Homeຂ່າວເຫດການຮອດປີ 2030 ສປປ ລາວ ຕ້ອງຮັບປະກັນ ໃຫ້ມີກົດໝາຍ ເປັນລະບົບຄົບຖ້ວນ

ຮອດປີ 2030 ສປປ ລາວ ຕ້ອງຮັບປະກັນ ໃຫ້ມີກົດໝາຍ ເປັນລະບົບຄົບຖ້ວນ

Published on

ຂປລ. ທ່ານ ສົມ​ພັນ ​ແພງ​ຄຳ​ມີ ຮອງປະທານ ​ສະພາ​ແຫ່ງ​ຊາດ ກ່າວ​ຕໍ່ກອງ​ປະຊຸມ​ ຄັ້ງ​ປະຖົມ​ມະ​ລືກ ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ 8 ​​ໃນຕອນ​ເຊົ້າ​ ຂອງ​ວັນ​ທີ 22 ​ເມສາ ນີ້ ໂດຍລະບຸ​ວ່າ: ຮອດ​ປີ 2030 ສປປ ລາວ​ ຕ້ອງ​ຮັບປະກັນ​ ໃຫ້​ມີ​ກົດໝາຍ​ເປັນລະບົບ​ຄົບ​ຖ້ວນ ໃນ​ທຸກຂະ​ແໜງການ, ສິດທິ​ຂອງ​ພົນລະ​ເມືອງ ​ຮັບປະກັນ​ການ​ຄຸ້ມ​ຄອງ ​ຕາມ​ກົດໝາຍທີ່​ສັກສິດ, ປະຊາຊົນ​ບັນດາ​ເຜົ່າ ມີ​ຄວາມ​ສາມັກຄີ​ ເປັນ​ປຶກ​ແຜ່ນ, ສັງຄົມ​ມີ ​ຄວາມ​ສະຫງົບ​ຍຸຕິ​ທຳ, ມີ​ປະຊາທິປະ​ໄຕ ​ແລະ ສີວິ​ໄລ.

ຮອງ ​ປະທານ​ ສະພາ​ແຫ່ງ​ຊາດ ຍັງ​​ໄດ້ຊີ້​ໃຫ້​ເຫັນ ​ຍຸດ​ທະ​ສາດຮອດ​ປີ 2025 ກໍ​ຄື​ ດ້ານ​ນິຕິບັນຍັດ ສ້າງ ແລະ ປັບປຸງ​ກົດໝາຍ​ ໃຫ້​ສອດຄ່ອງ​ກັບ​ແນວທາງ ​ຂອງ​ພັກ ສາມາດ​ເຊື່ອມ​ໂຍງ​ ເຂົ້າ​ກັບ​ພາກພື້ນ ​ແລະ ສາກົນ, ສິ່ງ​ສຳຄັນ ​ຈະ​ໄດ້​ສ້າງ​ກົດໝາຍ​ໃໝ່​ ໃຫ້​ໄດ້​ຢ່າງໜອ້ຍ 10 ສະບັບ​ຕໍ່ປີ, ​ໃນ​ນັ້ນ ຖື​ເອົາ​ການ​ສ້າງ ​ແລະ ປັບປຸງ​ກົດໝາຍ​ ໃນ​ຂົງ​ເຂດ​ເສດຖະກິດ ​ເປັນ​ໃຈກາງ. ພ້ອມ​ທັງ​ ປະ​ເມີນ​ຄວາມ​ສອດຄ່ອງ​ ຂອງ​ກົດໝາຍ ​ແລະ ຜົນ​ການຈັດ​ຕັ້ງ​ປະຕິບັດ​ ໃນ​ແຕ່ລະ​ຂົງ​ເຂດ, ​​ແຕ່ລະ​ໄລຍະ ​ເພື່ອ​ຮັບປະກັນ​ ໃຫ້ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ ​ດ້ວຍ​ກົດໝາຍທີ່​ສັກສິດ ​ແລະ ​ແກ້​ໄຂ​ຊ່ອງ​ຫວ່າງ ​ຂອງ​ກົດໝາຍ ກັບ​ຄວາມ​ເປັນ​ຈິງ​ ໃຫ້​ເໝາະສົມ.

ສຳລັບ ​ບັນຫາ​ສຳຄັນ ​ພື້ນຖານ​ຂອງ​ປະ​ເທດ ທີ່​ໄດ້​ກຳນົດ​ໄວ້​ ໃນ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ຕ້ອງ​ຜ່ານ ​ການ​ພິຈາລະນາ ​ແລະ ຮັບຮອງຈາກ​ ສະພາ​ແຫ່ງ​ຊາດ ​ແລະ ມີ​ຜົນ​ສັກສິດ​ ໃນ​ການຈັດ​ຕັ້ງ​ປະຕິບັດ, ການ​ຕົກລົງ​ບັນຫາ​ສຳຄັນ​ ພື້ນຖານ​ຂອງຊາດ ຕ້ອ​ງຮັບປະກັນ​ ເຮັດ​ໃຫ້ປະ​ເທດຊາດ ມີ​ສະຖຽນລະ​ພາບ​ ທາງ​ດ້ານ​ການ​ເມືອງ ທີ່ໜັກ​ແໜ້ນ, ສັງຄົມ​ມີ​ຄວາມ​ ເປັນ​ລະບຽບຮຽບຮ້ອຍ, ​ເສດຖະກິດ-ສັງຄົມ​ ມີ​ການ​ພັດທະນາ ​ແລະ ຂະຫຍາຍຕົວ​ ຕໍ່​ເນື່ອງໝັ້ນທ່ຽງ. ຢ່າງ​ໃດ​ກໍ​ຕາມ ສະພາ​ແຫ່ງ​ຊາດ ຍັງ​ໄດ້​ເນັ້ນ​ລະບົບ​ການ​ ຕິດຕາມ​ກວດກາ ໃນ​ຂົງ​ເຂດ​ການ​ປົກຄອງ ​ແລະ ການ​ຄຸ້ມ​ຄອງ ຂອງ​ບັນດາ​ອົງການ​ລັດ, ສ່ວນຜົນ​ຂອງການ ​ຕິດຕາມ​ກວດກາ​ ຕ້ອງ​ໄດ້​ຮັບ ​ການ​ພິຈາລະນາ​ແກ້​ໄຂ​ ໃຫ້​ມີ​ຄວາມ​ເຂັ້ມ​ງວດ​ ​ແລະ ສັກສິດຂຶ້ນ​ກວ່າ​ເກົ່າ.

ສະ ​ເພາະ​ຍຸດ​ທະ​ສາດ​ ສ້າງ​ຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່​ສະພາ​ແຫ່ງ​ຊາດ ​ແມ່ນ​ບັນຫາ​ກົງຈັກ​ ການຈັດ​ຕັ້ງ ​ແລະ ບຸກຄະລາ​ກອນ ຈະ​ໄດ້​ຮັບ​ການພັດທະນາ​ ຍົກ​ລະດັບ​ໃຫ້​ສົມ​ຄູ່​ ກັບ​ພາລະ​ບົດບາດ ສິດ ​ແລະ ໜ້າທີ່​ຂອງ​ຕົນ ​ໃນ​ການ​ເປັນ​ຕົວ​ແທນ ​ແຫ່ງ​ສິດ ​ແລະ ຜົນ​ປະ​ໂຫຍ​ດ ຂອງປະຊາຊົນ. ທັງ​ມີ​ການ​ປັບປຸງ​ກົນ​ໄກ ການ​ເຄື່ອນ​ໄຫວ​ ຂອງ​ສະພາ​ແຫ່ງ​ຊາດ ​ໃຫ້​ມີ​ຄວາມ​ກ້າວໜ້າ ​ແລະ ທັນ​ສະ​ໄໝ​ ເທື່ອລະ​ກ້າວ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...