spot_img
Homeຂ່າວການພັດທະນາສົກນີ້ ຊຽງຂວາງ ຄາດຈະມີທຶນຊ່ວຍເຫຼືອ ພັດທະນາຊົນນະບົດ 7 ຕື້ກວ່າກີບ

ສົກນີ້ ຊຽງຂວາງ ຄາດຈະມີທຶນຊ່ວຍເຫຼືອ ພັດທະນາຊົນນະບົດ 7 ຕື້ກວ່າກີບ

Published on

ຊຽງ​ຂວາງ​ນັບ​ວ່າ​ເປ​ັນ​ອີກ ແຂວງ​ໜຶ່ງ ທີ່​ມີ​ການ​ຍາດ​ແຍ່ງ​ທຶນຈາກ​ແຫຼ່ງ​ທຶນ​ຕ່າງໆ​ດ້ວຍ​ການ​ນຳໃຊ້​ທ່າ­ແຮງ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ພາຍ​ໃນ​ແຂວງ ຊຶ່ງ​ເປັນ​ການ​ປະ­ກອບ­ສ່ວນ​ສຳ​ຄັັນ​ໃນ​

ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ສົ່ງ​ຜົນ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ຫຼຸດ ພົ້ນ​ຈາກ​ຄວາມ­ທຸກ​ຍາກ​ເທື່ອ​ລະ​ກ້າວ, ໂດຍ​ໃນ​ສົກ​ປີ 2015-2016  ນີ້​ຄາດ​ຈະ​ມີ​ທຶນ​ຊ່ວຍ­ເຫຼືອ 7 ຕື້ ກວ່າ​ກີບ ເຂົ້າ​ໃນ​ການ​ພັດ­ທະ­ນາ​ຊົນ­ນະ­ບົດ ແລະ​ລົບ​ລ້າງ​ຄວາມ­ທຸກ​ຍາກ.

ອີງ​ຕາມ​ຂໍ້​ມູນ ພະ​ແນກ​ແຜນ­ການ ແລະ​ການ​ລົງ­ທຶນ​ຂອງ​ແຂວງ ເປີດ­ເຜີຍ​ໃຫ້​ຮູ້​ວ່າ: ໃນ​ສົກ​ປີ 2015-2016 ວຽກ​ງານ​ພັດ­ທະ­ນາ​ຊົນ​ນະ ບົດ ແລະ​ແກ້​ໄຂ​ຄອບ­ຄົວ​ທຸກ​ຍາກ ຈະ​ສູ້​ຊົນ ແລະ​ແກ້​ໄຂ​ຄອບ­ຄົວ​ທຸກ ຍາກ​ໃຫ້​ໄດ້ ດັ່ງ­ນີ້: ເມືອງ​ແປກ 9 ຄອບ­ຄົວ, ເມືອງ​ຄຳ 26 ຄອບ­ຄົວ, ເມືອງ​ໜອງ​ແຮດ 47 ຄອບ­ຄົວ, ເມືອງ​ພູ​ກູດ 10 ຄອບ­ຄົວ, ເມືອງ ຜາ​ໄຊ 18 ຄອບ­ຄົວ, ເມືອງ​ຄູນ 10 ຄອບ­ຄົວ ແລະ​ເມືອງ​ໜອກ 150 ຄອບ­ຄົວ.

ຮອດ​ທ້າຍ​ປີ 2016 ຄອບ­ຄົວ ທຸກ​ຍາກ​ໃຫ້​ຍັງ​ເຫຼືອ 708 ຄອບ ຄົວ, ເທົ່າ​ກັບ 1,60% ຂອງ​ຄົວ ເຮືອນ​ທັງ​ໝົດ, ແກ້​ໄຂ​ບ້ານ​ທຸກ ຍາກ​ໃຫ້​ໄດ້ 30 ບ້ານ ໃນ​ນັ້ນ ເມືອງ​ແປກ 1 ບ້ານ, ເມືອງ​ຄຳ 4 ບ້ານ, ເມືອງ​ໜອງ​ແຮດ 13 ບ້ານ, ເມືອງ​ພູ​ກູດ 3 ບ້ານ, ເມືອງ​ຜາ​ໄຊ 1 ບ້ານ, ເມືອງ​ຄູນ 6 ບ້ານ ແລະ ເມືອງ​ໝອກ 2 ບ້ານ, ພ້ອມ​ກັນ​ນັ້ນ ບ້ານ​ທຸກ​ຍາກ​ໃຫ້​ຫຼຸດ​ລົງ​ເຫຼືອ 71 ບ້ານ, ເທົ່າ​ກັບ 14,64% ຂອງ ບ້ານ​ທັງ​ໝົດ.

ໃນ​ນີ້ ຈະ​ສ້າງ​ບ້ານ​ພັດ­ທະ­ນາ ໃຫ້​ໄດ້ 53 ບ້ານ ເມືອງ​ແປກ 11 ບ້ານ, ເມືອງ​ຄຳ​ໃຫ້​ໄດ້ 9 ບ້ານ,ເມືອງ​ໜອງ​ແຮດ 15 ບ້ານ, ເມືອງ  ພູ​ກູດ 5 ບ້ານ, ເມືອງ​ຜາ​ໄຊ 2 ບ້ານ, ເມືອງ​ຄູນ 5 ບ້ານ ແລະ​ເມືອງ​ໜອກ 6 ບ້ານ, ໂດຍ​ຄາດ​ວ່າ​ທ້າຍ​ປີ 2016 ໃຫ້​ມີ​ບ້ານ​ພັດ ທະ​ນາ​ທັງ​ໝົດ 262 ບ້ານ, ເທົ່າ ກັບ 54,02% ຂອງ​ຈຳ­ນວນ​ບ້ານ ທົ່ວ​ແຂວງ.

ນອກ​ນັ້ນ ສ້າງ​ບ້ານ​ໃຫຍ່​ໃຫ້ ກາຍ­ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນ ນະ​ບົດ​ໃຫ້​ໄດ້ 2 ບ້ານ ໃນ​ນັ້ນ ເມືອງ​ຄຳ 1 ບ້ານ ແລະ​ເມືອງ ໜອກ 1 ບ້ານ, ຮອດ​ທ້າຍ​ປີ 2016 ໃຫ້​ມີ​ບ້ານ​ໃຫຍ່​ກາຍ­ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນ­ນະ­ບົດ 3  ບ້ານ ແລະ​ໃນ​ທ້າຍ​ປີ 2015 ຜ່ານ ມາ​ໄດ້​ປະ­ກາດ​ໃຫ້​ເມືອງ​ໜອງ  ແຮດ​ເປັນ​ເມືອງ​ຫຼຸດ​ພົ້ນ​ຈາກ ຄວາມ­ທຸກ​ຍາກ.

ສຳ­ລັບ ວຽກ​ງານ​ກອງ​ທຶນ​ຫຼຸດ ຜ່ອນ​ຄວາມ­ທຸກ​ຍາກ (ທລຍ), ກໍ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ໃນ ຮອບ​ວຽນ​ທີ່ 13 ຢູ່ 4 ເມືອງ​ເປົ້າ ໜາຍ​ຄື: ເມືອງ​ໜອງ​ແຮດ, ເມືອງ​ຄູນ, ເມືອງ​ໝອກ ແລະ​ເມືອງ​ທ່າ ໂທມ ໃນ​ຈຳ­ນວນ 25 ກຸ່ມ​ບ້ານ, ພ້ອມ​ກັນ​ນັ້ນ ຄາດ​ຄະ­ເນ​ທຶນ​ຊ່ວຍ ເຫຼືອ​ລ້າ​ປະ­ມານ 7,68 ຕື້​ກີບ ຫຼື ປະ­ມານ 9,6 ແສນ​ໂດ​ລາ​ສະ­ຫະ­ລັດ.

ຂ່າວຈາກ: 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...