Homeຂ່າວພາຍ​ໃນກະຊວງການເງິນ ຈັດພິທີມອບ-ຮັບໜ້າທີ່ ລັດຖະມົນຕີວ່າການຜູ້ໃໝ່!

ກະຊວງການເງິນ ຈັດພິທີມອບ-ຮັບໜ້າທີ່ ລັດຖະມົນຕີວ່າການຜູ້ໃໝ່!

Published on

ຂປລ. ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ​ ໄດ້​ຮັບ​ການ​ແຕ່ງຕັ້ງ​ ເປັນ​ລັດຖະມົນຕີ​ ກະຊວງ​ການ​ເງິນຜູ້​ໃໝ່ເພື່ອຮັບຮອງ​ເອົາ​ ໂຄງ​ປະກອບ​ກົງຈັກຂອງ​ລັດຖະບານ ແລະ ສະມາຊິກຂອງລັດຖະບານຊຸດໃໝ່ ຕາມການສະເໜີ ຂອງນາຍົກລັດຖະມົນຕີ ໃນ​ກອງ​ປະຊຸມ​ຄັ້ງປະຖົມ​ມະລຶກ​ ຂອງ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ   VIII ​ເມື່ອອາ​ທິດ​ຜ່ານ​ມາ​ນີ້.

ພິທີ​ມອບ-​ຮັບ​ດັ່ງກ່າວ, ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ​ເມສາ​ ນີ້ ຢູ່​ນະຄອນຫລວງ​ວຽງ​ຈັນ ​ລະຫວ່າງ ທ່ານ ດຣ. ລຽນ ທິ​ແກ້ວ ລັດຖະມົນຕີ ກະຊວງ​ການ​ເງິນ​ຜູ້​​ເກົ່າ ​ແລະ ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ​ກະຊວງ​ການ​ເງິນ​ຜູ້​ໃໝ່ ​ໂດຍ​ການ​ເຂົ້າຮ່ວມ​ ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແລະ ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...