Homeສຸຂະພາບ ແລະ ສີ່ງແວດລ້ອມສາລະພັດສັບພະຄຸນ ຊາຫົວສີໃຄ ທີ່ທ່ານຄວນຮູ້

ສາລະພັດສັບພະຄຸນ ຊາຫົວສີໃຄ ທີ່ທ່ານຄວນຮູ້

Published on

ສຸຂະພາບກັບລາວໂພສຕ໌ ວັນນີ້ ເຮົາຈະມານຳສະເໜີ ສັບພະຄຸນທາງຢາຂອງຫົວສີໃຄໃຫ້ທຸກທ່ານໄດ້ຮູ້ກັນເຊິ່ງຈະມີແນວໃດນັ້ນ ໄປອ່ານພ້ອມກັນເລີຍ

2.2

ຫົວສີໃຄເປັນພືດຊະນິດໜຶ່ງທີ່ປູກງ່າຍ ເໝາະກັບດິນທຸກສະພາບດິນ ຄົນສ່ວນຫຼາຍນິຍົມນຳໄປໃຊ້ແກ້ຄາວໃນເວລາແຕ່ງກິນ ແຕ່ສັບພະຄຸນຂອງຫົວສີໄຄບໍ່ໄດ້ໝົດພຽງເທົ່ານັ້ນ ມັນຍັງສາມາດໃຊ້ເປັນຢາໃນການປົວພະຍາດຕ່າງໆໄດ້ອີກດ້ວຍ

ສັບພະຄຸນ ແກ້ປວດກະດູກ, ປວດຫຼັງ, ປວດໜ້າແຂ່ງ, ປວດຂາ, ປ້ອງກັນກະດູກຜ່ອຍ ນັ່ງອ່ານໜັງສືແລ້ວລາຍຕາ ລຸກຂຶ້ນແລ້ວໜ້າມືດ ປ້ອງກັນໂຣກເບົາຫວານ ແລະ ຫລຸດໄຂມັນ
ວິທີເຮັດ ນຳຫົວສີໄຄມາລ້າງໃຫ້ສະອາດ ໃຊ້ສ່ວນທີ່ເປັນຫົວກັບໃບ ສ່ວນຮາກບໍ່ເອົາ ນຳມາຊອຍຕາກແດດໃຫ້ແຫ້ງດີ ແລ້ວນຳມາຄົ້ວໃຫ້ເຫຼືອງຫອມ ງ່າຍໆພຽງເທົ່ານີ້ທ່ານກໍ່ມີຊາຫົວສີໄຄໄວ້ຊົງດື່ມທຸກເຊົ້າແລ້ວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...