Homeຂ່າວທ້ອງຖິ່ນພິທີມອບ-ຮັບອຸປະກອນການແພດ ແລະ ການກວດສຸຂະພາບໂດຍບໍ່ເສຍຄ່າ ໃຫ້ໂຮງໝໍສູນເສຍອົງຄະພິເສດ 790

ພິທີມອບ-ຮັບອຸປະກອນການແພດ ແລະ ການກວດສຸຂະພາບໂດຍບໍ່ເສຍຄ່າ ໃຫ້ໂຮງໝໍສູນເສຍອົງຄະພິເສດ 790

Published on

ໃນ​ວັນ​ທີ 25 ມີນາ 2016 ທີ່​ຜ່ານ​ມາ ສູນ​ການ​ແພດ​ຟື້ນ​ຟູ​ໜ້າ​ທີ່​ການ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​-ຮັບ​ອຸປະກອນ​ການ​ແພດ ​ແລະ ການກວດ​ສຸຂະພາບ​​ໂດຍ​ບໍ່​ເສຍ​ຄ່າ​ ໃຫ້​ໂຮງໝໍ​ສູນ​ເສຍ​ອົງຄະ​ພິ​ເສດ 790 ​ແລະ ​ໂຮງໝໍ​ສູນ​ເສຍ​ອົງຄະ​ຂຸດ​ສາມ​ບາດ 489, ​ເພື່ອ​ລະນຶກ​ວັນ​ນັກຮົບ​ເສຍ​ອົງຄະ ​ແລະ ຜູ້​ເສຍ​ຊີວິດ​ເພື່ອ​ຊາດ ຄົບຮອບ 70 ປີ ( 21 ມີນາ 1946 – 21 ມີນາ 2016 ) ທີ່​ສູນ​ເສຍ​ອົງຄະ​ພິ​ເສດ 790 ​ໃຫ້​ກຽດ​ເປັນ​ປະທານ​ຄັ້ງ​ນີ້​ໂດຍ​ທ່ານ ຄຳ​ພອນ ພຸດ​ທະ​ວົງ ​ເລຂາ​ຄະນະ​ພັກ​ກະຊວງ​, ຜູ້​ຮັກສາ​ການ​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ, ທ່ານ ດຣ. ຄຳ​ເພັດ ມະນີ​ວົງ ຮອງ​ເລຂາ​ຄະນະ​ພັກ​ກະຊວງ, ຫົວໜ້າ​ສູນ​ການ​ແພດ​ຟື້ນ​ຟູ​ໜ້າ​ທີ່​ການ, ທ່ານ ຄຳ​ຂານ ຄະນະ​ປະຈຳ​ພັກ​ກະຊວງ, ຫົວໜ້າ​ຫ້ອງການ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ທ່ານ ຫົວໜ້າ​ສູນ​ເສຍ​ອົງຄະ​ພິ​ເສດ 790 ​ແລະ ທ່ານ ຫົວໜ້າ​ສູນ​ເສຍ​ອົງຄະຂຸດ​ສາມ​ບາດ489 ​ເຂົ້າ​ຮ່ວມພິທີ​ໃນ​ຄັ້ງ​ນີ້​ມີ​ທ່ານ ຄ່ຽມ ​ໄຊ​ສົງຄາມ ນັກຮົບ​ແຂ່ງຂັນ, ອະດີດ​ຫົວໜ້າ​ສູນ​ການ​ແພດ​ຟື້ນ​ຟູ​ໜ້າ​ທີ່​ການ, ທ່ານ ນ. ​ແພງ​ພອນ ຂັນ​ທະ​ບົງ​ທອງ ວິລະ​ຊົນ​ແຫ່ງ​ຊາດ  ກໍ​​ໃຫ້​ກຽດ​ເຂົ້າ​ຮ່ວມ​ພິທີ່​ດັ່ງກ່າວ​ ນອກຈາກ​ນັ້ນ​ຍັງ​ມີ ຫົວໜ້າ​ພະ​ແນ​ກ, ຮອງ​ພະ​ແນ​ກອ້ອມ​ຂ້າງ​ສູນ​ການ​ແພດ​ຟື້ນ​ຟູ​ໜ້າ​ທີ່​ການ, ຄະນະ​ພັກ, ອຳນາດ​ການ​ປົກຄອງ ພ້ອມ​ດ້ວຍ​ຜູ້​ອາວຸ​ໂສ​ຂອງ​ສູນ​ເສຍ​ອົງຄະ​ພິ​ເສດ 790 ​ແລະ ສູ​ນ 489 ຂຸດ​ສາມ​ບາດ​ ກໍ່​ໄດ້ເຂົ້າ​ຮ່ວມ;

ອຸປະກອນ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້​ມີ ​​ເຄື່ອງ​​ເອ​ໂກ 4 ມິ​ຕິ 01 ​ເຄື່ອງ (​ໃຫ້​ສະ​ເພາະ​ສູນ​ເສຍ​ອົງຄະ​ພິ​ເສດ 790) , ​​ເຄື່ອງ​ວິ​ເຄາະ 02 ​ເຄື່ອງ(ສູນ​ລະ​ເຄື່ອງ), Diagnostic set 02 ຊຸດ(ສູນ​ລະ​ຊຸດ), Curettage set 02 ຊຸດ(ສູນ​ລະ​ຊຸດ), Electric Steam Sterilizer 02 ​ເຄື່ອງ(ສູນ​ລະ​ເຄື່ອງ), Examination Lamp 02 ໜ່ວຍ(ສູນ​ລະ​ໜ່ວຍ), Delivery Set 02 ຊຸດ(ສູນ​ລະ​ຊຸດ), Bed labor and delivery 02 ຊຸດ(ສູນ​ລະ​ຊຸດ), Weight and height scale for adult  02 ໜ່ວຍ(ສູນ​ລະ​ໜ່ວຍ), Fetal Doppler 02 ຊຸດ(ສູນ​ລະ​ຊຸດ) ​ເຄື່ອງ​ທີ່ນຳ​ມາ​ມອບ​ໃນ​ຄັ້ງນີ້ ລວມມູນ​ຄ່າ​ທັງ​ໝົດ 671,400,000 ກີບ (ຫົກ​ຮ້ອຍ​ເຈັດ​ສິບ​ເອັດ​ລ້ານ​ສີ່​ແສນ​ກີບ) ການ​ມອບ​ໃນ​ຄັ້ງ​ນີ້ ​ແມ່ນ​ແນ່​ໃສ​ເພື່ອ​ປັບປຸງ​ການ​ບໍລິການ​ຂອງ​ໂຮງໝໍ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແນ່​ໃສ​ໃຫ້ການ​ບໍລິການ ຮັບ​ໃຊ້​ຄົນ​ເຈັບ​ພິການ ​ແລະ ​ເສຍ​ອົງຄະ​ໄດ້​ດີ​ຂຶ້ນ. ​ໃນ​ເບື້ອງ​ຕົ້ນ ສູນ​ການ​ແພດ​ຟື້ນ​ຟູ​ໜ້າ​ທີ່​ການຈະ​ໄດ້​ແຕ່ງ​ຕັ້ງ ພະນັກງານ ​ແພດ​ຊ່ຽວຊານ​ມາປະຈຳການ ​ເປັນ​ແຕ່ລະ​ໄລຍະ ​ໄປ​ຄຽງ​ຄູ່​ກັບ​ການ​ກໍ່ສ້າງ​ພະນັກງານ ​ແພດ​ຊ່ຽວຊານ ​ໃຫ້​ໂຮງໝໍ​ນ້ອຍ​ສອງ​ແຫ່ງນີ້​ໃນ​ອະນາຄົດ

ນອກຈາກ​ມອບ​ຮັບ​ອຸປະກອນ​ການ​ແພດ​ແລ້ວ ຍັງ​ມີ​ການກວດ​ສຸຂະພາບ ​ໃຫ້​ກັບ​ຄົນ​ເຈັບ-ຄົນ​ພິການ ​ໂດຍ​ບໍ​ເສຍ​ຄ່າ ​ໂດຍ​ມີ​ທິມງານ​ກວດ​ສຸກຂະພາບ​ຈາກ​ສູນ​ການ​ແພດ​ຟື້ນ​ຟູ​ໜ້າ​ທີ່​ການ ການກວດ​ສຸຂະພາບ​ຄັ້ງ​ນີ້​ມີ​ຄົນ​ເຈັບ​ເຂົ້າ​ກວດ​ທັງ​ໝົດ 145 ຄົນ

ຂ່າວຈາກ: ສູນການແພດຟື້ນຟູ ຫນ້າທິການ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...