spot_img
Home​ຂ່າວທ່ອງທ່ຽວທ່ຽວສາລະວັນ ດິນແດນປະຫວັດສາດ ຮຽນຮູ້ວັດທະນະທໍາດັ່ງເດີມ

ທ່ຽວສາລະວັນ ດິນແດນປະຫວັດສາດ ຮຽນຮູ້ວັດທະນະທໍາດັ່ງເດີມ

Published on

ສາ­ລະ​ວັນ ກໍ​ເປັນ​ອີກ​ແຂວງ ໜຶ່ງ​ທີ່​ແອບ​ແຝງ​ສິ່ງ​ມະ­ຫັດ­ສະ­ຈັນ ໄວ້​ໃຫ້​ຄົນ​ຮຸ່ນ​ໃໝ່​ໄດ້​ຮຽນ​ຮູ້ ແລະສຶກ​ສາ​ຮອງ​ຮອຍ​ປະ­ຫວັດ­ສາດ

ແລະ​ວັດ­ທະ­ນະ­ທຳ​ທີ່​ຄົນ​ລາວ​ເຮົາເອງ​ອາດ​ເບິ່ງ​ຂ້າມ ຫຼື ຫຼົງ​ລືມ​ໄປ, ດັ່ງ­ນັ້ນ​ຫາກ​ທ່ານ​ໃດ​ລົງ​ໃຕ້​ກໍ​ຫາ​ໂອ­ກາດ​ແວ່​ທ່ຽວ​ຊົມ​ຄວາມ​ສວຍ​ສົດ​ງົດ​ງາມ​ທາງ​ດ້ານ​ທຳ​ມະ​ຊາດ ຂອງ​ແຂວງ​ສາ­ລະ​ວັນ​ໄດ້.

zakhaen

ແຂວງ​ສາ­ລະ​ວັນ ເປັນ​ແຂວງ​ໜຶ່ງ​ທີ່​ໄດ້​ຮັບ​ນາມ­ມະ­ຍົດ​ວ່າ​ເປັນດິນ­ແດນ​ອົງ​ແກ້ວŒອົງ​ກົມ​ມະ​ດຳ ຕັ້ງ​ຢູ່​ທາງ​ພາກ​ໃຕ້​ຂອງ ສປປ ລາວ, ມີ​ເມືອງ​ສາ­ລະ​ວັນ​ເປັນ​ເທ­ສະບານ ຫຼື ເມືອງ​ເອກ ແລະ​ເປັນແຂວງ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ​ທາງດ້ານ​ວັດ­ທະ­ນະ­ທຳ ແລະ​ຮີດ­ຄອງ ປະ­ເພ­ນີ​ທີ່​ໜ້າ​ສຶກ​ສາ ແລະ​ຄົ້ນ​ຫາ ຊຶ່ງ​ມັນ​ສະ­ແດງ​ອອກ​ຜ່ານ​ການຮ້ອງ​ລຳ​ທຳ​ເພງ​ເຊັ່ນ: ລຳ​ສາ­ລະວັນ​ອັນ​ມີ​ຊື່​ສຽງ​ໂດ່ງ​ດັງ​ໄປ​ທົ່ວ​ປະ ເທດ, ລຳ​ຄົງ​ເຊ​ໂດນ, ລຳ​ຕາ​ລີ​ມອນ, ລຳ​ກະ​ເລີ້ຍ ແລະ​ອື່ນໆ​ນອກ­ຈາກວັດ­ທະ­ນະ­ທຳ​ທີ່​ຂຶ້ນ​ຊື່​ແລ້ວ​ດິນ­ແດນແຫ່ງ​ນີ້​ຍັງ​ມີ​ທຳ​ມະ​ຊາດ​ເປັນ​ຈຸດເດັ່ນ​ມີ​ຕົກ​ຕາດ​ທີ່​ມີ​ຊື່​ສຽງ​ຫຼາຍແຫ່ງ​ສົມ​ກັບ​ຄຳ​ຂວັນ​ທີ່​ວ່າ: “ໝາກພ້າວ​ນາ​ໄຊ​ປິ້ງ​ໄກ່­ນາ​ປົ່ງ​ເຫຼົ້າ​ຂາວ ເມືອງ​ຄົງ​ລຳ­ວົງ​ສາ­ລະ​ວັນ” ເມື່ອໄດ້​ຟັງ​ຄຳ​ຂວັນ​ດັ່ງ­ກ່າວ​ນີ້​ແລ້ວ​ກໍ ນຶກ​ເຖິງ​ຫຼາຍໆ​ສິ່ງ​ຫຼາຍໆ​ຢ່າງ​ສະເພາະ​ແຕ່​ວັດ­ທະ­ນະ­ທຳ, ສາ­ລະວັນ​ຍັງ​ເປັນ​ດິນ­ແດນ​ທີ່​ມີ​ຮອງ​ຮອຍແຫຼ່ງ​ອະ­ລິ­ຍະ​ທຳ​ເຊັ່ນ: ພະ​ອົງ​ຕື້ແຫ່ງ​ວັດ​ໂອ­ກາດ​ທີ່​ເປັນ​ພະ​ສັກ­ສິດ ຄູ່​ບ້ານ​ຄູ່​ເມືອງ​ຂອງ​ຊາວ​ແຂວງ ສາ­ລະ​ວັນ, ພ້ອມ​ນັ້ນ​ຍັງ​ຫໍ­ໄຕ​ສາລະ​ວັນ ຊຶ່ງ​ຖືກ​ສັນ­ນິ­ຖານ​ວ່າ​ໄດ້​ຮັບການ​ສ້າງ​ຂຶ້ນ​ໃນ​ສັດ­ຕະ­ວັດ​ທີ 17Œ18 ດ້ວຍ​ໄມ້​ເນື້ອ​ແຂງ​ທັງ​ໝົດ​ມີ ໂຄງ​ສ້າງ​ຮູບ­ຊົງ​ທີ່​ສວຍ​ງາມ​ສົມ ສ່ວນ​ປະ­ດັບ​ດ້ວຍ​ລວ­ດລາຍ​ອັນ​ວິຈິດ​ປາ​ນິດ​ຖື​ເປັນ​ສະ​ຖາ​ປັດ​ຕະ​ຍະກຳ​ທີ່​ມີ​ເອ­ກະ­ລັກ​ໂດດ​ເດັ່ນ​ງາມ​ສະ ຫງ່າ​ທີ່​ບໍ່​ນ້ອຍ​ໜ້າ​ແຂວງ​ອື່ນໆ​ເລີຍ ກໍ​ວ່າ​ໄດ້.

ນອກ­ຈາກ​ວັດ­ທະ­ນະ­ທຳ​ແລ້ວ ສາ­ລະ​ວັນ​ຍັງ​ເປັນ​ດິນ­ແດນ​ທີ່​ອຸ­ດົມ ສົມ­ບູນ​ດ້ວຍ​ທຳ​ມະ​ຊາດ​ເຮັດ​ໃຫ້​ມີ ສະ­ຖານ­ທີ່​ທ່ອງ​ທ່ຽວ​ທາງ​ດ້ານ ທຳ​ມະ​ຊາດ​ຫຼາຍ​ແຫ່ງ​ທີ່​ມີ​ຊື່​ສຽງ ໂດຍ​ສະ­ເພາະ​ແມ່ນ​ອຸ­ທິ­ຍານ​ແຫ່ງ ຊາດ​ຕາດ​ເລາະ ຊຶ່ງ​ເປັນ​ບ່ອນ​ທີ່ ມີ​ແຜນ​ພັດ­ທະ­ນາ​ໃຫ້​ກາຍ­ເປັນ​ສະ ຖານ​ທີ່​ທ່ອງ​ທ່ຽວ​ຄົບ​ວົງ​ຈອນ​ທີ່​ທັນສະ­ໄໝ, ນອກ​ນັ້ນ​ຍັງ​ມີ​ນ້ຳ­ຕົກ­ຕາດສູງ​ເຊ​ເຊັດ, ອະ­ນຸ­ສາ­ວະ­ລີ​ອົງ​ແກ້ວŒສວນ​ແຄນ, ນ້ຳ­ຕົກ­ຕາດ​ເທວະ​ດາ, ຫັດ­ຖະ­ກຳ​ຕ່ຳ​ແພ​ບ້ານ​ຫ້ວຍ​ຫີນ, ຕາດ​ແສນ, ຕາດ​ໄມ້­ເຮ້ຍ, 4 ພັນ ຂຸມ​ບ້ານ​ທ່າ, ນ້ຳ­ຕົກ­ຕາດ​ແກ້ງ​ກຸ ແລະ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ແຫ່ງ ອື່ນໆ​ອີກ, ມີ​ປ່າ­ໄມ້​ຂຽວ​ສົດ ແລະອາ­ກາດ​ຮົ່ມ​ເຢັນ​ເໝາະ​ສຳ­ລັບ​ການ ພັກ­ຜ່ອນ​ຢ່ອນ​ໃຈ, ພ້ອມ​ນີ້​ຍັງ​ມີການ​ບໍ­ລິ­ການ​ຂີ່​ຊ້າງ​ຊົມ​ທິວ​ທັດ​ນຳ ອີກ​ດ້ວຍ.

ດັ່ງ­ນັ້ນ ຫາ​ກວ່າ​ທ່ານ​ໃດ​ມີ​ໂອ ກາດ​ໄດ້​ໄປ​ທ່ຽວ​ທາງ​ພາກ​ໃຕ້​ກໍ​ຢ່າ ລືມ​ແວ່​ໄປ​ສຳ​ພັດ​ກັບ​ບັນ­ຍາ­ກາດ ທີ່​ເປັນ​ທຳ​ມະ​ຊາດ​ເໝາະ​ແກ່​ການພັກ­ຜ່ອນ​ຢ່ອນ​ໃຈ, ພ້ອມ​ທັງ​ຮຽນ​ຮູ້​ປະ­ຫວັດ­ສາດ​ຂອງ​ລາວ​ໄປ​ພ້ອມໆ​ກັນ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...