Homeຂ່າວຕ່າງປະເທດປາກຽວຕົກໃຈທີ່ຜູ້ນຳຟິລິບປິນອ້າງວ່າອາບູໄຊຢາຟມີແຜນລັກພາຕົວ

ປາກຽວຕົກໃຈທີ່ຜູ້ນຳຟິລິບປິນອ້າງວ່າອາບູໄຊຢາຟມີແຜນລັກພາຕົວ

Published on

ສຳນັກຂ່າວຕ່າງປະເທດລາຍງາຍວ່າ: ແມນນີ ປາກຽວ ນັກຊົກຂວັນໃຈຟິລິບປິນ ກ່າວສະແດງຄວາມຕົກໃຈໃນມື້ນີ້ກັບຄຳຖະແຫຼງທີ່ປະທານາທິບໍດີເບນິໂຢ ອາຄິໂນ ອ້າງວ່າ ກຸ່ມຕິດອາວຸດອາບູໄຊຢາຟວາງແຜນລັກພາຕົວລາວ ຊຶ່ງປາກຽວກ່າວວ່າ ບໍ່ຄວນນຳເລື່ອງນີ້ມາເປີດເຜີຍຕໍ່ສາທາລະນະ.

ປະທານາທິບໍດີອາຄິໂນມີຖະແຫຼລງການເມື່ອວັນພຸດໂດຍຢໍ້າວ່າ ກຸ່ມຕິດອາວຸດອາບູໄຊຢາຟ ຊຶ່ງເປັນທີ່ຮູ້ຈັກຈາກການລັກພາຕົວ ແລະ ຮຽກຄ່າໄຖ່ທີ່ຫາກໍ່ຕັດຄໍຕົວປະກັນຊາວການາດາໃນອາທິດນີ້ ມີແຜນລັກພາຕົວປາກຽວ ແລະ ລູກຂອງລາວ, ຢ່າງໃດກໍ່ຕາມ ນັກມວຍຄົນດັງບອກວ່າ ລາວຕົກໃຈທີ່ຜູ້ນໍາຟິລິບປິນກ່າວເລື່ອງນີ້ຂຶ້ນມາໃນຖະແຫຼງການວ່າ ກຸ່ມອາບູໄຊຢາຟຕ້ອງການລັກພາຕົວລາວ ທັງທີ່ຊາວຟິລິບປິນທຸກຄົນຄືເພື່ອນຂອງລາວ ແລະ ລາວຮັກທຸກຄົນ ໂດຍສະເພາະຊາວມຸດສະລິມ, ຢ່າງໃດກໍ່ຕາມ ປາກຽວກ່າວວ່າລາວໄດ້ເພີ່ມຄວາມຄຸ້ມກັນສຳລັບພັນລະຍາ ແລະ ລູກທັງ 5 ຄົນທີ່ບ້ານເກີດໃນເມືອງເຈເນີຣັລຊາໂຕສ ຊຶ່ງເປັນພື້ນທີ່ຂັດແຍ່ງເທິງເກາະມິນດາເນົາທາງພາກໃຕ້ຂອງຟິລິບປິນ.

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...