HomeມູມໄອທີລາວHuawei ປະກາດຢ່າງເປັນທາງການ P9 Lite ຈະພ້ອມເປີດໂຕໃນເດືອນພຶດສະພານີ້

Huawei ປະກາດຢ່າງເປັນທາງການ P9 Lite ຈະພ້ອມເປີດໂຕໃນເດືອນພຶດສະພານີ້

Published on

image

ເປັນເວລາບໍ່ດົນຫຼັງຈາກທີ່ Huawei ໄດ້ເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ຄື P9 ແລະ P9 Plus ຢ່າງເປັນທາງການ ທີ່ມີພັນທະມິດແບບ Leica ມາໃຫ້ຄຳແນະນຳດ້ານຂອງກ້ອງ. ໃນອາທິດນີ້ເອງກໍມີຂ່າວຄາວຂອງລຸ້ນນ້ອງຂອງຕະກູນ P9 ອອກມາເລື້ອຍໆ P9 Lite ຜ່ານການຮັບຮອງຈາກ TENAA ແລະມື້ນີ້ເອງເຮົາກໍມີຂ່າວດີມາຝາກຄືທາງ Huawei ອອກມາປະກາດຢ່າງເປັນທາງການແລ້ວວ່າລຸ້ນນ້ອງແບບ P9 Lite ຈະເປີດໂຕໃນເດືອນພຶດສະພາທີ່ຈະຮອດນີ້

image

image

ເຮົາມາທົບທວນສະເປັກຂອງ Huawei P9 Lite ນຳກັນເລີຍວ່າມີຫຍັງແດ່?

ສະເປັກຂອງ Huawei P9 Lite ແບບບໍ່ເປັນທາງການ:

– ໜ້າຈໍຂະໜາດ 5.2 ນິ້ວ, ຄວາມລະອຽດ 1920 x 1080 ພິກເຊວ (FHD)
– ຊິບປະມວນຜົນ Kirin 650 ຄວາມແຮງຢູ່ທີ່ 2.0 GHz
– RAM 2GB ແລະ 3GB (ແລ້ວແຕ່ປະເທດທີ່ຈຳໜ່າຍ)
– ROM 16GB ຮອງຮັບ microSD ສູງສຸດ 128GB
– ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ
– ໃຊ້ງານລະບົບ Android 6.0 Marshmallow ທັບດ້ວຍ EMUI 4.1
– ແບັດເຕີຣີ 2900 mAh
– ໂຕເຄື່ອງມີສັດສ່ວນຢູ່ທີ່ 146.8 × 72.6 × 7.5 ມມ ແລະໜັກ 143 ກຣາມ (ເຊິ່ງໜັກກວ່າ P8 Lite ປະມານ 10 ກຣາມ),
– ໂຕເຄື່ອງມີໃຫ້ເລືອກ 3 ສີໄດ້ແກ່: ສີຂາວ, ສີດຳ ແລະສີທອງ ສີບົວ

image

image

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...