spot_img
Homeຂ່າວຕ່າງປະເທດຜູ້ນຳ​ຟິລິບ​ປິນປະນາມ​ກຸ່ມ​ອາ​ບູຊາ​ຢາ​ຟຂ້າ​ຕົວ​ປະກັນ​ຊາວ​ກາ​ນາ​ດາ

ຜູ້ນຳ​ຟິລິບ​ປິນປະນາມ​ກຸ່ມ​ອາ​ບູຊາ​ຢາ​ຟຂ້າ​ຕົວ​ປະກັນ​ຊາວ​ກາ​ນາ​ດາ

Published on

ປະທານາທິບໍດີ​ເບ​ນິ​ໂຢ ອາ​ຄິ​ໂນ​ຂອງ​ຟິລິບ​ປິນສະ​ແດງ​ຄວາມ​ຄິດ​ເຫັນ​ຄັ້ງ​ທຳ​ອິດ​ຕໍ່​ສາທາລະນະ​ໃນ​ກໍລະນີ​ກຸ່ມ​ຕິດ​ອາວຸດ​ອາ​ບູຊາ​ຢາ​ຟຂ້າ​ຕັດ​ຄໍ​ຕົວ​ປະກັນ​ຊາວ​ກາ​ນາ​ດາ ​ໂດຍ​ປະກາດ​ມື້​ນີ້​ວ່າ ຈະ​ເຮັດ​ທຸກ​ທາງ​ເພື່ອ​ກຳຈັດ​ກຸ່ມ​ຕິດ​ອາວຸດ​ກ່ອນຕົນ​ເອງ​ຈະ​ໝົດ​ວາລະ​ໃນ 2 ​ເດືອນ.

ຈອນ ຮິດສ​ເດລ ຕົວ​ປະກັນ​ຊາວ​ກາ​ນາ​ດາ​ອາ​ຍຸ 65 ປີ ຖືກ​ກຸ່ມ​ຕິດ​ອາວຸດ​ອາ​ບອາ​ບູຊາ​ຢາ​ຟລັກ​ພາ​ຕົວ​ໄປ​ພ້ອມ​ກັບ​ອີກ 3 ຄົນ​ເມື່ອ​ທ້າຍ​ປີ​ຜ່ານ​ມາ ຂະນະ​​ໄປ​ທ່ຽວ​ພັກ​ຜ່ອນ​ຢູ່​ເທິງ​ເກາະ​ໃນ​ຟິລິບປິ​ນ ທາງ​ດ້ານ​ນາຍົກ​ລັດຖະມົນຕີ​ຈັສຕິນ ທຣູ​ໂດ​ຂອງ​ກາ​ນາ​ດາ​ຖະ​ແຫຼ​ງປະນາມ​ການ​ສັງຫານ​ແບບ​ໂຫດ​ຫ້ຽມ ກອງທັບ​ຟິລິບ​ປິນຖະ​ແຫຼ​ງຂ່າວ​ພົວສ່ວນ​ຫົວ​ຖືກ​ນຳ​ມາ​ຖິ້ມ​ໄວ້​ເທິງ​ເກາະ​ໃນ​ພື້ນ​ທີ່​ຫ່າງ​ໄກ​ເມື່ອ​ວັນ​ຈັນ ຫຼັງ​ຈາກ​ພົ້ນ​ກຳນົດ​ເສັ້ນ​ຕາຍ​ຈ່າຍ​ຄ່າ​ໄຖ່​ໄປ 5 ຊົ່ວ​ໂມງ ​ແລະ ກຸ່ມ​ຕິດ​ອາວຸດ​ຂູ່​ຈະ​ສັງຫານ​ໜຶ່ງ​ໃນ​ສີ່​ຕົວ​ປະກັນ ​ແລະ​ຕຳ​ຫຼວດ​ຖະ​ແຫຼ​ງຢືນຢັນ​ວ່າ​ເປັນ​ຫົວ​ຂອງ​ຈອນ ຮິດສ​ເດລ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...