spot_img
Homeຂ່າວເຫດການທ່ານ ສີສະຫວາດ ແກ້ວບຸນພັນ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງຈຳປາສັກ

ທ່ານ ສີສະຫວາດ ແກ້ວບຸນພັນ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງຈຳປາສັກ

Published on

ຕົ້ນເດືອນເມສາຜ່ານມານີ້ ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການກົມການເມືອງສູນກາງພັກ ອະດີດປະທານສູນກາງແນວລາວສ້າງຊາດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງຈຳປາສັກ, ເປັນກຽດເຂົ້າຮ່ວມຮັບຟັງມີທ່ານ ດຣ. ບຸນຖອງ ດີວິໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ; ມີບັນດາທ່ານຄະນະພັກ ຄະນະນຳຂັ້ນແຂວງ, ແນວລາວສ້າງຊາດແຂວງ, ບັນດາພະແນກການອ້ອມຂ້າງ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນແຂວງ ພ້ອມ ດ້ວຍພະນັກງານຫຼັກແຫຼ່ງຈຳນວນໜຶ່ງເຂົ້າຮ່ວມ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຈຳປາສັກ.
ໃນການພົບປະໂອ້ລົມຄັ້ງນີ້, ກ່ອນອື່ນ ທ່ານ ສີສະຫວາດ ແກ້ວບຸນພັນ ໄດ້ຮັບຟັງການລາຍງານສະພາບການໂດຍ ຫຍໍ້ໃນແຕ່ລະດ້ານ ໃນໄລຍະ 1 ປີຜ່ານມາຂອງແຂວງ, ຈາກນັ້ນ ທ່ານ ສີສະຫວາດ ແກ້ວບຸນພັນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ທີ່ຄະນະພັກ- ຄະນະນຳແຂວງຈຳປາສັກ ຍາດມາໄດ້ໃນໄລຍະຜ່ານມາ. ໃນນີ້, ການໂອ້ລົມ ທ່ານໄດ້ຍົກໃຫ້ເຫັນຜົນງານ ແລະ ໄຊຊະນະແຫ່ງການຊີ້ນຳໆພາ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະ 40 ປີທີ່ຜ່ານມາ ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ. ໃນນັ້ນ ໄດ້ເລືອກເອົາກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການ ແລະ ກຳມະການສູນກາງພັກຊຸດໃໝ່ ຊຶ່ງປະກອບມີຮຸ່ນອາວຸໂສ, ຮຸ່ນກາງ ແລະ ໜຸ່ມທີ່ມີຄວາມຮູ້ຄວາມສາມາດ ໃນ ການສືບຕໍ່ຊີ້ນຳໆພາ ໃນພາລະກິດປ່ຽນແປງໃໝ່ຂອງປະເທດຊາດ ແລະ ຍົກໃຫ້ເຫັນຜົນສຳເລັດ ການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດ ທີ VIII ກໍຄືສະມາຊິກສະພາທ້ອງຖິ່ນ ທີ່ເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດ ອັນຊອບທຳ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ.

E2-2ນອກຈາກນີ້ ທ່ານ ສີສະຫວາດ ແກ້ວບຸນພັນ ໄດ້ເນັ້ນໃຫ້ຄະນະນຳແຂວງຈຳປາສັກ ເອົາໃຈໃສ່ໃນການແກ້ ໄຂຄວາມທຸກຍາກ ຂອງຄອບຄົວທີ່ຍັງເຫຼືອໃຫ້ໝົດໄປ, ເອົາໃຈໃສ່ການແກ້ໄຂ ບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນພາຍໃນສັງຄົມ. ພ້ອມນີ້ ເອົາໃຈໃສ່ເປັນພິເສດ ໃນການເຕົ້າໂຮມຄວາມສາມັກຄີປະຊາຊົນບັນ ດາເຜົ່າພາຍໃນແຂວງ ໃຫ້ມີຄວາມແໜ້ນແຟ້ນ ເພື່ອພ້ອມກັນສ້າງສາພັດທະນາປະເທດຊາດ ກໍຄືແຂວງໃຫ້ມີຄວາມຈະເລີນ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...