Homeຂ່າວພາຍ​ໃນກະຊວງກະສິກຳ ແລະ ປ່າໄມ້ເຜີຍ ການ​ຜະລິດ​ຊີ້ນ ແລະ ປາຂອງລາວ ຂະຫຍາຍຕົວ 5-6% ຕໍ່ປີ!

ກະຊວງກະສິກຳ ແລະ ປ່າໄມ້ເຜີຍ ການ​ຜະລິດ​ຊີ້ນ ແລະ ປາຂອງລາວ ຂະຫຍາຍຕົວ 5-6% ຕໍ່ປີ!

Published on

ກົມ​ແຜນການ​ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ໃຫ້​ຮູ້​ວ່າ: ການ​ຜະລິດ​ເປັນ​ສິນຄ້າ​ ຂອງຂະ​ແໜງ​ກະສິກຳ​ໃນ​ປັດຈຸບັນ​ ມີ​ທ່າ​ຂະ​ຫຍາ​ຍຕົວ​ກ້ວາງ​ຂວາງ​ຂຶ້ນ​ເລື່ອຍໆ, ອັນພົ້ນ​ເດັ່ນ​ແມ່ນ​ການ​ປູກ​ກາ​​ເຟ, ສາລີ​​ແຂງ​ທີ່​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ, ຮອງ​ລົງ​ມາ​ແມ່ນ​ການ​ປູກ​ຢາງພາລາ, ມັນ​ຕົ້ນ, ອ້ອຍ, ໝາກ​ເດື່ອຍ, ກ້ວຍ, ໜາ​ກຫຸ່ງ ​ແລະ ພືດຕະກຸນ​ຖົ່ວ​ຕ່າງໆ​,​ ໂດຍ​ສະ​ເພາະ​​ຢູຸ່ບັນດາ​ແຂວງ​ພາກ​ເໜືອ ​​ແມ່ນ​ເປັນ​ຂະ​ບວນການ​ດີ​ ​ແລະ ສາມາດ​ສົ່ງ​ອອກ​ໄປ ສປ ຈີນ ໄດ້ເປັນຈຳນວນຫຼາຍ, ສຳລັບການລ້ຽງສັດເປັນສິນຄ້າ ກໍມີປັດໄຈໃໝ່ຫຼາຍຂຶ້ນ, ດ້ວຍການນຳໃຊ້ແນວພັນປັບປຸງ ແລະ ກ້າວໄປສູ່ການລ້ຽງແບບອຸດສາຫະກຳ (ແບບເປັນຟາມ) ຕາມຕົວເລກສະຖິຕິປີ 2015 ທົ່ວປະເທດມີຟາມລ້ຽງງົວ ທັງໝົດ 195 ຟາມ, ມີງົວປະ ມານ 28 ພັນໂຕ, ຟາມລ້ຽງໝູມີ 775 ຟາມ, ມີໝູປະມານ 291 ພັນໂຕ ແລະ ສັງເກດເຫັນວ່າ ຟາມລ້ຽງໝູແມ່ນມີທ່າຂະຫຍາຍຕົວດີ, ໂດຍສະເພາະແມ່ນຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ຄຳມ່ວນ, ສຳລັບຟາມລ້ຽງສັດປີກມີ 405 ຟາມ, ມີສັດປີກປະມານ 2 ລ້ານກວ່າໂຕ, ໃນນັ້ນຟາມໄກ່ພັນໄຂ່ ມີຫຼາຍກວ່າ 150 ຟາມ, ສາມາຜະລິດໄຂ່ສະໜອງໃຫ້ສັງຄົນໄດ້ 1 ລ້ານໜ່ວຍ/ມື້, ນອກຈາກນັ້ນຍັງມີຟາມໄກ່ຊີ້ນ, ເປັດໄຂ່, ນົກກະທາ ແລະ ສັດອື່ນໆ ກໍເຫັນວ່າມີທ່າຂະຫຍາຍຕົວດີພໍສົມຄວນ, ສ່ວນການລ້ຽງປາກະຊັງ ມີປະມານ 5,600 ກວ່າກະຊັງ, ສາມາດສະໜອງປາໄດ້ 28 ພັນໂຕນ/ ປີ ຫຼື ປະມານ 76 ໂຕນ/ມື້, ສ່ວນການສົ່ງອອກສັດໃຫຍ່ ໄປປະເທດໃກ້ຄຽງ ກໍເຫັນວ່າປະຕິບັດໄດ້ຕາມຄາດໝາຍ.

ກົມດັ່ງກ່າວໃຫ້ຮູ້ອີກວ່າ: ອັນພົ້ນເດັ່ນຂອງຂະບວນການຜະລິດເປັນສິນຄ້າ ຂອງຂະແໜງກະສິກຳປີຜ່ານມາ ແມ່ນການລ້ຽງງົວທອມ ຊຶ່ງກຳລັງໄດ້ຮັບຄວາມນິຍົມຢ່າງກ້ວາງຂວາງ,​ ໂດຍ​ສະ​ເພາະ​ແມ່ນຢູ່ແຂວງຊຽງຂວາງ, ສະຫວັນ​ນະ​ເຂດ ​ແລະ ​ແຂວງ​ວຽງ​ຈັນ, ສັງ​ລວມ​ແລ້ວ​ເຫັນ​ວ່າ​ໃນ​ປີຜ່ານມາ ​ສາມາດ​ຮັກສາ​ເກນ​ການ​ຂະຫຍາ​ຍຕົວ​ໄດ້​ ຕາມ​ຄາດໝາຍ​ແຜນການ​​ວາງ​ໄວ້​ຄື: ການ​ຜະລິດ​ຊີ້ນ-ປາ​ຂະຫຍາຍຕົວ​ຢູ່​ໃນ​ລະດັບ 5-6%/ປີ, ຊຶ່ງ​ເຫັນ​​ໄດ້​ຈາກ​ການ​ຜະລິດ​ໝູ, ປາ​ກະຊັງ​ແມ່ນ​​ເພີ່ມຂຶ້ນ​ຢ່າງ​ຈະ​ແຈ້ງ ​ແລະ ຄາດ​ວ່າການ​ຜະລິ​​ດ​ເປັນ​ສິນຄ້າ​ ຍັງ​ຈະ​ສືບ​ຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ,​ ເນື່ອງ​ຈາກ​ສະພາບ​ຄວາມ​ຕ້ອງການ​ຂອງຜູ້ບໍລິໂພກນັບ​ມື້​ເພີ່ມ​ຂຶ້ນ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...