Homeຂ່າວການພັດທະນາແຂວງສະຫວັນນະເຂດ ເລັ່ງກໍ່ສ້າງຂົວ 6 ແຫ່ງ ໃຫ້ສຳເລັດ ກ່ອນລະດູຝົນຈະມາເຖິງ!

ແຂວງສະຫວັນນະເຂດ ເລັ່ງກໍ່ສ້າງຂົວ 6 ແຫ່ງ ໃຫ້ສຳເລັດ ກ່ອນລະດູຝົນຈະມາເຖິງ!

Published on

ຂປລ. ປັດຈຸບັນ ​ຢູ່ແຂວງ​ສະຫວັນ​ນະ​ເຂດ​ ກຳລັງ​ເລັ່ງດຳ​ເນີນ ​ການ​ກໍ່ສ້າງ​ຂົວ ຈຳນວນ 6 ​ແຫ່ງ ຕາມເສັ້ນທາງເລກທີ 11 ລຽບແຄມຂອງ ແຕ່ເມືອງໄກສອນ ພົມວິຫານ ຫາເມືອງ ໄຊພູທອງ ​ໃຫ້​ສຳ​ເລັດ ກ່ອນລະດູຝົນ. ທັງນີ້, ກໍເພື່ອເຮັດໃຫ້ ການໄປມາຫາສູ່ກັນ ລະຫວ່າງປະຊາຊົນ ແລະ ຂົນສົ່ງສິນຄ້າຕ່າງໆ ໄດ້ສະດວກສະບາຍ.

​ໃນ​ທ້າຍ​ອາທິດ​ຜ່ານ​ມາ, ທ່ານ ປະສົງສິນ ຈະເລີນສຸກ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ພ້ອມດ້ວຍວິຊາການ ໄດ້ລົງຕິດຕາມ ການສ້າງຂົວ 6 ແຫ່ງ ຕາມເສັ້ນທາງເລກທີ 11 ລຽບແຄມຂອງ ແຕ່ເມືອງໄກສອນ ພົມວິຫານ ຫາເມືອງ ໄຊພູທອງ ພ້ອມ​ທັງ​ໄດ້​ເນັ້ນ​ໜັກ ໃຫ້ຜູ້ຮັບເໝົາກໍ່ສ້າງຂົວ ແຫ່ງດັ່ງກ່າວ ຈົ່ງໄດ້ເອົາໃຈໃສ່ ສ້າງຂົວໃຫ້ສຳເລັດ ຕາມກຳນົດ ກ່ອນລະດູຝົນ ເພື່ອເຮັດໃຫ້ ການໄປມາຫາສູ່ກັນ ລະຫວ່າງປະຊາຊົນ ແລະ ຂົນສົ່ງສິນຄ້າຕ່າງໆ ໄດ້ສະດວກ.

ທ່ານ ທິບພະວອນ ສີລາຊາ ຜູ້ອຳນວຍການ ບໍລິສັດ VLP ພັດທະນາ ກໍ່ສ້າງຈຳກັດ ໃນນາມຜູ້ຮັບເໝົາກໍ່ສ້າງ ​ໄດ້​ໃຫ້​ຮູ້​ວ່າ: ມາເຖິງປັດຈຸບັນ ຂົວທັງ 6 ແຫ່ງ ແມ່ນກຳລັງຂຸ້ນຂ້ຽວ ດຳເນີນການກໍ່ສ້າງເຫັນວ່າ ໜ້າວຽກປະຕິບັດ ໄດ້ແລ້ວ 80%, ກ່ອນລະດູຝົນ ທີ່ຈະມາເຖິງນີ້ ຈະກໍ່ສ້າງສຳເລັດ ຢ່າງແນ່ນອນ.

​ ໃນ​ໂອກາດ​ດຽວ​ກັນ​, ທ່ານ ປະສົງສິນ ຈະເລີນສຸກ ຍັງໄດ້ໄປເບິ່ງການກໍ່ສ້າງ ເສັ້ນທາງຍົກລະ ດັບດິນແດງ ແຕ່ບ້ານໜອງຂອນ ຫາບ້ານນາຂະຍອມ ເມືອງສອງຄອນ ທີ່ມີຄວາມຍາວ 6,5 ກິໂລ ແມັດ, ມີມູນຄ່າການກໍ່ສ້າງ ເກືອບ 5 ຕື້ກີບ ຕໍ່ກັບໜ້າວຽກດັ່ງກ່າວ ແມ່ນສາມາດປະຕິບັດ 60% ແລະ ຄາດວ່າ ໂຄງການດັ່ງກ່າວ ຈະສຳເລັດໃນປີ 2016 ນີ້.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...