Homeຂ່າວທ້ອງຖິ່ນສາລະວັນ ສຳມະນາລົງທຶນ

ສາລະວັນ ສຳມະນາລົງທຶນ

Published on

ວັນທີ 26 ເມສາ ນີ້ແຂວງສາລະວັນຈັດກອງປະຊຸມການກະກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດ ແລະ ການຈົດທະບຽນໃນຕະຫຼາດຫຼັກຊັບຂຶ້ນທີ່ຫ້ອງປະຊຸມພັດຕະຄານສິນສະໃໝ່ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງໆສາລະວັນ, ໃຫ້ກຽດເຂົ້າຮ່ວມໂດຍມີຜູ້ຕາງໜ້າຈາກພະແນກການຕ່າງໆອ້ອມຂ້າງແຂວງ ແລະບັນດາທ່ານຜູ້ປະກອບການດ້ານທຸລະກິດເຂົ້າຮ່ວມ.

ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫ່ຍຕະຫຼາດຫຼັກຊັບລາວ ໄດ້ກ່າວເຖິງຈຸດປະສົງຂອງການຈັດສຳມະນາຄັ້ງນີ້ ເພື່ອເປັນການເຜີຍແຜ່ຄວາມຮູ້ກ່ຽວກັບຕະຫຼາດທຶນ ຊຶ່ງເປັນເປົ້າໝາຍຫຼັກຂອງໜ່ວຍງານສົ່ງເສີມຄວາມຮູ້, ແລະ ການສຳມະນາ ຄັ້ງນີ້ກໍມີຄວາມໝາຍຄວາມສຳຄັນຫຼາຍຕໍ່ບັນດານັກລົງທຶນ ແລະນັກທຸລະກິດ ເພື່ອໃຫ້ຮູ້ເຖິງວິທີການກະກຽມຄວາມພ້ອມກ່ອນການນຳເອົາບໍລິສັດຂອງຕົນເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບ, ພ້ອມທັງເປັນການຫຼີກລ່ຽງຄວາມສ່ຽງຕ່າງໆທີ່ອາດຈະເກີດຂຶ້ນ.

ຕະຫຼາດຫຼັກຊັບລາວຮັບການສ້າງຕັ້ງຂຶ້ນປີ 2010 ໂດຍທະນາຄານແຫ່ງ ສປປ ລາວ ຖືຮຸ້ນ 51% ແລະ ຕະຫຼາດຫຼັກຊັບເກົາຫຼີຖືຮຸ້ນ 49% ແລະໄດ້ເລີ່ມທຳການຊື້-ຂາຍຮຸ້ນຄັ້ງທຳອິດໃນວັນທີ 11 ເດືອນມັງກອນ ປີ 2011 ປະຈຸບັນມີບໍລິສັດຮ່ວມຈົດທະບຽບ ທັງໝົດ 5 ບໍລິສັດດ້ວຍມູນຄ່າຕະຫຼາດຫຼັກຊັບຫຼາຍກວ່າ 12,000 ຕື້ກີບ, ທຽບ ໃສ່ GDP ແມ່ນເທົ່າກັບ 13%.

ທີ່ມາ:logo

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...