spot_img
Homeຂ່າວເຫດການຂະຫຍາຍຜົນຈາກຜູ້ຄ້າຢາບ້າລາຍ່ອຍເຊື່ອມໂຍງຂະບວນການຄ້າລາຍໃຫຍ່

ຂະຫຍາຍຜົນຈາກຜູ້ຄ້າຢາບ້າລາຍ່ອຍເຊື່ອມໂຍງຂະບວນການຄ້າລາຍໃຫຍ່

Published on

ເຈົ້າໜ້າທີ່ກອງກໍ່ສ້າງຮາກຖານ 912 ປະຈໍາບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັບຕົວເປົ້າໝາຍຄ້າຂາຍຢາເສບຕິດ ປະເພດຢາບ້າ 3 ມັດໃນວັນທີ 6 ເມສາ 2016 ຈາກນັ້ນ ໄດ້ດຳເນີນການສືບສວນ-ສອບສວນຂະຫຍາຍຜົນ ຈຶ່ງສາມາດຕິດຕາມຈັບພັກພວກຜູ້ຮ່ວມຂະບວນການອີກ 3 ຄົນ ແລະ ກວດຄົ້ນເຮືອນເປົ້າໝາຍພົບເຫັນຢາບ້າ ຈຳນວນ 115.200 ເມັດ ເຮໂຣອິນ 2 ຫໍ່ ພ້ອມອາວຸດເສິກຈຳນວນໜຶ່ງ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບລາຍງານວ່າ ມີກຸ່ມຄົນບໍ່ດີລັກລອບຂົນສົ່ງຢາເສບຕິດຈາກບ້ານມອມ ໄປເຂດພິເສດສາມລ່ຽມຄຳ ຈຶ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ລົງກວດກາ ແລະ ຕິດດ່ານສະກັດແຕ່ລະຈຸດ ມາຮອດເວລາ 23:00 ໂມງຂອງວັນທີ 6 ເມສາ ໄດ້ພົບເຫັນເປົ້າໝາຍຊື່ທ້າວ ຫຼ້າ ອາຍຸ 25 ປີ ປະຊາຊົນຢູ່ບ້ານມອມ ຈຶ່ງໄດ້ກັກຕົວ ແລະ ກວດຄົ້ນພົບເຫັນຢາບ້າ 3 ມັດ ຈາກນັ້ນ ຈຶ່ງໄດ້ດຳເນີນການສືບສວນ-ສອບສວນຂະຫຍາຍຜົນ ຈົນສາມາດຕິດຕາມຈັບຕົວຜູ້ຮ່ວມຂະບວນການໄດ້ຕື່ມ 3 ຄົນຄື: ທ້າວ ໄມ່ຄຳເງິນ ອາຍຸ 37 ປີ ທ້າວ ໄມ່ ຈອມ ອາຍຸ 45 ປີ ແລະ ທ້າວ ຄຳນວນ ອາຍຸ 29 ປີ ທັງ 3 ຄົນ ຢູ່ບ້ານມອມ ເມືອງຕົ້ນເຜິ້ງ ຜ່ານການກວດຄົ້ນເຮືອນຂອງທ້າວ ໄມ່ຄຳເງິນ ພົບເຫັນຢາບ້າ ຈຳນວນ 57 ມັດກັບ 6 ຖົງ ເທົ່າກັບ 115.000 ເມັດ ເຮໂຣອິນ 2 ຫໍ່ ປືນສັ້ນ 1 ກະບອກ ລູກປືນ 25 ລູກ ປືນແວັງ 1 ກະບອກ ລູກປືນ 11 ລູກ ປືນລົມ 1 ກະບອກ ປືນແກັບ 2 ກະບອກ ລົດໃຫຍ່ 1 ຄັນ ແລະ ເຄື່ອງອື່ນໆຈຳນວນໜຶ່ງ.

ຫຼັງຈາກນັ້ນ ໄດ້ເຂົ້າກວດຄົ້ນເຮືອນຂອງທ້າວ ໄມ່ຈອມ ພົບຢາບ້າ 198 ເມັດ ດິນລະເບີດ 2 ຫຼອດ ຫົວນ້ຳຫອມ 4 ຫຼອດ ປືນແກັບ 1 ກະບອກ ແລະ ກວດຄົ້ນເຮືອນຂອງທ້າວ ຄຳນວນ ພົບເຫັນເຈ້ຍຫໍ່ຢາບ້າ 2 ແພັກ ແລະ ບັ້ງເສບຢາ 4 ອັນ ຈາກນັ້ນ ເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງໄດ້ນຳຕົວຜູ້ຖືກຫາ 4 ຄົນສົ່ງໃຫ້ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ດຳເນີນການຕາມຂັ້ນຕອນຂອງກົດໝາຍ.

ຂ່າວຈາກ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...