spot_img
Homeຂ່າວທ້ອງຖິ່ນທ່ານ ສວນສະໜາມ ຄອບຄົວໂຕແບບຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ

ທ່ານ ສວນສະໜາມ ຄອບຄົວໂຕແບບຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ

Published on

ທ່ານ ສວນສະໜາມ ລາດຊະບັນເທົາ ໄດ້ຫັນເອົາການປູກເຫັດເປັນອາຊີບມາແຕ່ປີ 1986 ພາຍຫຼັງຈົບການເຝິກອົບຮົມດ້ານການປູກພືດປອດສານພິດ ໂດຍການສົ່ງເສີມຂອງພາກລັດ ກໍຄືພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ຮ່ວມກັບ ໂຄງການຊ່ອຍເຫຼືອຂອງຕ່າງປະເທດ ຈິ່ງເຮັດໃຫ້ທ່ານ ສວນສະໜາມ ໄດ້ເຫັນການຜະລິດກະສິກໍາ (ປູກເຫັດ) ເປັນສິນຄ້າຂອງບັນດາໂຕແບບທີ່ໂຄງການເຝິກອົບຮົມນໍາພາໄປເບິ່ງໂຕຈິງ ຈາກສິ່ງທີ່ພົບພໍ້ໄດ້ນໍາມາສູ່ພາກປະຕິບັດໂຕຈິງໄປພ້ອມໆກັນ ຈາກວັນນັ້ນມາເຖິງວັນນີ້ ຊີວິດການເປັນຢູ່ຂອງຄອບຄົວທ່ານ ສວນສະໜາມ ກໍມີທ່າກ້າວທີ່ດີຂຶ້ນຫຼາຍ ເຖິງແມ່ນວ່າ ບໍ່ເຖິງຂັ້ນຮັ່ງມີ ລໍ້າລວຍ ແຕ່ເງິນຈາກການຂາຍເຫັດກໍຊ່ອຍໃຫ້ລູກໆ 3 ຄົນ ໄດ້ຮຽນຈົບປະລິນຍາຕີ ມີວຽກເຮັດງານທໍາ ທັງຊ່ອຍໃຫ້ບັນຍາກາດໃນຄອບຄົວເຕັມປ່ຽມໄປດ້ວຍຄວາມສາມັກຄີ ແລະ ມີຢູ່ມີກິ່ນໃນລະດັບທີ່ໝັ້ນຄົງ.

ທ່ານ ສວນສະໜາມ ໃນນາມຄອບຄົວໂຕແບບຂອງເມືອງໄຊທານີ ໄດ້ຖືເອົາການປູກເຫັດເປັນສິນຄ້າມາກວ່າ 30 ປີແລ້ວ ປັດຈຸບັນ ຟາມເຫັດຂອງທ່ານມີຢູ່ໃນທີ່ດິນຫຼາຍຕອນຂອງບ້ານສົມສະຫວັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ ການປູກເຫັດໃນ 5 ໂຮງເຮືອນທີ່ມີຢູ່ໃນປັດຈຸບັນ ລ້ວນໄດ້ມາຈາກຄວາມດຸໝັ່ນ ແລະ ອົດທົນຂອງຄົນໃນຄອບຄົວ ໂດຍສະເພາະກໍແມ່ນພໍ່ກັບແມ່ເຊິ່ງເປັນແຮງງານຫຼັກ ເນື່ອງຈາກລູກພວມຮໍ່າຮຽນ ແລະ ມີໜ້າທີ່ເປັນລັດຖະກອນ ຈະອອກມາຢາມພໍ່ແມ່ໃນຍາມພັກວຽກ ຫຼື ພັກຮຽນເທົ່ານັ້ນ ປັດຈຸບັນ ທ່ານ ສວນສະໜາມ ສາມາດເກັບຜົນຜະລິດໄດ້ວັນລະ 15-40 ກິໂລກຼາມ ຈາກເຊື້ອເຫັດປະມານ 20-22 ພັນກ້ອນ ໃນນັ້ນ ມີເຫັດຂອນຂາວ 17 ພັນກ້ອນ ເຫຼືອນັ້ນແມ່ນເຫັດນາງລົມ ເຫັດທີ່ເກັບມາຈາກໂຮງເຮືອນໃນແຕ່ລະມື້ຈະສົ່ງໃຫ້ຕະຫຼາດພາຍໃນບ້ານສົມສະຫວັນ ນອກນັ້ນ ກໍມີລູກຄ້າຢູ່ຕະຫຼາດພາຍໃນນະຄອນຫຼວງ ແລະ ທີ່ຂາດບໍ່ໄດ້ແມ່ນການປ້ອນໃຫ້ຕະຫຼາດກະສິກໍາປອດສານພິດທຸກໆວັນຈັນ ພຸດ ພະຫັດ ແລະ ວັນເສົາ ໃນລາຄາໜ້າຮ້ານ 25-30 ພັນກີບ.

ຄອບຄົວຂອງທ່ານສວນສະໜາມ ໄດ້ທໍາການຜະລິດເອງເລີ່ມຕັ້ງແຕ່ຂັ້ນຕອນບັນຈຸເຊື້ອເຫັດໃສ່ຖົງ ເຖິງຈະເປັນວຽກທີ່ໄດ້ເຮັດຢູ່ພາຍໃນຄອບຄົວ ແຕ່ກໍເປັນວຽກທີ່ຕ້ອງເອົາໃຈໃສ່ທຸກລາຍລະອຽດ ຈິ່ງຈະເຮັດໃຫ້ເຫັດອອກດອກຫຼາຍ ແລະ ຂະຫຽາຍເວລາເກັບຜົນຜະລິດດົນເຖິງ 6 ເດືອນຂຶ້ນໄປ ມື້ໃດຕໍາເຊື້ອເຫັດ ແມ່ນຕ້ອງຈ້າງລູກຫຼານກໍຄືໄວໜຸ່ມພາຍໃນບ້ານປະມານ 8-10 ຄົນ ພາຍຫຼັງຕໍາແລ້ວກໍເຖິງຂັ້ນຕອນການໜຶ້ງ ກໍໃຊ້ເວລາບໍ່ຫຼຸດ 6 ຊົ່ວໂມງ ເຊິ່ງຕ້ອງໄດ້ອົດທົນເບິ່ງອຸນຫະພູມ (ຈຸໄຟ) ໃຫ້ລຸກສະໝໍ່າສະເໝີ ຫຼັງຈາກນັ້ນ ຈິ່ງແມ່ນຂັ້ນຕອນເກັບຖົງເຊື້ອເຫັດອອກມາຜື່ງລົມໃຫ້ເຢັນຕາມທໍາມະຊາດ ແລ້ວຈິ່ງແມ່ນຂັ້ນຕອນຢອດເຊື້ອກ່ອນການບັນຈຸເຂົ້າໂຮງເຮືອນ ແລະ ຕິດຕາມຄວບຄຸມອຸນຫະພູມ ແລະ ຄວາມຊຸ່ມຕາມກໍານົດ ຈິ່ງຈະເຮັດໃຫ້ຜົນຜະລິດອອກມາຫຼາຍ ເຊິ່ງຕ້ອງໃຊ້ເວລາ 30-60 ວັນ ຕາມລະດູການ ຖ້າໄດ້ຜ່ານຂັ້ນຕອນຜະລິດເຊື້ອເຫັດຢ່າງຖືກວິທີ ກໍຈະມີເວລາເກັບໄດ້ດົນເຖິງ 6 ເດືອນ ຫາ 1 ປີ ນັ້ນກໍໝາຍຄວາມວ່າຕ້ອງມີລາຍຮັບເຂົ້າຖົງທຸກມື້.

ຢູ່ອ້ອມແອ້ນໂຮງເຮືອນປູກເຫັດຂອງທ່ານ ສວນສະໜາມ ກໍມີສວນຄົວປູກພືດຜັກປອດສານພິດຫຼາຍຢ່າງເຊັ່ນ ໝາກເຜັດ ໝາກຫຸ່ງ ຜັກສະຫຼັດ ແລະ ອື່ນໆ ຕາມລະດູການ ພ້ອມນັ້ນ ກໍມີການລ້ຽງສັດປີກເພື່ອສະໜອງທາດຊີ້ນໃຫ້ຄອບຄົວ ເຖິງວ່າ ເວລາໃນແຕ່ລະວັນຂອງຄອບຄົວທ່ານ ສວນສະໜາມ ຈະຜ່ານໄປກັບວຽກໜັກງານໜາ ແຕ່ກໍນໍາມາເຊິ່ງຄວາມອຸດົມສົມບູນ ມີຢູ່ມີກິນ ແລະ ຢູ່ພ້ອມພຽງຮຽງໜ້າຜົວ-ເມຍ ຕາມວິຖີຊາວກະສິກໍາ ແຕ່ພິເສດ ໃນລະວັນກໍມີໂອກາດພົບປະກັບລູກຄ້າຢູ່ຕະຫຼາດປອດສານພິດ ແລະ ຂາປະຈໍາທົ່ວໄປ ຍິ່ງໃນງານສໍາຄັນໆຂອງພາກລັດທີ່ມີການຈັດວາງສະແດງສິນຄ້າຕາມວາລະ ແລະ ສະຖານທີ່ຕ່າງໆ ທ່ານ ສວນສະໜາມ ກໍໄດ້ຮັບຄວາມໄວ້ວາງໃຈໃຫ້ໄປນໍາສະເໜີຜົນຜະລິດປະເພດເຫັດນາງລົມ ເຫັດຂອນຂາວ ແລະ ເຄື່ອງຮົ້ວຂອງສວນປອດສານພິດຊະນິດອື່ນໆ ເຊິ່ງຖືເປັນຄວາມພາກພູມໃຈຂອງຄອບຄົວລາດຊະບັນເທົາ.

ໂດຍ: ສ.ບົວພາ

ຂ່າວຈາກ: ສຳນັກຂ່າວ ເອບີຊີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...