spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຄົນທີ່ມີພະຍາດ ຫຼື ອາການແບບໃດ ທີ່ຫ້າມນວດເດັດຂາດ

ຄົນທີ່ມີພະຍາດ ຫຼື ອາການແບບໃດ ທີ່ຫ້າມນວດເດັດຂາດ

Published on

ທຸກຄົນເວລາປວດເມື່ອຍ ສິ່ງທຳອິດທີ່ຄິດຮອດກໍ່ຄົງຈະແມ່ນການບີບນວດ ເພື່ອຄາຍບໍລິເວນເຈັບປວດນັ້ນ ແຕ່ຫຼາຍທ່ານອາດຈະຍັງບໍ່ຮູ້ວ່າ ບາງພະຍາດ ຫຼື ບາງອາການທີ່ທ່ານເປັນ ຫາກທ່ານໄປນວດມັນແລ້ວ ມັນແຮງເປັນການເພີ່ມຄວາມເຈັບປວດ ຫຼື ເພີ່ມການຈະເລີນເຕີບໂຕຂອງພະຍາດນັ້ນຕື່ມອີກ ເຊິ່ງຈະມີອາການໃດແນ່ນັ້ນເຮົາມາຮູ້ໄປນຳກັນເລີຍ

ຂໍ້ຫ້າມໃນການ ບີບນວດ ສຳລັບຄົນທີ່ມີອາການດັ່ງຕໍ່ໄປນີ້:

  • ໂຣກຕິດເຊື້ອ ຄົນມີອາການໄຂ້ 38 ອົງສາຂຶ້ນໄປຈະຮູ້ສຶກປວດ ບວມ ຮ້ອງ ແດງ ປວດຕາມຕົນຕົວ ຫ້າມນວດເດັດຂາດ ເພາະຈະເຮັດໃຫ້ເສັ້ນເລືອດຟອຍແຕກໄດ້
  • ໂຣກຜິວໜັງ ເພາະຈະເຮັດໃຫ້ເຊື້ອແຜ່ລາມໄປບໍລິເວນອື່ນ ແລະ ແຜ່ມາສູ່ຄົນທີ່ນວດໃຫ້ພ້ອມ
  • ຂະນະທີ່ມີອາການອັກເສບຕາມຂໍ່ ຕາມຈຸດຕ່າງໆ ເພາະຈະເຮັດໃຫ້ອັກເສບຫຼາຍຂຶ້ນກ່ວາເກົ່າ
  • ບໍລິເວນທີ່ມີບາດແຜຫ້າມນວດ ອາດຈະເຮັດໃຫ້ແຜຊ້ຳ ຫຼື ຊີກຂາດໄດ້
  • ຄົນທີ່ເປັນມະເຮັງ ແລະ ບໍລິເວນທີ່ເປັນມະເຮັງ ຈະເຮັດໃຫ້ມະເລັງແຜ່ລາມອອກໄປຕື່ມອີກ
  • ບໍ່ຄວນບີບນວດຜູ້ທີ່ປະສົບອຸບັດຕິເຫດໃໝ່ ເພາະອາດຈະເກີດພາວະແຊກຊ້ອນຕາມມາໄດ້

ເມື່ອຮູ້ແນວນີ້ແລ້ວ ກໍ່ຢ່າລືມບອກຕໍ່ໃຫ້ໝູ້ຮູ້ນຳເດີ້

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...