spot_img
HomeມູມໄອທີລາວHuawei P9 Lite ຜ່ານການຮັບຮອງຈາກ TENAA ແລ້ວ

Huawei P9 Lite ຜ່ານການຮັບຮອງຈາກ TENAA ແລ້ວ

Published on

ຫຼັງຈາກທີ່ຂ່າວກ່ອນໜ້ານີ້ມີ ຄົນທີ່ໄດ້ສຳຜັດ Huawei P9 Lite ມາແລ້ວ ແລະກ່າວບອກເລຶ່ອງສະເປັກມາແລ້ວ, ແຕ່ວ່າມື້ນີ້ເຮົາມີລາຍງານຢືນຢັນກ່ຽວກັບສະເປັກຂອງ P9 Lite ແລ້ວຜ່ານທາງ TENAA ເຊິ່ງເປັນໜ່ວຍງານຮັບຮອງມາດຕະຖານຄົມມະຄົມຂອງປະເທດຈີນແລ້ວ!!.

image

ໂດຍສະເປັກຂອງ P9 Lite ນັ້ນມີຄວາມຄ້າຍຄືກັບຂ່າວກ່ອນໜ້ານີ້ຄື ມາພ້ອມກັບໜ້າຈໍຂະໜາດ 5.2 ນິ້ວ, ຄວາມລະອຽດ 1920 x 1080 ພິກເຊວ (FHD).  ສ່ວນໃນດ້ານຂອງຊິບປະມວນຜົນນັ້ນມີຄວາມແຮງຢູ່ທີ່ 2 GHz ເປັນຊິບແບບ Octa core (ຄາດວ່າຈະເປັນການນຳເອົາ Kirin 930 ມາປ່ຽນຊື່ໃໝ່ເປັນ Kirin 650), RAM 3 GB, ROM 16 GB ແລະແບັດເຕີຣີ 2900 mAh ເປັນແບບແກະອອກເອງບໍ່ໄດ້.

image

ໃນສ່ວນອື່ນໆກໍມີ ລະບົບສະແກນລາຍນິ້ວມືທີ່ຢູ່ດ້ານຫຼັງໂຕເຄື່ອງ, ໃຊ້ງານລະບົບ Android 6.0 Marshmallow ທັບດ້ວຍ EMUI 4.0. ໂຕເຄື່ອງມີສັດສ່ວນຢູ່ທີ່ 146.8 × 72.6 × 7.5 ມມ ແລະໜັກ 143 ກຣາມ (ເຊິ່ງໜັກກວ່າ P8 Lite ປະມານ 10 ກຣາມ), ມີໃຫ້ເລືອກ 3 ສີໄດ້ແກ່: ສີຂາວ, ສີດຳ ແລະສີທອງ. ໃນເລື່ອງຂອງລາຄາເຫັນເວັບນອກມີຂ່າວວ່າໂຕເຄື່ອງເປີດໃຫ້ສັ່ງຈອງໃນລາຄາ 300$, ແຕ່ສຳລັບປະເທດລາວແລ້ວແອັດມິນຄາດວ່າຈະຢູ່ໃນຊ່ວງລາຄາ 2.000.000 – 2.500.000 ກີບ ນິແຫຼະ.

image

ຄວາມເຫັນຜູ້ຂຽນ: Huawei P9 Lite ຖ້າທຽບຕາມສະເປັກແລ້ວ ຄວາມກຸ້ມຄ່າແມ່ນເໝາະສົມກັບຊ່ວງລາຄານີ້ເລີຍ ແຕ່ວ່າສິ່ງທີ່ສຳຄັນທີ່ສຸດກໍຄືຊິບປະມວນຜົນແລະຊິບກຣາບຟິກ ຍັງບໍ່ຮູ້ເທື່ອວ່າຈະເປັນແບບໃດ, ແຕ່ຢ່າງໃດກໍຕາມແອັດມິນຫວັງໃຫ້ຄວາມແຮງທຽບເທົ່າກັບ Snapdragon 650 ໄດ້ກໍຍັງດີ (ບໍ່ລວມເລື່ອງກຣາບຟິກ)

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...