Homeຂ່າວການສຶກສານັກສຶກສາລາວຢູ່ ສປ ຈີນສ້າງກິດຈະກໍາເຜີຍແຜ່ວັດທະນະທໍາລາວ

ນັກສຶກສາລາວຢູ່ ສປ ຈີນສ້າງກິດຈະກໍາເຜີຍແຜ່ວັດທະນະທໍາລາວ

Published on

ໃນວັນທີ 24 ເມສາ 2016 ທີ່ຜ່ານມາ, ບັນດານັກສຶກສາລາວຢູ່ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີປັກກິງ ສປ ຈີນ ຮ່ວມກັບນັກສຶກສາກວ່າ 30 ປະເທດຈັດກິດຈະກຳແລກປ່ຽນວັດທະນະທຳປີ 2016 ເຊິ່ງກິດຈະກໍາດັ່ງກ່າວແມ່ນຈັດຂຶ້ນທຸກໆປີເພື່ອສົ່ງເສີມສາຍພົວພັນຮ່ວມມື ແລະ ຮັດແໜ້ນຄວາມສາມັກຄີຮັກແພງມິດຕະພາບລະຫວ່າງປະເທດຕ່າງໆໃຫ້ຮູ້ວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດເຮົາໂດຍຜ່ານຈິດຈະກໍານີ້.
ງານດັ່ງກ່າວໄດ້ມີການວາງສະແດງຜະລິດຕະພັນອາຫານລາວ, ເຄື່ອງຫັດຖະກໍາ, ສະແດງສິລະປະ ແລະ ອື່ນໆທີ່ກ່ຽວຂ້ອງກັບເອກະລັກທີ່ເປັນມູນເຊື້ອຂອງປະຊາຊົນລາວບັນດາເຜົ່າເປັນຕົ້ນການນຸ່ງຖື, ຟ້ອນ, ການຮ້ອງເພັງ ແລະ ການສະແດງອອກຕ່າງໆ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...