Homeຂ່າວຕ່າງປະເທດແຫ້ງແລ້ງໜັກ! ເວເນຊູເອລາ ຂາດແຄນໄຟຟ້າໃຊ້ ພາກລັດຫລຸດມື້ເຮັດວຽກລົງ ເຫລືອ 2 ມື້ຕໍ່ອາທິດ!

ແຫ້ງແລ້ງໜັກ! ເວເນຊູເອລາ ຂາດແຄນໄຟຟ້າໃຊ້ ພາກລັດຫລຸດມື້ເຮັດວຽກລົງ ເຫລືອ 2 ມື້ຕໍ່ອາທິດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ເມສາຜ່ານມານີ້ວ່າ ປະເທດເວເນຊູເອລາ ກຳລັງປະເຊີນກັບ ສະພາວະໄພແລ້ງຮຸນແຮງ ເຮັດໃຫ້ລະດັບນ້ຳໃນເຂື່ອນກູຣີ ຊຶ່ງເປັນເຂື່ອນຜະລິດໄຟຟ້າຫລັກ ກວມປະມານ 70% ຂອງກຳລັງການຜະລິດທັງໝົດໃນປະເທດ ມີລະດັບຫລຸດລົງເຖິງຕ່ຳທີ່ສຸດ ຂອງຂີດຄວາມສາມາດ ໃນການເດີນເຄື່ອງຜະລິດໄດ້ ສົ່ງຜົນໃຫ້ທົ່ວປະເທດ ກຳລັງປະສົບກັບບັນຫາຂາດແຄນ ພະລັງງານໄຟຟ້າຢ່າງໜັກ ຈົນເຮັດໃຫ້ລັດຖະບານເວເນຊູເອລາ ປະກາດໃຫ້ພະນັກງານ-ລັດຖະກອນ ເຮັດວຽກພຽງແຕ່ 2 ມື້ຕໍ່ອາທິດ ຄືວັນຈັນ ແລະ ວັນອັງຄານເທົ່ານັ້ນ ສ່ວນວັນອື່ນໆ ແມ່ນໃຫ້ເປັນວັນພັກ ເພື່ອປະຢັດການນຳໃຊ້ໄຟຟ້າ.

ນອກຈາກນັ້ນ, ທາງການຍັງປະກາດງົດຈ່າຍກະແສໄຟຟ້າ ມື້ລະ 4 ຊົ່ວໂມງ ໃນເຂດພື້ນທີ່ 10 ລັດ ຈາກທັງໝົດ 23 ລັດທົ່ວປະເທດ ເປັນເວລາ 40 ວັນ ນັບຕັ້ງແຕ່ວັນທີ 25 ເມສາ 2016 ເປັນຕົ້ນມາ.  ພ້ອມກັນນັ້ນ, ລັດຖະບານ ຍັງໃຊ້ມາດຕະການ ອອກຄຳສັ່ງໃຫ້ຮ້ານສັບພະສິນຄ້າ ປິດໄວກ່ອນໂມງປົກກະຕິອີກດ້ວຍ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...