ໂຄງການ ວຽງຈັນສະອາດ ມາພ້ອມມາດຕະການເດັດຂາດຕໍ່ຜູ້ລະເມີດ

ໂຄງການ ວຽງຈັນສະອາດ ມາພ້ອມມາດຕະການເດັດຂາດຕໍ່ຜູ້ລະເມີດ

ຕໍ່ຈາກນີ້ການຮັກສາຄວາມສະອາດທີ່ຢູ່ອາໄສ ໄປຈົນເຖິງສະພາບແວດລ້ອມເທິງເສັ້ນທາງ ສໍານັກງານ ຮ້ານຄ້າ ຫົວໜ່ວຍທຸລະກິດ ອົງການ ອົງກອນ ໂຮງຈັກ ໂຮງງານ ອີກທັງການບໍລິຫານນໍ້າ ແລະ ທ້ອງຟ້າສະອາດ ແມ່ນຄວາມຮັບຜິດຊອບຂອງຊາວນະຄອນຫຼວງວຽງຈັນທຸກຄົນ ຮວມເຖິງຊາວຕ່າງປະເທດທີ່ເຂົ້າມາປະຕິບັດວຽກງານ ປະກອບການທຸລະກິດ ກໍຕ້ອງປະຕິບັດຕາມມະຕິຕົກລົງຂອງອົງການປົກຄອງນະຄອນຫຼວງວຽງຈັນ ໃນນັ້ນ ຖ້າບຸກຄົນ ຫຼື ອົງການຈັດຕັ້ງຕ່າງໆ ຫາກລະເມີດຂໍ້ຫ້າມຈະຖືກປັບໄໝ 10 ເທົ່າ ແລະ 100 ເທົ່າຂອງມູນຄ່າປັບໄໝ ສ່ວນມາດຕະການຈັດຕັ້ງປະຕິບັດ ແມ່ນຈະເລີ່ມແຕ່ເດືອນມັງກອນປີ 2016 ເປັນຕົ້ນໄປ.

ຕາມທີ່ ທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເຜີຍແຜ່ມະຕິຕົກລົງຂອງອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບແຜນວຽກ ແລະ ມາດຕະການຈັດຕັ້ງປະຕິບັດ ໂຄງການວຽງຈັນສະອາດ ໄລຍະສະເພາະໜ້າ ແລະ ຮອດປີ 2020 ຕໍ່ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ສະໄໝສາມັນປະຈໍາເດືອນທັນວາ 2015 ໃຫ້ຮູ້ວ່າ ໂຄງການວຽງຈັນສະອາດ ແນໃສ່ສ້າງໃບໜ້າໃໝ່ໃຫ້ແກ່ເມືອງເອກຂອງປະເທດ ເພື່ອຄວາມສະອາດ ຄວາມເປັນລະບຽບຮຽບຮ້ອຍ ເຊິ່ງຈະເປັນພື້ນຖານໃຫ້ແກ່ການພັດທະນາໂຕເມືອງທີ່ໜ້າຢູ່ (6 ສ) ໂຄງການນີ້ເປັນນຶ່ງໃນຂະບວນການສ້າງຜົນງານຄໍານັບຮັບຕ້ອນກອງປະຊຸມໃຫຽ່ ຄັ້ງທີ X ຂອງ ພັກປະຊາຊົນປະຕິວັດລາວ ແລະ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ໃນປີ 2016 ທີ່ ສປປ.ລາວ ເຮົາໄດ້ຮັບກຽດເປັນເຈົ້າພາບ ສໍາລັບໂຄງການວຽງຈັນສະອາດ ແມ່ນໄດ້ກໍານົດໂຕຊີ້ວັດຄື ເສັ້ນທາງຕ້ອງສະອາດ ປາສະຈາກຂີ້ຝຸ່ນ ແລະ ຂີ້ເຫຽື້ອ ບໍ່ມີນໍ້າເປື້ອນຕາມເສັ້ນທາງ ແລະ ຂອບທາງ ໜ້າຖະໜົນ ແລະ ອ້ອມແອ້ມແຄມທາງບໍ່ເປັນຂຸມ ແລະ ຂອບທາງພາຍໃນໂຕເມືອງ ເປັນຕົ້ນແມ່ນຖະໜົນຫຼວງແຫ່ງຊາດ ເສັ້ນທາງສາຍໃຫຽ່ ສາຍທາງ ທາງຄົນຍ່າງ ແລະ ເສັ້ນທາງກາງເມືອງ ຕ້ອງບໍ່ມີສິ່ງກີດຂວາງ ເຊິ່ງບັນດາຂໍ້ກໍານົດທີ່ລະບຸໄວ້ທັງໝົດນີ້ ຕ້ອງປະຕິບັດໃຫ້ໄດ້ 70% ຂຶ້ນໄປສໍາລັບເສັ້ນທາງຮ່ອມ 80% ຂຶ້ນໄປສໍາລັບເສັ້ນທາງເທສະບານ ເສັ້ນທາງຫຼວງແຫ່ງຊາດ ແລະ 90% ຂຶ້ນໄປສໍາລັບເສັ້ນທາງໃຈກາງເມືອງ.

ມະຕິຕົກລົງ ໄດ້ລະບຸອີກວ່າ ໃຫ້ປັດກວາດ 21 ເສັ້ນທາງມີຄວາມຍາວ 90.212 ແມັດ ເຊິ່ງຕ້ອງໃຊ້ແຮງງານ 476 ຄົນ ດູດຝຸ່ນ ລ້າງທາງ ດ້ວຍກົນຈັກ 4 ເທື່ອຕໍ່ເດືອນ ໃນແຕ່ລະເສັ້ນທາງ ຕ້ອງເກັບມ້ຽນຂີ້ເຫຽື້ອຄົວເຮືອນ 2 ເທື່ອຕໍ່ອາທິດ ສໍາລັບຂີ້ເຫຽື້ອຕະຫຼາດ ຮ້ານອາຫານ ໂຮງແຮມ ແລະ ທີ່ສາທາລະນະ ຕ້ອງປະຕິບັດ 2 ຖ້ຽວຕໍ່ວັນ ຈິ່ງຕ້ອງລະດົມທຶນເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການ 895 ລ້ານກີບຕໍ່ເດືອນ ເຊິ່ງຈະໄດ້ຈາກງົບປະມານລັດຈໍານວນນຶ່ງ ໄດ້ຈາກລາຍຮັບຄົວເຮືອນ ວິສາຫະກິດ ສໍານັກງານ ອົງການ ທີ່ເປັນຜູ້ສ້າງຂີ້ເຫຍື້ອ ຕ້ອງຈ່າຍ 400 ກີບຕໍ່ກິໂລກຣາມ ລາຍຮັບຈາກການປັບໄໝຜູ້ລະເມີດປ້າຍຫ້າມຈອດ ລະເມີດລະບຽບຫ້າມຂາຍເຄື່ອງແຄມທາງ ແລະ ທາງຄົນຍ່າງ ຈະຖືກປັບໄໝ 10 ເທົ່າຂອງມູນຄ່າປັບໄໝທີ່ຕັ້ງໄວ້ໃນເບື້ອງຕົ້ນເຊັ່ນ 70.000 ກີບ x 10 ເທົ່າ ຕ້ອງເສຍ 700.000 ກີບ ສ່ວນການຖິ້ມຂີ້ເຫຽືອບໍ່ຖືກບ່ອນຕ້ອງຈ່າຍ 100 ເທື່ອຂອງມູນຄ່າ ແລະ ນໍ້າໜັກຂີ້ເຫຽື້ອຄື 400 ກີບ/ກິໂລກຣາມ x 100 ເທື່ອ ສໍາລັບລົດທຸກປະເພດທີ່ປ່ອຍໃຫ້ຜູ້ໂດຍສານຖິ້ມຂີ້ເຫຽື້ອໃສ່ຖະໜົນຫົນທາງຈະຖືກປັບໄໝ 100.000 ກີບຕໍ່ຄົນຕໍ່ຄັ້ງ ສໍາລັບລົດຂົນສົ່ງແຮ່-ຊາຍ ແລະ ດິນທີ່ສ້າງຄວາມເປິເປື້ອນໃສ່ເສັ້ນທາງຈະຖືກປັບໄໝ 100.000 ກີບຕໍ່ຖ້ຽວຕໍ່ວັນ ພ້ອມນັ້ນ ຕ້ອງຈ່າຍອີກ 500.000 ກີບເປັນຄ່າທໍາຄວາມສະອາດຕໍ່ນຶ່ງຖ້ຽວ ສໍາລັບລົດບັນຈຸ 6 ແມັດກ້ອນ ແລະ ການລະເມີດຂໍ້ຫ້າມອື່ນໆ ເຊິ່ງໄດ້ລະບຸໄວ້ໃນປຶ້ມມະຕິຕົກລົງຂອງອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບແຜນວຽກ ແລະ ມາດຕະການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດ ໄລຍະສະເພາະໜ້າ ແລະ ຮອດປີ 2020 (ເຫຼັ້ມສີແດງ) ໂດຍໄດ້ອະທິບາຍລາຍລະອຽດ ແລະ ຂັ້ນຕອນຈັດຕັ້ງປະຕິບັດຢ່າງຄົບຖ້ວນຢູ່ໃນນັ້ນ.

ສະນັ້ນ ໜ່ວຍງານກວດກາຜັງເມືອງ ແລະ ທາງຫຼວງ ຮວມເຖິງພະແນກການ ອົງການບໍລິຫານໂຕເມືອງ (ອພບ) ໂຍທາທິການແລະຂົນສົ່ງ (ຍທຂ) ພະແນກອຸດສາຫະກໍາ ແລະ ການຄ້າ ຕໍາຫຼວດຈະລາຈອນ ຫ້ອງການເມືອງ ຕະຫຼອດຮອດອໍານາດການປົກຄອງທຸກຂັ້ນໃນນະຄອນຫຼວງວຽງຈັນ ຕ້ອງຮ່ວມເປັນຄະນະ ແລະ ນໍາພາຈັດຕັ້ງປະຕິບັດ ເຊິ່ງປື້ມຄູ່ມືດັ່ງກ່າວ ແມ່ນມີຂາຍໃຫ້ທຸກຄົວເຮືອນ ສາມາດຕິດຕໍ່ຊື້ໄດ້ທີ່ຫ້ອງການເມືອງ ແລະ ອໍານາດການປົກຄອງບ້ານ.

ໂດຍ: ສ.ບົວພາ

ຂ່າວຈາກ: ສຳຂັກຂ່າວ ເອບີຊີ