Homeຂ່າວການພັດທະນາກອງປະຊຸມສະພາບໍລິຫານຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ

ກອງປະຊຸມສະພາບໍລິຫານຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ

Published on

ກອງປະຊຸມສະພາບໍລິຫານຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ
ກອງປະຊຸມສະພາບໍລິຫານ ຄັ້ງທີ XXI ຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດຂຶ້ນໃນວັນທີ 19 ເມສາ 2016 ຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ອາຊາງ ລາວລີ, ຮອງນາຍົກລັດຖະມົນຕີ, ປະທານສະພາບໍລິຫານກອງທຶນປົກປັກຮັກສາສິ່ງແວດລ້ອມ ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລື ແລະ ພິຈາລະນາບັນຫາສໍາຄັນດັ່ງນີ້:
1. ບົດສະຫລຸບການເຄື່ອນໄຫວປີງົບປະມານ ສົກປີ 2014-2015
2. ບົດສະຫລຸບຄວາມຄືບໜ້າ ການເຄື່ອນໄຫວ ຂອງ ຫ້ອງການ ກປສ ປະຈໍາປີ 6 ເດືອນ ທ້າຍປີ 2016
3. ພິຈາລະນາຜູ້ສະໝັກມາເປັນຜູ້ອໍານວຍການ ກອງທຶນທີ່ຈະມາແທນ ທ່ານ ສຸກກະຕາ ວິຈິດ ທີ່ຈະເຂົ້າເບ້ຍບໍານານ
4. ພິຈາລະນາປັບປຸງດໍາລັດ ຂອງ ປກສ

ຕິດຕາມຂ່າວກິລາລາວ-ກິລາໂລກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...