spot_img
Homeໂທລະສັບຍອດ​ຈຳໜ່າຍ ​ໄອ​ໂຟນຫຼຸດ​ລົງ 16%

ຍອດ​ຈຳໜ່າຍ ​ໄອ​ໂຟນຫຼຸດ​ລົງ 16%

Published on

ຍອດ​ຈຳ​ໜ່າຍ​ໂທລະສັບ​ໄອ​ໂຟນ​ໃນ​ໄຕ​ມາດ​ທີ່​ຜ່ານ​ມາ​ຫຼຸດ​ລົງ 16% ​ນັບ​ເປັນ​ການ​ຫຼຸດ​ລົງ​ຄັ້ງ​ທຳ​ອິດ​ນັບ​ຕັ້ງ​ແຕ່​ເປີດ​ຕົວ​ໃນປີ 2007 ສົ່ງ​ຜົນ​ຕໍ່​ຕົວ​ເລກ​ລາຍ​ໄດ້​ຂອງ​ແອັບ​ເປິ​ລ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​​ວ່າ ​​ແອັບ​ເປິລ ​ເປີດ​ເຜີຍ​ລາຍ​ງານ​ໃນ​ວັນ​ທີ 26 ​ເມສາ​ທີ່​ຜ່ານ​ມາ​ວ່າ ຍອດ​ຈຳໜ່າຍ​ໂທລະສັບ​ໄອ​ໂຟນຫຼຸດ​ລົງ 16% ນັບ​ເປັນ​ເທື່ອ​ທຳ​ອິດ​ນັບ​ຕັ້ງ​ແຕ່​ມີ​ການ​ເປີດ​ຕົວ​ສູ່​ຕະຫຼາດ​ໃນ​ປີ 2007 ຍອດ​ຈຳໜ່າຍ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້​ຢູ່​ທີ່ 51,19 ລ້ານ​ໂດ​ລາ​ສະຫະລັດ ຫຼຸດ​ລົງ​ຈາກ 61,17 ລ້ານ​ໂດ​ລາ​ໃນ​ໄລຍະ​ເວລາ​ດຽວ​ກັນ​ຂອງ​ປີ​ທີ່​ຜ່ານ​ມາ.

ການ​ຫຼຸດ​ລົງ​ຂອງ​ຍອດຈຳໜ່າຍ​ໄອ​ໂຟນຊຶ່ງ​ເປັນ​ສິນຄ້າ​ທີ່​ສ້າງ​ລາຍ​ໄດ້​ຕົ້ນຕໍ​ໃຫ້​ກັບ​ບໍລິສັດ ​ເຮັດ​ໃຫ້​ຕົວ​ເລກ​ລາຍ​ໄດ້​ໂດຍ​ລວມປຽບທຽບ​ກັບ​ປີ​ກ່ອນ​ຫຼຸດ​ລົງ​ເປັນ​ເທື່ອ​ທຳ​ອິດ​ນັບ​ຕັ້ງ​ແຕ່​ປີ 2003 ຈາກ 58 ຕື້​ໂດ​ລາ​​ເຫຼືອ 50,6 ຕື້​ໂດ​ລາ, ສ່ວນ​ລາຍ​ໄດ້​ສຸດທິ​ລາຍ​ໄຕ​ມາດ​ຈົນ​ເຖິງ​ວັນ​ທີ 26 ມີນາ ຫຼຸດ​ລົງ​ເຫຼືອ 10,5 ຕື້​ໂດ​ລາ ຈາກ 13,6 ຕື້​ໂດ​ລາ​ເມື່ອ​ປີ​ທີ່​ຜ່ານ​ມາ ຂະນະ​ທີ່​ຮຸ້ນ​ແອັບ​ເປິ​ລຕົກລົງ​ກວ່າ 8% ມາ​ຢູ່​ທີ່ 95,72 ​ໂດ​ລາ.

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...