spot_img
Homeຂ່າວຕ່າງປະເທດລາຄາເງິນ ພຸ່ງສູງຕັ້ນງແຕ່ຕົ້ນປີ 2016 ສັດສ່ວນເພີ່ມຂຶ້ນແຊງໜ້າ ຄຳ

ລາຄາເງິນ ພຸ່ງສູງຕັ້ນງແຕ່ຕົ້ນປີ 2016 ສັດສ່ວນເພີ່ມຂຶ້ນແຊງໜ້າ ຄຳ

Published on

ຊີ​ເອັນ​ເອັນ ມັນນີລາຍ​ງານ​ວ່າ ນັບ​ຕັ້ງ​ແຕ່​ຕົ້ນ​ປີ 2016 ລາຄາ​ເງິນ​ເພີ່ມ​ສູງ​ຂຶ້ນ 22% ​ເຮັດ​ໃຫ້​ເງິນ​ກາຍ​ເປັນ​ຊັບ​ສິນ​ທີ່​ໜ້າລົງທຶນ​ໃນ​ປີ​ນີ້ ສ່ວນ​ລາຄາ​ຄຳ​ເພີ່ມ​ຂຶ້ນ 18% ນັບ​ຕັ້ງ​ແຕ່​ຕົ້ນ​ປີ​ທີ່​ຜ່ານ​ມາ.

ໃນ​ວັນອັງຄານ (19 ເມສາ) ທີ່​ຜ່​ານມາ ລາຄາ​ເງິນ​ເພີ່ມ​ຂຶ້ນ 4,5% ຖື​ວ່າ​ສູງ​ທີ່​ສຸດ​ໃນ​ຮອບ 11 ​ເດືອນທີ່​ຜ່ານ​ມາ ລາຄາ​ເງິນ​ຜັນ​ປ່ຽນ​ຕາມ​ລາຄາ​ຄຳ ​ແຕ່​ຜູ້​ຊ່ຽວຊານ​ລະບຸ​ວ່າ ​ໃນ​ຫຼາຍ​ອາດທິດ​ທີ່​ຜ່ານ​ມາ​ມີ​ການ​ຊື້​ຂາຍ​ເງິນ​ຢ່າງ​ຈິງ​ຈັງ ຊຶ່ງ​ນັກ​ລົງ​ທຶນຈັບ​ຕາ​ເບິ່ງ​ຄວາມ​ແຕກ​ຕ່າງ​ຂອງ​ລາຄາ​ເງິນ ​ແລະ ຄຳ​ຢ່າງ​ໃກ້ຊິດ ​ແລະ ​ເມື່ອ​ລາຄາ​ເງິນ​ສູງ​ຂຶ້ນ​ໃນ​ອາທິດ​ທີ່​ຜ່ານ​ມາ​ກໍ່​ຊ່ວຍ​ຫຼຸດ​ຊ່ອງ​ວ່າງ​ຂອງ​ລາຄາ​ເງິນ ​ແລະ ຄຳ​ລົງ​ໄປ​ ​ແຕ່​ລາຄາ​ສິນ​ຊັບ​ທັ​ງສອງ​ຢ່າງ​ກໍ່​ຍັງ​ຫ່າງ​ກັນ​ຫຼາຍ​ຢູ່ ​ໂດຍ​ລາຄາ​ເງິນ​ໃນ​ປະຈຸ​ບັນ​ຢູ່​ທີ່ 17 ​ໂດ​ລາ​ຕໍ່​ອອນ ສ່ວນ​ລາຄາ​ຄຳ​ຢູ່​ທີ່ 1.254 ​ໂດ​ລາ​ຕໍ່​ອອນ, ທັງ​ນີ້​ເຊື່ອ​ວ່າ ປັດ​ໃຈ​ທີ່​ເຮັດ​ໃຫ້​ລາຄາ​ເງິນ​ໃນ​ສປ ຈີນ​ສູງ​ຂຶ້ນ ​ເກີດ​ຈາກ​ເສດຖະກິດ​ຈີນ​ເລີ່​ມຄົງ​ທີ່ ຈຶ່ງ​ເປັນ​ຜົນ​ໃຫ້​ມີ​ຄວາມ​ຕ້ອງການ​ເງິນ​ຫຼາຍ​ຂຶ້ນອີກ​ເທື່ອ​ໜຶ່ງ.

ທ່ານ ຟິລິ​ບ ດີ​ລ ປະທານ U.S. Money Reserve ກ່າວ​ວ່າ ​ເງິນ​ແຕກ​ຕ່າງ​ຈາກ​ຄຳ​ຫຼາຍ ​ເພາະ​ມີ​ຄວາມ​ຕ້ອງການ​ຈາກ​ຂະ​ແໜ່​ງອຸດສາຫະກຳ​ເຂົ້າ​ມາ​ກ່ຽວຂ້ອງ ນອກຈາກ​ນີ້​ຄວາມ​ຕ້ອງການ​ຂອງ​ເງິນ​ຍັງ​ມີ​ສ່ວນ​ໜຶ່ງ​ມາ​ຈາກ​ຂະ​ແໜງ​ອຸດສາຫະກຳ ຈິ​ວ​ເວລຣີ ​ແລະ ສ່ວນ​ໜຶ່ງ​ມາ​ຈາກ​ນັກ​ລົງທຶນ​ທີ່​ເພິ່ງ​ພາ​ຊັບ​ສິນ​ເປັນ​ເງິນ ​ແລະ ຄຳ ​ໃນ​ກໍລະນີ​ທີ່​ເສດຖະກິດ​ອ່ອນ​ແອ. ຢ່າງ​ໃດ​ກໍ​ຕາມ ມີ​ຂໍ້​ສັງ​ເກດ​ການ​ຈາກ​ຜູ້​ຊ່ຽວຊານ​ວ່າ ມີ​ຄວາມ​ຕ້ອງການ​ເງິນ​ຫຼຽນ​ສູງ​ຂຶ້ນ ​ແຕ່​ກໍ່​ຍັງ​ບໍ່​ແມ່ນ​ນັກ​ລົງທຶນ​ທຸກ​ຄົນ​ທີ່​ຄິດ​ວ່າ ​ເງິນ​ເປັນ​ຊັບ​ສິນ​ທີ່​ຄວນ​ລົງທຶນ​ໃນ​ປະຈຸ​ບັນ​ນີ້.

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...