HomeມູມໄອທີລາວHonor 5C ເປີດໂຕຢ່າງເປັນທາງການ ເຜີຍສະເປັກ Kirin 650 ນຳ!!

Honor 5C ເປີດໂຕຢ່າງເປັນທາງການ ເຜີຍສະເປັກ Kirin 650 ນຳ!!

Published on

ຖືໄດ້ວ່າເປັນການເປີດໂຕກ່ອນທີ່ Huawei P9 Lite ຈາກບໍລິສັດແມ່ຈະເປີດໂຕກໍເວົ້າໄດ້ ແລະການເປີດໂຕຢ່າງເປັນທາງການນີ້ເອງແມ່ນຢູ່ທີ່ປະເທດຈີນ ດ້ວຍຊື່ລຸ້ນວ່າ Honor 5C. Honor ແມ່ນເປັນບໍລິສັດລູກຂອງ Huawei ທີ່ແຍກອອກມາສ້າງຜະລິດຕະພັນເປັນຂອງໂຕເອງ ໂດຍໃຊ້ຊື່ Honor ເປັນຊື່ໃນການເຮັດຕະຫຼາດໃນປັດຈຸບັນ.

image

ສຳລັບສະເປັກຂອງ Honor 5C ແມ່ນມາພ້ອມກັບໜ້າຈໍຂະໜາດ 5.2 ນິ້ວ, ເຊິ່ງໃຊ້ຈໍ IPS LCD ້ຄວາມລະອຽດ 1920 x 1080 ພິກເຊວ (FHD). ໃຊ້ງານຊິບປະມວນຜົນລະດັບກາງໂຕໃໝ່ຫຼ້າສຸດແບບ Kirin 650 ເປັນຊິບແບບ octa-core (4xCortex-A53@2.0GHz + 4xCortex-A53@1.7GHz) ແລະໃຊ້ງານຊິບປະມວນຜົນກຣາບຟິກ Mali 830 MP2 (ບໍ່ແນ່ໃຈ), ມາພ້ອມກັບ RAM 2GB. ພື້ນທີ່ຈັດເກັບພາຍໃນໃຫ້ມາ 16GB, ສາມາດເພີ່ມ microSD ໄດ້ສູງສຸດ 128GB.

ເພີ່ມຕື່ມ: Kirin 650 ແມ່ນໃຊ້ຂະບວນຜະລິດແບບ 16nm

image

ໃນສ່ວນຂອງກ້ອງຫຼັງແມ່ນມີຄວາມລະອຽດ 13 ລ້ານພິກເຊວ ພ້ອມຄ່າຮູຮັບແສງ f/2.0, ມີແຟລັດ LED ໜຶ່ງດວງ. ສ່ວນກ້ອງໜ້ານັ້ນມີຄວາມລະອຽດ 8ລ້ານພິກເຊວ ພ້ອມຄ່າຮູຮັບແສງ f/2.0 ແລະມີສະແກນລາຍນິ້ວມືທີ່ດ້ານຫຼັງໂຕເຄື່ອງ

image

Honor 5C ແມ່ນຮອງຮັບລະບົບ 2 ຊິມ ແລະຮອງຮັບສັນຍານການເຊື່ອມຕໍ່ແບບຄອບຄຸມ, ຮອງຮັບ 2G/3G ແລະ Cat.6 LTE (ສະເພາະເວີຊັ່ນ 4G) ຄວາມໄວດາວໂຫຼດສູງສຸດທີ່ 300Mbps ແລະຄວາມໄວອັບໂຫຼດສູງສຸດ 50Mbps. ຮອງຮັບ Bluetooth v4.1, Wi-Fi b/g/n (ບໍ່ມີ Wi-Fi ac), GPS, GLONASS ແລະ Beidou ສຳລັບການວາງຕຳແໜ່ງຈາກດາວທຽມ ແລະມີ ວິທະຍຸ FM ມາພ້ອມ.

image

ໃນດ້ານສັດສ່ວນຂອງໂຕເຄື່ອງແມ່ນ 147.1 x 73.8 x 8.3 ມມ ແລະໜັກຢູ່ທີ່ 156 ກຣາມ (ຖືວ່າໜັກກວ່າ P9 Lite), ແບັດເຕີຣີໃຫ້ມາ 3,000mAh. ຮອງຮັບພອຣດເຊື່ອມຕໍ່ Type-C ແລະ microUSB 2.0. ສຳລັບ Honor 5C ນີ້ມາພ້ອມກັບລະບົບ Android 6.0 Marshmallow ລຸ້ນຫຼ້າສຸດ ແລະທັບດ້ວຍ EMUI 4.1.

ສຳລັບຕອນນີ້ແມ່ນເປີດໃຫ້ສັ່ງຈອງແລ້ວທີ່ປະເທດຈີນ ແລະຈະຈຳໜ່າຍໃນວັນທິ 5 ພຶດສະພານີ້, ລາຄາເລີ່ມຕົ້ນສຳລັບໂມເດວ 3G ຂອງ Honor 5C ແມ່ນ 899 ຢວນ (1.126.000 ກີບ), ສ່ວນໂມເດວ 4G ຍັງບໍ່ມີຂໍ້ມູນ ແມ່ນ 999 ຢວນ (1.250.000 ກີບ). ລວມໄປເຖິງ ສຳລັບຂໍ້ມູນກ່ຽວກັບລຸ້ນວາງຈຳໜ່າຍໃນທົ່ວໂລກຍັງບໍ່ມີປະກາດອອກມາແຕ່ຢ່າງໃດ

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...