Homeມູມໄອທີລາວເຜີຍຮູບຮ່າງໜ້າຕາ Galaxy Tab S ມາແບບຈັດໜັກພ້ອມໜ້າຈໍ 2K WQHD

ເຜີຍຮູບຮ່າງໜ້າຕາ Galaxy Tab S ມາແບບຈັດໜັກພ້ອມໜ້າຈໍ 2K WQHD

Published on

samsung-galaxy-tab-s-10.5-b-500x355

ຫຼັງຈາກທີ່ມີຂ່າວຄວາມຄືບໜ້າຂອງສາຍການຜະລິດ Android Tablet ຈາກ Samsung ທີ່ຈເລີ່ມນຳເອົາໜ້າຈໍຄວາມລະອຽດລະດັບ 2K WQHD ມາຕຶດຕັ້ງໃຊ້ງານເພີ່ມຫຼາຍຂື້ນເປັນລຳດັບ ຫຼັງຈາກທີ່ເປີດໂຕໄປແລ້ວກັບເຄື່ອງ Galaxy Note Pro 12.2 ນິ້ວ ກັນໄປແລ້ວເມື່ອຊ່ວງຕົ້ນປີທີ່ຜ່ານມາ ໂດຍຄວາມຄືບໜ້າຫຼ້າສຸດມີພາບຫຼຸດໃໝ່ຂອງແທັບເລັດອີກເຄື່ອງໜຶ່ງຂອງ Galaxy Tab S 10.5 ໄດ້ຖືກເປີດເຜີຍອອກມາມື້ກ່ອນນີ້ ເຊິ່ງເປັນແນວທາງການອອກແບບແນວດຽວກັບ Galaxy S5 ແບບລາຍໆຕາມຝາຫຼັງນັ້ນເອງ

samsung-galaxy-tab-s-10.5-a-500x352

ສຳລັບຄຸນສົມບັດເບື້ອງຕົ້ນກໍຄື Galaxy Tab S 10.5 ຈະມາພ້ອມກັບໜ້າຈໍ WQHD 1600×2560 ພິກເຊວ ໃຊ້ງານໜ່ວຍປະມວນຜົນ Exynos 5420 ກ້ອງຫຼັກ 8 ລ້ານພິກເຊວ ແລະກ້ອງໜ້າ 2.1 ລ້ານພິກເຊວ ສະໜັບສະໜູນການເຊື່ອມຕໍ່ແບບ 802.11 WiFi ac ແລະ Bluetooth 4.0 LE ລວມໄປເຖິງການເຊື່ອມຕໍ່ເຄື່ອຂ່າຍອິນເຕີເນັດ LTE ໃນບາງລຸ້ນອີກນຳ

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...