Homeຂ່າວຕ່າງປະເທດຣັດເຊຍປະກາດ ຈະໃຊ້ທຸກມາດຕະການຕອບໂຕ້ ໄພຄຸກຄາມຈາກສະຫະລັດຯ ແລະ ພັນທະມິດ!

ຣັດເຊຍປະກາດ ຈະໃຊ້ທຸກມາດຕະການຕອບໂຕ້ ໄພຄຸກຄາມຈາກສະຫະລັດຯ ແລະ ພັນທະມິດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ເມສາຜ່ານມານີ້ວ່າ ທ່ານ ອະເລັກຊານເດີ ກຣຸດໂກ ເອກອັກຄະລັດຖະທູດຣັດເຊຍ ປະຈຳນາໂຕ້ ໄດ້ກ່າວມີຄຳເຫັນວ່າ ຣັດເຊຍຈະດຳເນີນທຸກມາດຕະການທີ່ຈຳເປັນ ເພື່ອສະກັດກັ້ນໄພຄຸກຄາມ ຈາກສະຫະລັດອາເມຣິກາ ແລະ ຊາດພັນທະມິດຂອງສະຫະລັດຯ ໃນລະຫວ່າງທີ່ທ່ານ ເຂົ້າຮ່ວມກອງປະຊຸມ ລະຫວ່າງຊາດສະມາຊິກ ອົງການສົນທິສັນຍາປ້ອງກັນແອັດແລນຕິກເໜືອ ຫລື ນາໂຕ້ ແລະ ຣັດເຊຍ ຊຶ່ງເປັນກອງປະຊຸມ ລະຫວ່າງສອງຝ່າຍຄັ້ງທຳອິດ ຕັ້ງແຕ່ຄວາມສຳພັນລະຫວ່າງຣັດເຊຍ ແລະ ນາໂຕ້ ເຂົ້າສູ່ຂັ້ນວິກິດການ ເມື່ອ 2 ປີກ່ອນໜ້ານີ້ ເນື່ອງຈາກສະພາບວິກິດການທາງການເມືອງຢູ່ອູແກຣນ ທີ່ທັງສອງຝ່າຍ ຕ່າງກໍມີບົດບາດ ແລະ ກ່າວຫາກັນວ່າເປັນຜູ້ແຊກແຊງ ເຖິງຂັ້ນກາຍເປັນສົງຄາມກາງເມືອງບານປາຍ.

ກ່ອນໜ້ານີ້ ເມື່ອວັນທີ 11 ເມສາຜ່ານມາ ກອງທັບເຮືອສະຫະລັດອາເມຣິກາ ໄດ້ສົ່ງເຮືອກຳປັ່ນສູ້ຮົບລຳໜຶ່ງ ເຂົ້າໄປແລ່ນໃກ້ກັບຖານທັບເຮືອຣັດເຊຍ ໃນທະເລບອນຕິກ ຈົນເປັນເຫດເຮັດໃຫ້ຝ່າຍຣັດເຊຍ ສົ່ງເຮືອບິນສູ້ຮົບອອກມາບິນຂັບໄລ່ ສ້າງຄວາມເຄັ່ງຕຶງໃຫ້ແກ່ຄວາມສຳພັນລະຫວ່າງສອງຝ່າຍຮອບໃໝ່.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...