spot_img
Homeຂ່າວຕ່າງປະເທດບັນດາຜູ້ນຳໂລກ ຈະເຊັນ ຂໍ້ຕົກລົງ ກ່ຽວກັບ ດິນຟ້າອາກາດ ຄັ້ງປະຫວັດສາດ

ບັນດາຜູ້ນຳໂລກ ຈະເຊັນ ຂໍ້ຕົກລົງ ກ່ຽວກັບ ດິນຟ້າອາກາດ ຄັ້ງປະຫວັດສາດ

Published on

ບັນດາຜູ້ນຳຈາກຫລາຍເຖິງ 170 ປະເທດ ມີກຳນົດທີ່ຈະໄປເຕົ້າໂຮມກັນຢູ່ທີ່ສຳນັກງານ ໃຫຍ່ອົງການສະຫະປະຊາຊາດ ໃສນະຄອນ New York ໃນວັນສຸກມື້ 22ເມສາ2016 ເພື່ອເຊັນຂໍ້ຕົກ ລົງ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດສີ່ເດືອນຫລັງຈາກຂໍ້ຕົກລົງດັ່ງກ່າວ ໄດ້ເລີ້ມມີການເຈລະຈາກັນ.

ບັນດາເຈົ້າໜ້າທີ່ສະຫະປະຊາດກ່າວວ່າ ພິທີລົງນາມໃນຄັ້ງນີ້ ຈະເປັນຂີດໝາຍຄັ້ງ ທຳອິດຂອງການທູດໂລກ ເພາະວ່າ ບໍ່ມີເວລາໃດໃນປະຫວັດສາດທີ່ມີຫລາຍປະເທດລົງນາມ ຂໍ້ຕົກລົງໃນທຳນອງນີ້.

ພິທີລົງນາມອາດເຮັດໃຫ້ຂໍ້ຕົກລົງດັ່ງກ່າວ ຢູ່ໃນເສັ້ນທາງໄປສູ່ການຈັດຕັ້ງປະຕິບັດຢ່າງ ວ່ອງໄວ ກ່ອນກຳນົດເສັ້ນຕາຍທີ່ໄດ້ວາງໄວ້ໃນປີ 2020 ເຖິງແມ່ນວ່າຍັງຈະຜ່ານຂັ້ນຕອນການດຳເນີນນະໂຍບາຍພາຍໃນປະເທດ ລະຫວ່າງບັນດາປະເທດທີ່ລົງນາມ.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ຈະເປັນຜູ້ຕາງໜ້າສະຫະລັດ ເຂົ້າຮ່ວມພິທີລົງນາມ.

ຂໍ້ຕົກລົງນີ້ ແມ່ນໝາກຜົນຂອງກອງປະຊຸມ ໃນເດືອນທັນວາ ຢູ່ນະຄອນຫລວງ Paris ແລະເປັນຄວາມກ້າວໜ້າທີ່ສຳຄັນ ຂອງການເຈລະຈາ ກ່ຽວກັບດິນຟ້າອາກາດຢູ່ໃນທົ່ວ ໂລກ. ຄວາມພະຍາຍາມເທື່ອກ່ອນ ທີ່ຈະບັນລຸຂໍ້ຕົກລົງ ໃນປີ 2009 ໄດ້ປະສົບກັບອຸປະສັກ ຍ້ອນການບໍ່ລົງຮອຍກັນ ລະຫວ່າງບັນດາປະເທດທີ່ຮັ່ງມີແລະທຸກຈົນ ກ່ຽວກັບ ວ່າບົດບາດຂອງເຂົາເຈົ້າ ຈະກະທຳຢ່າງໃດໃນການຕໍ່ສູ້ກັບການປ່ຽນແປງຂອງດິນຟ້າ ອາກາດ.

ພາຍໃຕ້ຂໍ້ຕົກລົງ Paris ນີ້ ບັນດາປະເທດຮັ່ງມີຈະສະເໜີສະໜັບສະໜູນດ້ານ ການເງິນ ໃຫ້ແກ່ບັນດາປະເທດທີ່ທຸກຈົນ ເພື່ອຊ່ວຍຫລຸດຜ່ອນ ການປ່ອຍແກັສ ເຮືອນແກ້ວ ຂອງເຂົາເຈົ້າແລະປັບໂຕເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ.

ຈຳນວນເງິນທີ່ແທ້ຈິງນັ້ນບໍ່ໄດ້ກຳນົດກັນຢູ່ໃນຂໍ້ຕົກລົງແຕ່ກໍໄດ້ເປີດກ້ວາງ ປະຕູສຳລັບປະເທດທີ່ມີ ເສດຖະກິດເກີດໃໝ່ ຄືດັ່ງຈີນ ເພື່ອປະກອບສ່ວນເຂົ້າ ຮ່ວມ ເຖິງແມ່ນວ່າບໍ່ໄດ້ມີການ ບັງຄັບໃຫ້ຕ້ອງໄດ້ປະຕິບັດກໍຕາມ

ຂ່າວຈາກ: ສຳນັກຂ່າວ ເອບີຊີ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...