Homeສຸຂະພາບ ແລະ ສີ່ງແວດລ້ອມ10 ສັນຍານອັນຕະລາຍ ຈາກໂລກຕັບແຂງ ກວດດ່ວນ

10 ສັນຍານອັນຕະລາຍ ຈາກໂລກຕັບແຂງ ກວດດ່ວນ

Published on

ຕັບ ເປັນ​ອະ​ໄວ​ຍະ​ວະ​ທີ່​ຊ່ວຍ​ທຳ­ລາຍ​ສານ­ພິດ​ໃນ​ຮ່າງ­ກາຍ ຫຼື​ຂອງ​ເສຍ​ອອກ​ຈາກ​ເລືອດ​ຂອງ​ທ່ານ ສ້າງ​ພູມ​ຄຸ້ມ​ກັນ​ເພື່ອ​ຕໍ່­ຕ້ານ​ເຊື້ອ​ໂລກ

ສ້າງ​ສານ​ທີ່​ຊ່ວຍ​ໃຫ້​ເລືອດ​ແຂງ​ຕົວ​ໄດ້ ແລະ​ສ້າງ​ນ້ຳ​ດີ​ເພື່ອ​ຍ່ອຍ​ອາ­ຫານ ຫຼື​ວ່າ​ຈະ​ເປັນ​ການ​ດູດ​ຊຶມ​ວິ­ຕາ­ມິນ​ທີ່​ລະ­ລາຍ​ໃນ​ນ້ຳ­ມັນ ເມື່ອ​ຕັບ​ມີ­ໜ້າ​ທີ່​ເຮັດ​ວຽກ​ຫຼາຍ​ຢ່າງ​ຂະ​ນາດ​ນີ້ ຫາ​ກວ່າ ຕັບ​ເພ່ ຫຼື​ເຮັດ​ວຽກ​ຜິດ​ປົກ­ກະ­ຕິ​ມື້​ໃດ ຮ່າງ­ກາຍ​ຂອງ​ທ່ານ​ຍ່ອມ​ລວນ​ຢ່າງ​ໄວ­ວາ​ແນ່­ນອນ ຫາກ​ເປັນ​ໂລກ​ຕັບ ຈະ​ມີ​ສັນ­ຍານ​ເຕືອນ​ໄພ​ຫຍັງ​ແດ່ ມາ​ກວດ­ເບິ່ງ​ນຳ​ກັນ.

1 ອ່ອນ­ເພຍ ຫຼື​ເມື່ອຍ​ງ່າຍ​ກວ່າ​ປົກ­ກະ­ຕິ

2 ເບື່ອ​ອາ­ຫານ ຫຼື​ກິນ​ອັນ​ໃດ​ກໍ່​ບໍ່​ຄ່ອຍ​ແຊບ

3 ມີ​ອາ­ການ​ຊິປວດຫາກ​ຢູ່​ຕະ­ຫຼອດ ແບບ​ບໍ່​ມີ​ສາ­ເຫດ

4 ນໍ້າໜັກ​ຫຼຸດ​ລົງ ທັ່ໆທີ່​ບໍ່​ໄດ້​ຢູ່​ໃນ​ລະ­ຫວ່າງ​ຫຼຸດ​ນ້ຳ­ໜັກ​ເລີຍ

5 ຕີນ​ບວມ ທ້ອງ​ບວມ​ຜິດ​ປົກ­ກະ­ຕິ

6 ເລືອດ​ອອກ​ງ່າຍ ເນື່ອງ​ຈາກ​ຕັບ​ບໍ່​ສາ­ມາດ​ເຮັດ​ໃຫ້​ເລືອດ​ແຂງ​ຕົວ​ໄດ້​ງ່າຍ​ນັ້ນ​ເອງ

7 ເກີດ​ອາ­ການ​ຄ້າຍ​ເປັນ​ໂລກ​ໜິ້ວ​ໃນ​ຖົງ​ນ້ຳ​ບີ

8 ຕົວ​ເຫຼືອງ ຫຼື​ຕາ​ເຫຼືອງ ເນື່ອງ​ຈາກ​ຕັບ​ບໍ່​ສາ­ມາດ​ຂັບ​ນ້ຳ​ດບີອອກ​ມາ​ໄດ້

9 ໄອ​ເປັນ​ເລືອດ ເນື່ອງ​ຈາກ​ຄວາມ­ດັນ​ໃນ​ຕັບ​ສູງ​ຜິດ​ປົກ​ກະ­ຕິ

10 ອາດ​ເປັນ​ຣິດ​ສີ​ດວງ​ຖະ​ວານ​ໄດ້

ນອກ­ຈາກ​ໂລກ​ຕັບ​ແຂງ​ຈະ​ເກີດ​ຂຶ້ນ​ເມື່ອ​ເຮົາ​ດື່ມ​ແອວ​ກໍ​ຮໍ​ຫຼາຍ​ເກີນ​ໄປ​ແລ້ວ ຍັງ​ອາດ​ມີ​ສາ­ເຫດ​ທີ່​ເກີດ​ຈາກ​ໂລກ​ໄວ​ຣັດ​ຕັບ​ອັກ­ເສບ​ບີ​ອີກ​ດ້ວຍ.

ວິ­ທີ​ປ້ອງ​ກັນ​ໂລກ​ຕັບ​ແຂງ

1 ງົດ ຫຼື​ຫຼຸດ​ດື່ມ​ແອວ​ກໍ​ຮໍ

2 ຊີດ​ວັກ​ຊີນ​ປ້ອງ​ກັນ​ໂລກ​ໄວ​ຣັດ​ຕັບ​ອັກ­ເສບ ຊຶ່ງ​ເປັນ​ສາ­ເຫດ​ສຳ​ຄັນ​ຈຂອງ​ໂລກ​ຕັບ

3 ພະ­ຍາ­ຍາມ​ຄວບ​ຄຸມ​ອາ­ຫານ ແລະ​ອອກ­ກຳ­ລັງ​ກາຍ​ຢ່າງ​ສະ​ໝ່ຳ​ສະ­ເໝີ

4 ລະ­ວັງ​ຢ່າ​ໃຫ້​ເປັນ​ໂລກ​ໜິ້ວ​ໃນ​ຖົງ​ນ້ຳ​ບີ ເພາະ​ອາດ​ສົ່ງ​ຜົນ​ໃຫ້​ເກີດ​ໂລກ​ຕັບ​ໄດ້

5 ບໍ່​ກິນ​ຢາ ຫຼື​ຮັບ​ສານ­ພິດ​ຊະ­ນິດ​ໃດ​ຊະ­ນິດ​ໜຶ່ງ​ເປັນ​ໄລ­ຍະ​ເວ­ລາ​ດົນ​ນານ

ຫາກ​ມີ​ສັນ­ຍານ​ເຕືອນ​ໄພ​ເຫຼົ່າ​ນີ້ ໂດຍ​ສະ­ເພາະ​ອາ­ການ​ເບື່ອ​ອາ­ຫານ, ນ້ຳ­ໜັກ​ຫຼຸດ ແລະ​ຕີນ​ບວມ ທ້ອງ​ບວມ ຄວນ​ໄປ​ຫາ​ແພດ​ໜໍ​ໂດຍ​ດ່ວນ​ທີ່​ສຸດ ເພາະ​ຕັບ​ເປັນ​ອະ​ໄວ​ຍະ​ວະ​ສຳ­ຄັນ​ທີ່​ບໍ່​ສາ­ມາດ​ຕັດ​ອອກ​ໄປ​ຂ້າງ​ໜຶ່ງ​ໄດ້​ຄື​ກັບ​ໄຕ ຫຼື​ປີກ​ໝົດ​ລູກ ແລະ​ຕັບ​ເຮັດ​ໜ້າ­ທີ່​ສຳ­ຄັນ​ຫຼາຍ​ຢ່າງ​ໃນ​ຮ່າງ­ກາຍ ຫາກ​ເຮັດ​ວຽກ​ຜິດ​ປົກ­ກະ­ຕິ​ເມື່ອ​ໃດ ທ່ານ​ຊວຍ​ແນ່­ນອນ.

ຂໍ້ມູນຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...