Homeສຸຂະພາບ ແລະ ສີ່ງແວດລ້ອມຄວາມຮູ້ກ່ຽວກັບໂຣກໄວຣັສຕັບອັກເສບ

ຄວາມຮູ້ກ່ຽວກັບໂຣກໄວຣັສຕັບອັກເສບ

Published on

ຕັບເປັນອະໄວຍະວະທີ່ສຳຄັນຂອງຮ່າງກາຍ ປົກກະຕິຈະມີນ້ຳໜັກ 1.5 ກິໂລກຣາມ ໂດຍຢູ່ຫຼັງກະບັງລົມ ມວັນນີ້ລາວໂພສຕ໌ກໍ່ບໍ່ພາດທີ່ຈະນຳຄວາມຮູ້ຕ່າງໆກ່ຽວກັບຕັບມາຝາກກັນ ເຊິ່ງຈະເປັນແນວໃດນັ້ນເຮົາມາອ່ານກັນເລີຍ

ໂຣກຕັບຊະນິດຕ່າງໆ

ຕັບມີໂອກາດເປັນໂຣກຕ່າງໆໄດ້ແກ່ ໂຣກຕັບອັກເສບ hepatitis ໂຣກຕັບແຂງ [cirrhosis] ມະເຮັງຕັບ[liver cancer] ໂຣກໄຂມັນໃນຕັບ [fatty liver] ໂຣກຝີໃນຕັບ [liver abscess]

ມີ້ນີ້ລາວໂພສຕ໌ຈະມານຳສະເໜີກ່ຽວກັບໂຣກຕັບອັກເສບ ສ່ວນໂຣກຕັບຊະນິດອື່ນໆແມ່ນຈະນຳສະເໜີມື້ຕໍ່ໆໄປ

ໂຣກຕັບອັກເສບມີ 2 ຊະນິດ

  1. ໂຣກຕັບອັກເສບກະທັນຫັນ [acute hepatitis] ໝາຍເຖິງຕັບອັກເສບທີ່ເປັນບໍ່ດົນກໍ່ຫາຍ ຜູ້ປ່ວຍສ່ວນຫຼາຍມີອາການ 2-3 ອາທິດ ຫຼື ບໍ່ເກີນ 2 ເດືອນ ຜູ້ປາວຍສ່ວນຫຼາຍຈະຮັກສາຫາຍຂາດ ແລະ ຈະມີບາງສ່ວນທີ່ເປັນຕັບຊ້ຳເຮື້ອ ແລະ ບາງຄົນຮຸນແຮງເຖິງຂັ້ນເສຍຊີວິດ
  2. ໂຣກຕັບອັກເສບຊ້ຳເຮື້ອ [chronic hepatitis] ໝາຍເຖິງຕັບອັກເສບທີ່ເປັນດົນກ່ວາ 6 ເດືອນ ແລະ ຈະແບ່ງອອກເປັນ 2 ຊະນິດຄື:

ສາເຫດຂອງໂຣກຕັບອັກເສບ

  1. ເຊື້ອໄວຣັສ ມີຫຼາຍຊະນິດໄດ້ແກ່ ໄວຣັສຕັບອັກເສບ ເອ, ບີ,​ ຊີ, ດີ, ອີ
  2. ເຄື່ອງດື່ມທີ່ມີສານແອລກໍຮູ
  3. ຢາບາງຊະນິດເຊັ່ນ: ຢາຮັກສາວັນນະໂລກ halothane, isoniazid, methyldopa, phenytoin, valproic acid, sulfonamide drugs. ຜູ້ປ່ວຍຫາກໄດ້ acetaminophen (ພາຣາເຊຕາມໍລ)ໃນຂະໜາດສູງຫຼາຍກໍ່ສາມາດເຮັດໃຫ້ຕັບຖືກທຳລາຍໄດ້
  4. ເຊື້ອໂຣກບາງຊະນິດເຊັ່ນ: ໄທຟອຍດ໌, ມາເລເຣຍ

xx Image

ການອັກເສບຕັບຈະເຮັດໃຫ້ຕັບບວມ ມີການທຳລາຍເຊລຕັບ ເຮັດໃຫ້ເກີດມີອາການອ່ອນເພຍຈາກການເຮັດວຽກຜິດປົກກະຕິຂອງຕັບ ຫາກເກີດການອັກເສບຕັບເປັນເວລາດົນໆຈະເຮັດໃຫ້ຕັບຖືກທຳລາຍຫຼາຍ ແລະ ຖືກແທນທີ່ດ້ວຍພັງຜືດ ເຮັດໃຫ້ຕັບມີແຜເປັນ ແລະ ມີລັກສະນະແຂງເປັນຕຸ່ມໆ ເຖິງການອັກເສບຕັບຈະມີຫຼາຍສາເຫດທີ່ສຳຄັນຄືໄວຣັສຕັບອັກເສບ ບັນຫາໂຣກຕັບອັກເສບບີ ແລະ ໂຣກຕັບອັກເສບ ເປັນບັນຫ່າສຳຄັນທີ່ສາມາດນຳໄປເປັນໂຣກຕັບອັກເສບຊ້ຳເຮື້ອ, ເປັນຕັບແຂງ ແລະ ມະເຮັງຕັບ ເປັນພາວະໃຫ້ເກີດການສູນເສຍຊັບສິນຫຼາຍໃນການຮັກສາ

ອາການຂອງໂຣກໄວຣັສຕັບອັກເສບ

877

ການຮັກສາ

ການເລືອກໃຊ້ຢາ ຈະເປັນໜ້າທີ່ຂອງແພດຜູ້ຊ່ຽວຊານ ສະເພາະເນື່ອງຈາກວ່າຢາທີ່ໃຊ້ຮັກສາຈະມີຜົນຂ້າງຂຽງທີ່ຕ້ອງລະວັງຫຼາຍຢ່າງ ຢາທີ່ໃຊ້ຈະມີ interfeon ແລະ lamuvudin

ການປະພຶດຕົວ

ຖ້າເຄີຍເປັນແລ້ວຈະມີໂອກາດຕິດເຊື້ອອີກ ຫຼື ບໍ່

ຖ້າເປັນໄວຣັສຕັບອັກເສບເອ ແລະ ອີ ຈະຫາຍຂາກ ໄວຣັສຕັບອັກເສບບີ ຮ້ອຍລະ 90% ຫາຍຂາດ ສ່ວນໄວຣັສຕັບອັກເສບຊີ ແລະ ດີ ຍັງບໍ່ມີຂໍ້ມູນ

ພາຫະນະຂອງໂຣກຈະເຮັດແນວໃດ

ຜູ້ປ່ວຍທີ່ເປັນພາຫະຄືຜູ້ທີ່ມີເຊື້ອໄວຣັສຢູ່ໃນຮ່າງກາຍແຕ່ບໍ່ສະແດງອາການຂອງຕັບອັກເສບ ຜູ້ປາວຍກຸ່ມນີ້ສາມາດແພ່ເຊື້ອສູ່ຜູ້ອື່ນ ແລະ ຕ້ອງມັ່ນຕິດຕາມການດູແລຈາກແພດເປັນໄລຍະໄລຍະຜູ້ປ່ວຍທີ່ເປັນພາຫະມັກເປັນກັບເຊື້ອໄວຣັສຕັບອັກເສບບີ ແລະ ຊີ ເທົ່ານັ້ນ

ຖ້າແມ່ຖືພາເປັນຕັບອັກເສບຈະສົ່ງຜົນຕໍ່ລູກຫຼືບໍ່

ບຸກຄົນທີ່ເກີດຈາກແມ່ທີ່ມີເຊື້ອໄວຣັສຕັບອັກເສບບີຈະມີໂອກາດຕິດເຊື້ອໄດ້ສູງ ແຕ່ປັດຈຸບັນມີການສັກວັກຊີນໃຫ້ກັບເດັກເກີດໃໝ່ສາມາດປ້ອງກັນການຕິດເຊື້ອໄດ້ແມ່ສາມາດໃຫ້ລູກດື່ມນົມໄດ້

ເມື່ອທ່ານອ່ານແລ້ວ ຫົວຂໍ້ທີ່ມີປະໂຫຍດແບບນີ້ຢ່າລືມສົ່ງຕໍ່ໃຫ້ໝູ່ອ່ານນຳເດີ້

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...