັນນັ້ນເອງ ແຕ່ຫາກພົບວ່າປັດສະວະມີກິ່ນຜິດປົກກະຕິໄປເຊັ່ນ: ມີກິ່ນຄ້າຍເໝັນເນົ່າ ກໍ່ເປັນໄປໄດ້ວ່າອາດມີການຕິດເຊື້ອໂລກເກີດຂຶ້ນໄດ້.

ຂໍ້ມູນຈາກ: http://www.sedthakid.la/

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...