Homeເກັບຕົກ-ເລື່ອງແປກເລື່ອງຈິງທະລຸໂລກ ຕອນ: ພິທີກຳຕ້ອງຫ້າມແປກປະຫຼາດເຫັນແລ້ວຕ້ອງຂົນຫົວລຸກ

ເລື່ອງຈິງທະລຸໂລກ ຕອນ: ພິທີກຳຕ້ອງຫ້າມແປກປະຫຼາດເຫັນແລ້ວຕ້ອງຂົນຫົວລຸກ

Published on

“ເລື່ອງຈິງທະລຸໂລກ” ວັນນີ້ລາວໂພສຕ໌ ຈະພາທຸກທ່ານໄປຮູ້ຈັກພິທີກຳຕ້ອງຫ້າມແປກປະຫຼາດທົ່ວທຸກມຸມຸໂລກ ທີ່ຜູ້ທີ່ສັດທາໃນສາສະໜາເຫັນແລ້ວຕ້ອງຂົນຫົວລຸກ ເຊິ່ງຈະປະກອບມີພຶດຕິກຳໃດແນ່ນັ້ນເຮົາມາຮູ້ໄປພ້ອມໆກັນເລີຍ 

Aghori Babas ເປັນນິກາຍໜຶ່ງຂອງອິນດູອາໃສໃນເມືອງພາຣານາສີ ຂອງປະເທດອິນເດຍ ມີຊື່ສຽງໃນການກິນຊາກສົບມະນຸດທີ່ຕາຍແລ້ວ ແລະ ໃຊ້ກະດູກຈາກສົບໃນການສ້າງງານຫັດຖະກຳ ເຊັ່ນ: ຊາມກະໂຫຼຫົວຄົນຕາຍ ແລະ ເຄື່ອງປະດັບ ພວກເຂົາເຊື່ອວ່າຄວາມຢ້ານຂອງມະນຸດກໍ່ຄືການຕາຍຂອງຕົນເອງ ແລະ ການຢ້ານແມ່ນອຸປະສັກຂອງການຕັດສະລຸຂອງຈິດວິນຍານ ດັ່ງນັ້ນການກ້າປະເຊີນໜ້າກັບມັນຈະສາມາດບັນລຸການຕັດສະລູໄດ້

e

ໃນທິເບດ ຊາວພຸດທີ່ນັ້ນມີການປະກອບພິທີກຳອັນສັກສິດທີ່ແປກໆ ທີ່ເອີ້ນວ່າ: “ການຟັງສົບເທິງທ້ອງຟ້າ” ນັ້ນຄື ຫາກເມື່ອມີຄົນນຕາຍ (ຍົກເວັ້ນເດັກອາຍຸຕ່ຳກ່ວາ 18 ປີ, ແມ່ຍິງຖືພາ ແລະ ຜູ້ປ່ວຍດ້ວຍໂຣກຕິດຕໍ່ ຫຼື ເກີດອຸບັດຕິເຫດ, ສ່ວນການຝັງສົບໃນສຸສານ ຫຼື ເຜົາ ຈະສະຫງວນໄວ້ໃຫ້ຜູ້ທີ່ເປັນພຣະລາມະຕຳແໜ່ງສູງເທົ່ານັ້ນ) ຜູ້ປະກອບພິທີກຳຈະເຮັດການຈັດການສົບໃຫ້ໄວທີ່ສຸດດ້ວຍການຕັດສົບອອກໄປສິ້ນໆ ແລະ ໃຫ້ຝູງແຮ້ງທີ່ຕົນລ້ຽງນັ້ນກິນ ສ່ວນຊາກທີ່ເຫຼືອກໍ່ເອົາໄປເຜົາຖິ້ມ ຕາມຄວາມເຊື່ອຂອງຊາວພຸດທີ່ນັ້ນເຊື່ອເລື່ອງຈັກກະຫຼາດການເກີດໃໝ່ ຈິດວິນຍານໄປອີກແຫ່ງໜຶ່ງ ດັ່ງນັ້ນບໍ່ຈຳເປັນທີ່ຈະຕ້ອງເກັບຮ່າງໄວ້ ອີກຢ່າງໜຶ່ງພວກເຂົາປຽບນົກແຮ້ງເໝືອນຟ້ອນລຳຢູ່ເທິງຟ້າ ມີຖານະທຽບເທົ່າເທວະບຸດ ແລະ ເທວະດາ ເຊິ່ງເທບທັງຫຼາຍເຫຼົ່ານີ້ຈະນຳວິຍານຜູ້ຕາຍໄປສູ່ສະຫວັນ

201

ຊາວນິກາຍຊີອະຂອງ ສາສະໜາອິດສະລາມ ( ປາກີສະຖານ, ອັບການິສະຖານ, ອີຣັກ, ອິຣ່ານ, ຕູຣກີ, ອາເຈີໃບຈານ, ເລບານອນຣ໌ ແລະ ບາເຣນ) ໄດ້ປະກອບພິທີກຳໝູ່ທີ່ໜ້າຫວາດສຽວ ຄືການຕີ ແລະ ທຳຮ້າຍຕົວເອງດ້ວຍມີດ ໃຫ້ເລືອດໄຫລອອກຈາກຮ່າງກາຍ ເປັນປະຈຳທຸກປີໃນຊ່ວງເດືອນສັກສິດຂອງມູຮັມໝັດ ເພື່ອລະນຶກເຖິງຄວາມທຸກທໍລະມານຂອງຮຸນເຊັນ ຫຼາຍຊາຍຂອງສາດສະດາມູຮັມໝັດ ແລະ ເປັນສິ່ງທີ່ອະທິບາຍເຖິງພາບແຫ່ງຄວາມສະຫຍອງໃນການປະກອບພິທີກຳໃນການໄວ້ອາໄລໃຫ້ທ່ານມູຮັມໝັດ

12

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...