ເຜີຍຄວາມງົດງາມຂອງຖໍ້ານໍ້າລອດເຊບັ້ງໄຟ

ແຂວງຄຳມ່ວນ ຂຶ້ນຊື່ລືຊາເລື່ອງຖໍ້າ ໂດຍສະເພະກໍແມ່ນຖໍ້າກອງລໍ-ນາຕານ ທີ່ ເມື່ອງຄູນຄຳ ນັບແຕ່ເປີດເປັນສະຖານທີ່ທ່ອງທ່ຽວນັບແຕ່ ປີ2002 ເປັນຕົ້ນມາ ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມສະຖານທີ່ດັ່ງກ່າວເພີ່ມຂຶ້ນໃນແຕ່ລະປີ ຈາກບໍ່ຮອດ100ຄົນໃນປີ2002 ເພີ່ມຂຶ້ນເປັນຫລາຍກວ່າ 10 ພັນຄົນ ໃນປີຜ່ານມາ.

ນອກຈາກຖໍ້າກອງລໍ-ນາຕານແລ້ວ ຄວາມມະຫັດສະຈັນຂອງດິນແດນແຫ່ງນີ້ ຍັງມີໃຫ້ກ່າວ ຂານຂຶ້ນອີກ ເມື່ອຖໍ້ານໍ້າລອດເຊບັ້ງໄຟ ທີ່ເມືອງບົວລະພາ ໄດ້ເຜີຍສູ່ສາຍຕາສັງຄົມ ໃນໄລຍະ ສາມສີປີຜ່ານມາ ເຮັດໃຫ້ຊ່າງພາບລະດັບໂລກຂອງຕ່າງປະເທດເດີນທາງມາຖ່າຍຮູບ ສະຖານທີ່ແຫ່ງນີ້ ຫລາຍຄະນະມາແລ້ວ ເຊິ່ງຫລາຍທ່ານອາດເຄີຍເຫັນຮູບໃນອິນເຕີເນັດ.

17

ຖ້ຳນ້ຳລອດເຊບັ້ງໄຟ ນອນຢູ່ໃນສ່ວນໜຶ່ງຂອງເຂດການອະນຸລັກປ່າສະຫງວນແຫ່ງຊາດ ຫີນຫນາມຫນໍ່ ເຊິ່ງເປັນບ່ອນອາໄສຂອງສັດປ່າທີ່ຫາຍາກ, ລວມທັງ ໂຄ້ງຂາແດງ ແລະ ສັດປ່າຊະນິດອື່ນໆ ໂດຍສະເພາະນົກກົກອີກ4ສາຍພັນ, ປັດຈຸບັນລັດຖະບານກຳລັງສະເໜີເຂົ້າເປັນ ມໍລະດົກໂລກ.

ການເດີນທາງພວກເຮົາເລີ່ມຈາກນະຄອນຫລວງວຽງຈັນ ຕາມເສັ້ນທາງເລກທີ12 ຜ່ານເມືອງມະຫາໄຊ, ຍົມມະລາດ ແລ້ວຮອດຫລັງຄັງ (ເປັນທາງປູຢາງ). ຈາກນັ້ນລ້ຽວຂວາທີ່ຕະຫລາດຫຼັງຄັງ ແລ່ນຕາມເສັ້ນທາງປະ ຫວັດສາດ(ເສັ້ນທາງໂຮ່ຈິມິນ) ທີ່ສອງຂ້າງທາງເຕັມໄປດ້ວຍຂຸມລະເບີດ ເຊິ່ງຄົນທ້ອງຖິ່ນມັກເອີ້ນ ວ່າ “ເສັ້ນທາງ 3 ພັນຂຸມ” (ເປັນເສັ້ນທາງດິນແດງ) ປະມານ 40 ກິໂລແມັດ ກໍ່ເຖິງຕົວເມືອງບົວລະພາ ແລ້ວສືບຕໍ່ເດີນທາງໄປບ້ານໜອງປີງ(ຈຸດທີ່ຕັ້ງຂອງຖໍ້າ)ປະມານ 14 ກິໂລແມັດຮອດເປົ້າໝາຍ.

ຖ້ຳນ້ຳລອດເຊບັ້ງໄຟ ມີທາງເຂົ້າຢູ່ເທິງພູ ຢູ່ທາງທິດເໜືອຂອງ ວັງນ້ຳປາກຖ້ຳ. ທາງເຂົ້າ ແລະ ຂະໜາດຂອງຖ້ຳແມ່ນ ນ້ອຍກວ່າຖ້ຳນ້ຳຫຼອດເຊບັ້ງໄຟ, ຜ່ານເຂົ້າໄປຈະປະທັບໃຈ ກັບຄວາມງົດງາມຂອງ ຮູບຫີນງອກ ຫີນຍ້ອຍແລະ ການກໍ່ຕົວຂອງຮູບເສົາຫີນຕ່າງໆ ຖ້ຳແງ່ນີ້ ມີຄວາມຍາວປະມານ 700 ແມັດ. ກ່ອນທີ່ຈະລົງສູ່ຖ້ຳໃຫຍ່ ໂດຍຈະຕ້ອງໄດ້ຜ່ານຜາຫີນທີ່ສູງຊັນຢູ່ພາຍໃນຖ້ຳ ອັນກວ້າງໃຫຍ່ທີ່ມີແມ່ນ້ຳໄຫຼຜ່ານ. ສະນັ້ນຕ້ອງໄດ້ກັບອອກມາທາງເກົ່າ, ພວກເຮົາເດີນທາງສູ່ຖໍ້າດັ່ງກ່າວ ດ້ວຍການຍ່າງຂ້າມນໍ້າ, ລັດປ່າແລະປີນພູ ປະມານ 40 ນາທີ ຈາກທີ່ພັກ ກໍ່ເຖິງປາກທາງເຂົ້າ ພາຍໃນຖໍ້າແຫ່ງນີ້ ຈະມີຫີນຍ້ອຍຫຼາກຫຼາຍຂະໜາດ, ສີສັນ ແລະ ຫາດຊາຍຂາວ ເຫຼື້ອມຍິບຍັບເມື່ອຕ້ອງກັບແສງໄຟ

ຖ້ຳນ້ຳລອດເຊບັ້ງໄຟ ມີຄວາມຍາວປະມານ 11 ກິໂລແມັດ, ຄວາມກວ້າງ 76 ແມັດ ແລະ ສູງ 56 ແມັດ ເປັນຖ້ຳໜຶ່ງທີ່ໃຫຍ່ທີ່ສຸດໃນໂລກທີ່ມີແມ່ນ້ຳໄຫຼຜ່ານ. ໃນຈິນຕະນາການປຽບສະເໝືອນວ່າ “ ແມ່ນ້ຳໄດ້ສູນຫາຍໄປ” ໂດຍໄຫຼລອດຜ່ານອຸມົງທີ່ຍິ່ງໃຫຍ່ໃຕ້ພູເຂົາຫີນປູນຂອງພູຫີນໜາມໜໍ່ ແມ່ນ້ຳມັນໄດ້ໄຫຼພົ້ນອອກມາປະກົດໃຫ້ເຫັນອີກຢູ່ວັງນ້ຳທີ່ກວ້າງໃຫຍ່ໃສສະອາດຢູ່ໃກ້ບ້ານໜອງປີງ.

811

ປາກທາງເຂົ້າຖໍ້າກວ້າງໃຫຍ່ ຈາກປາກຖ້ຳແມ່ນເຂົ້າໄປໄດ້ດ້ວຍເຮືອ ຈະໄດ້ພົບເຫັນຄວາມຍິ່ງໃຫຍ່ຂອງຖ້ຳຫີນປູນຄືຄວາມສະຫງ່າງາມຂອງທໍາມະຊາດທີ່ຕົກແຕ່ງດ້ວຍຫີນງອກ, ຫີນຍ້ອຍ ແລະ ຄວາມເຫຼຶ້ອມໃສແວວວາວໃນຖ້ຳໃຫ້ເຫັນຄວາມງົດງາມໜ້າມະຫັດສະຈັນທີ່ບໍ່ຄ່ອຍພົບເຫັນມາກ່ອນ. ເມື່ອປີນຂຶ້ນໄປອີກແງ່ໜຶ່ງຂອງຖ້ຳຈະໄດ້ເຫັນຄ້າຍໆຮັ່ງໄຂ່ມັງກອນ, ຫ້ອງໂຖງນີ້ຈະພາໄປສູ່ເຂດທີ່ເປັນຄ້າຍໆລະບຽງທີ່ສູງໄດ້ແນມເຫັນພາບແສງສະຫວ່າງສ່ອງສະຫຼົວເຂົ້າມາຈາກປາກຖ້ຳ. ດ້ານນອກຂອງຖ້ຳມີວັງນ້ຳເຫຼື້ອມຍິບຍັບ, ວັງນ້ຳນີ້ຢູ່ໃນລັດສະໝີ 200 ແມັດ ເຊິ່ງຊາວບ້ານໄດ້ອະນຸລັກເປັນວັງສະຫງວນ, ເປັນບ່ອນແຜ່ພັນປາ.

ຕາມຕໍານານຄວາມເຊື່ອຂອງຊາວບ້ານຖືວ່າຖ້ຳແຫ່ງນີ້ເປັນບ່ອນຢູ່ອາໄສຂອງດວງວິນຍານຜີຜູ້ຄຸ້ມຄອງຊາວບ້ານ. ຄັ້ງໜຶ່ງໃນອະດີດມີແຄນ ( ເຄື່ອງຫຼິ້ນດົນຕີພື້ນເມືອງ ) ຂອງຊາວບ້ານຫັກເພ ແລະ ໄດ້ເອົາໄປປະໄວ້ຢູ່ປາກຖ້ຳໃນຕອນເຊົ້າຂອງມື້ຕໍ່ມາພົບວ່າແຄນດັ່ງກ່າວໄດ້ຮັບການສ້ອມແປງຄືນສູ່ສະພາບເດີມ. ດວງວິນຍານດັ່ງກ່າວແມ່ນໄດ້ຮູ້ຈັກໃຫ້ຊາວບ້ານຢືມເຄື່ອງນຸ່ງຂອງຖືທີ່ງາມ ໃນເວລາມີພິທີທາງ ປະເພນີຕ່າງໆພາຍໃນບ້ານ ຈົນກະທັງມາຮອດມື້ໜຶ່ງຜູ້ທີ່ຢືມເຄື່ອງນຸ່ງໄດ້ສົ່ງເຄື່ອງຄືນໂດຍບໍ່ໄດ້ມີການຊັກໃຫ້ສະອາດ .

ນອກນີ້, ຍັງມີຄວາມເຊື່ອອີກຢ່າງໜຶ່ງວ່າ ດວງວິນຍານນີ້ໄດ້ມີຄວາມເມດຕາຄຸ້ມຄອງເຖິງແມ່ນວ່າຊາວບ້ານໄດ້ຕົກຈາກຜາຫີນໃນຂະນະທີ່ປີນຂຶ້ນເອົານົກແອ່ນ ແລະ ເຈຍຕາມຜາຫີນປາກຖ້ຳໂດຍບໍ່ເຄີຍມີຜູ້ໃດເສຍຊີວິດຍ້ອນເຫດການດັ່ງກ່າວ.

965

+ ແນະນຳການເດີນທາງ:
ເສັ້ນທາງທີ 1 ຈາກຕົວເມືອງທ່າແຂກ ໄປທາງທິດຕາເວັນອອກສ່ຽງໃຕ້ຂອງເມືອງທ່າແຂກ ຕາມເສັ້ນທາງເລກທີ່ 12 ຮອດມະຫາໄຊ ( 43 ກິໂລແມັດ) ລ້ຽວຂວາໄປຮອດທາງແຍກປ່າໜາມ (25 ກິໂລແມັດ) ລ້ຽວຊ້າຍຢູ່ປ່າໜາມໄປ (68 ກິໂລແມັດ) ຮອດເມືອງບົວລະພາ (ແຕ່ມະຫາໄຊ ຫາບົວລະພາ ເປັນທາງດິນແດງ). ຢູ່ເມືອງບົວລະພາ ເລີ່ມຈາກຫ້ອງວ່າການປົກຄອງເມືອງບົວລະພາ ລ້ຽວຊ້າຍໄປປະມານ ( 230 ແມັດ) ຈາກນັ້ນລ້ຽວຂວາແລ້ວໄປຊື່ (14 ກິໂລແມັດເປັນທາງດິນແດງ) ຮອດບ້ານໜອງປີງ, ລວມໄລຍະທາງຂອງເສັ້ນທາງນີ້ປະມານ150 ກິໂລແມັດ,
ເສັ້ນທາງທີ 2 ຈາກຕົວເມືອງທາແຂກ ໄປຕາມເສັ້ນທາງເລກທີ12 ເຖິງຫລັງຄັງປະມານ 128ກິໂລແມັດ(ປູຢາງ) ແລ້ວລ້ຽວຂວາໄປຕາມເສັ້ນທາງດິນແດງ ປະມານ 40 ກິໂລແມັດກໍ່ມາເຖິງຕົວເມືອງບົວລະພາ ແລ້ວເດີນທາງອີກ 14 ກິໂລແມັດກໍ່ເຖິງບ້ານໜອງປີງ (ດິນແດງ) ລວມໄລຍະທາງຂອງເສັ້ນທາງນີ້ ປະມານ 170 ກິໂລແມັດ.
ແຂວງຄໍາມ່ວນມີສະຖານທີ່ທ່ອງທ່ຽວທີ່ສໍາຄັນ ແລະ ງົດງາມຫຼາຍແຫ່ງ, ແຕ່ເມື່ອທຽບໃສ່ບັນດາແຂວງສໍາຄັນອື່ນໆ ການທ່ອງທ່ຽວຢູ່ເຂດນີ້ ກໍ່ຍັງດຶງດູດບໍ່ໄດ້ດີເທົ່າທີ່ຄວນ. ດັ່ງນັ້ນ ພະແນຖວທ ແຂວງກໍໄດ້ມີຄວາມພະຍາມ ແລະ ວາງຍຸດທະສາດພັດທະນາການທ່ອງທ່ຽວອ້ອມຮອບຕົວເມືອງທ່າແຂກ . ນອກນັ້ນ, ກໍຈະພັດທະນາສະຖານທີ່ທ່ອງທ່ຽວຖໍ້ານໍ້າລອດເຊບັ້ງໄຟໃຫ້ເປັນທີ່ຮູ້ຈັກ ແລະ ດຶງດູນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ ດ້ວຍການສ້າງສິ່ງອໍານວຍຄວາມສະດວກຮອງຮັບນັກທ່ອງທ່ຽວ, ສ້າງພື້ນຖານໂຄງລ່າງທີ່ຈໍາເປັນເພື່ອເຮັດໃຫ້ການເຂົ້າເຖິງສະຖານທີ່ທ່ອງທ່ຽວມີຄວາມສະດວກກວ່າປັດຈຸບັນ.

ຢ່າງໃດກໍຕາມ: ທ່ານຍັງຮຽກຮ້ອງເຖິງຜູ້ປະກອບການທີ່ປິ່ນອ້ອມຂະແຫນງທ່ອງທ່ຽວ ຈົ່ງເປັນເຈົ້າການຮ່ວມກັນ, ເຮັດໃຫ້ແນວໃດໃຫ້ນັກທ່ອງທ່ຽວເດີນທາງວາຢ້ຽມຢາມດິນແດນແຫ່ງນີ້ຫຼາຍຂຶ້ນ ແລະ ຢູ່ດົນກວ່າເກົ່າ.

ຂອບໃຈຮູບຈາກທີມງານວາລະສານ Lao Photo Magazine.
Photo by: Viengvatsana Vongthongchith,
Photo by: Noy Saylakham,
Photo by: Bee Jazz-rock
Photo by: Phetsamay Philavanh,
Photo by: Toui Noui OuilOui Dk )

ຂອບໃຈຂໍ້ມູນຂ່າວສານຈາກເພສ: ຂ່າວເສດຖະກິດ-ການຄ້າ