spot_img
Homeນານາສາລະສູດການປະສົມເຫຍື່ອຕຶກປາ (ຊິດເບັດ) ໃຫ້ໄດ້ປາທຸກຊະນິດ

ສູດການປະສົມເຫຍື່ອຕຶກປາ (ຊິດເບັດ) ໃຫ້ໄດ້ປາທຸກຊະນິດ

Published on

ວັນນີ້ລາວໂພສຕ໌ມີ ສູດການປະສົມເຫຍື່ອຕຶກປາທຸກຊະນິດ ມາຝາກກັນ ຮັບຮອງວ່າສູດດັ່ງກ່າວນີ້ໄດ້ຜົນຢ່າງແນ່ນອນ ແລະ ຫວັງວ່າຈະຖືກໃຈກັບບັນດາຄໍຕຶກປາ ຫຼື ມັກຊິດເບັດທັງຫຼາຍ

1363534108

ສູດໝາກພ້າວສາມແດດ
ສ່ວນປະສົມ: ໝkກພ້າວຂູດ 1 ກິໂລ, ຮຳອ່ອນ 2 ກິໂລ, ເກັດຂະໜົມປັງ 1 ກິໂລ, ກາກຖົ່ວເຫຼືອງ ແລະ ນົມຖົ່ວເຫຼືອງ
ວິທີເຮັດ: ນຳໝາກພ້າວກັບເກັດຂະໜົມປັງນັ້ນມາຮ່ອນກ່ອນ ຈາກນັ້ນກໍ່ນຳໄປປະສົມກັບຮຳອ່ອນ, ຄົນໃຫ້ເຂົ້າກັນແລ້ວຕື່ມກາກຖົ່ວເຫຼືອງ ແລະ ນ້ຳນົມຖົ່ວເຫຼືອງ ໃນປະລິມານທີ່ພໍດີ ຢ່າໃຫ້ເຫຍື່ອແຫຼວ ຫຼື ແຂງເກີນໄປ ແລ້ວນຳໃສ່ຖົງຢາງມັດໄວ້ປາກຖົງໃຫ້ແໜ້ນ ປະໄວ້ເປັນເວລາ 3 ວັນ ຈິ່ງຄ່ອຍນຳອອກມາໃຊ້
ຊະນິດປາທີ່ໄດ້ແມ່ນ ປະເພດປາມີເກັດທຸກຊະນິດ

ສູດໃສ້ໄກ່ດອງ
ສ່ວນປະສົມ: ໃສ້ໄກ່ດີໆ 1 ກິໂລ, ໄຂ່ເປັດ 5 ໜ່ວຍ ເກືອປົ່ນ 3 ບ່ວງແກງ ຮຳອ່ອນໜ້ອຍໜຶ່ງ
ວິທີເຮັດ: ນຳໃສ້ໄກ່ມາລ້າງໃຫ້ສະອາດແລ້ວຊອຍເປັນຕ່ອນນ້ອຍໆ ຈາກນັ້ນກໍ່ນຳມາຄັ້ນໃສ່ໄຂ່ເປັດແລ້ວຕື່ມເກືອລົງໄປ ຕື່ມຮຳອ່ອນລົງໄປໜ້ອຍໜຶ່ງ ຂົນເຂົ້າກັນ ຈາກນັ້ນກໍ່ໝັກໄວ້ປະມານ 4-5 ວັນ ຈິ່ງນຳອອກໄປໃຊ້
ຊະນິດປາທີ່ໄດ້ແມ່ນ ປະເພດປາໜັງ ໂດຍສະເພາະປາກົດມັນມັກຫຼາຍ

ສູດແປ້ງດິບ
ສ່ວນປະສົມ: ແປງໝັກ 1 ກິໂລ ທີ່ຫາຊື້ໄດ້ຕາມຕະຫຼາດ ມາເຮັດການບີບໃຫ້ແຕກ ພ້ອມໃຊ້ຮຳທີ່ຮ້ອນໄວ້ແລ້ວໜ້ອຍໜຶ່ງຖອກລົງໄປ ຕອກໄຂ່ໄກ່ 5 ໜ່ວຍລົງໄປ ຈາກນັ້ນກໍ່ຄົນໃຫ້ເຂົ້າກັນ ແລ້ວເຕີມນົມຈືດລົງໄປກະປະມານໃຫ້ພໍດີ ບໍ່ໃຫ້ເຫຍື່ອແຫຼວເກີນໄປ ແລະ ແຂງເກີນໄປ ຈາກນັ້ນກໍ່ໄປໃຊ້ໄດ້ທັນທີ ສູດນີ້ບໍ່ຄວນໝັກໄວ້ເດັດຂາດ
ຊະນິດປາທີ່ໄດ້ແມ່ນ: ທັງປາໜັງ ແລະ ປາເກັດໃຊ້ໄດ້ໝົດເລີຍ

ມັກເຮັດສູດໃດທີ່ຄິດວ່າຖືກກັບຄວາມຕ້ອງການຂອງຕົນເອງ ກໍ່ເລືອກເຮັດເອົາເດີ້

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...