ປະຫວັດ ແລະ ຜົນງານອັນດີງາມຂອງປະທານປະເທດ ແຫ່ງ ສປປລາວ ນັບແຕ່ ປີ 1975 ເປັນຕົ້ນມາ ໂດຍຫຍໍ້

ປະທານປະເທດ ແຫ່ງ ສປປລາວ ນັບແຕ່ ປີ 1975 ເປັນຕົ້ນມາ ທີທັງໝົດ 6 ທ່ານ. ໃນນັ້ນ ມີຮັກສາການປະທານປະເທດ 1 ທ່ານ. ລວມເປັນ 7 ທ່ານ, ແຕ່ລະທ່ານໄດ້ດຳລົງຕຳແໜ່ງ ແລະ ໄລຍະເວລາປະຕິບັດໜ້າທີ່ວຽກງານມີດັ່ງນີ້:

001

ປະທານປະເທດ ຄົນທີ ທຳອິດ: ທ່ານ ສຸພານຸວົງ ນັບແຕ່ວັນທີ 2 ທັນວາ 1975 ຫາ ວັນທີ 15 ສິງຫາ 1991
ວາລະທັງໝົດ 15 ປີ ແລະ 256 ວັນ

ສະເດັດເຈົ້າ ສຸພານຸວົງ, ປະທານປະເທດຄົນທໍາອິດ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ເກີດເມື່ອວັນທີ 13 ກໍລະກົດ 1909, ມໍລະນະກໍາ ວັນທີ 9 ມັງກອນ 1995, ລວມອາຍຸໄດ້ 86 ພັນສາ.
ເຈົ້າ ສຸພານຸວົງ ເປັນຜູ້ນຳປະຕິວັດ ເປັນ “ບຸລຸດເຫຼັກ” ເປັນ “ເຈົ້າຊາຍແດງ” ແຫ່ງເຊື້ອແນວກະສັດລາວ, ເປັນສັນຍາລັກແຫ່ງການຕໍ່ສູ້ປອງດອງຊາດ. ຕະຫຼອດຊີວິດແມ່ນອຸທິດແກ່ພາລະກິດປະຕິວັດ ເພື່ອຄວາມເອກະລາດຂອງຊາດ.

Phoumi_Vongvichith

ຮັກສາການປະທານປະເທດ ຄົນທີ 1: ທ່ານ ພູມີ ວົງວິຈິດ ແຕ່ວັນທີ31 ຕຸລາ 1986 ຫາ ວັນທີ 15 ສິງຫາ 1991
ວາລະທັງໝົດ 4 ປີ ແລະ 288 ວັນ ຕາມການແຕ່ງຕັ້ງຂອງສະພາແຫ່ງຊາດ. ໃນລະຫວ່າງທີ່ ທ່ານ ສຸພານຸວົງ ປະທານປະເທດ ໄດ້ຮັບອະນຸຍາດພັກຜ່ອນ, ປິ່ນປົວສຸຂະພາບ. 

ພະນະ ທ່ານ ພູມີ ວົງວິຈິດ ເກີດເມື່ອວັນທີ 6 ເມສາ 1909 ແລະ ໄດ້ເສຍຊີວິດລົງໃນປີ 1994 ໃນໄລຍະເວລາທີ່ເພິ່ນໄດ້ຮັບໜ້າທີ່ຜູ້ຮັກສາການປະທານປະເທດແຫ່ງສປປລາວ ແມ່ນຜູ້ນຳ ປະຕິວັດ ອາວຸໂສ ຮຸ່ນທຳອິດ ທີ່ໄດ້ ປະກອບສ່ວນ ຢ່າງສຳຄັນ ພ້ອມທັງ ໄດ້ສ້າງຜົນງານ, ຄຸນງາມ ຄວາມດີ ອັນໃຫຍ່ຫລວງຈາລຶກໄວ້ ໃນພາລະກິດລວມຂອງຊາດ.

kaison

ປະທານປະເທດ ຄົນທີ 2: ທ່ານ ໄກສອນ ພົມວິຫານ ແຕ່ວັນທີ 15 ກໍລະກົດ 1991 ຫາ ວັນທີ 21 ພະຈິກ 1992
ວາລະທັງໝົດ 1 ປີ ແລະ 98 ວັນ ແລະ ເປັນນາຍົກລັດຖະມົນຕີ ຄົນທໍາອິດ ແຫ່ງ ສປປ ລາວ

ທ່ານ ໄກສອນ ພົມວິຫານ ເກີດວັນທີ 13 ທັນວາ 1920 ທີ່ສະຫວັນນະເຂດ, ມໍລະນະກຳ ໃນວັນທີ 21 ພະຈິກ ປີ 1992 ລວມອາຍຸ ໄດ້ 72 ປີ.

ປະທານໄກສອນ ໃນຍຸກຕໍ່ສູ້ກັບພວກລ່າເມືອງຂື້ນທັງແບບເກົ່າ ແລະ ໃໝ່ ຮ່ວມກັບຜູ້ນຳທ່ານອື່ນໆ ໄດ້ແກ່ ປະທານສຸພານຸວົງ ປະທານໜູຮັກ ປະທານຄຳໄຕ ສີພັນດອນ. ປະທານໄກສອນ ເປັນຜູ້ນຳໃນການຕໍ່ສູ້ທາງການທະຫານ ເຂົ້າມາໃນພາລະກິດປົດປ່ອຍຊາດ ໂດຍໃຊ້ຍຸດທະວິທີ “ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ” ສ້າງຕັ້ງພັກປະຊາຊົນລາວ ໂດຍທ່ານ ເປັນເລຂາທິການໃຫຍ່ຂອງພັກຜູ້ທຳອິດ ໂດຍໃນຊ່ວງນັ້ນພັກດຳເນີນໄປຢ່າງປິດລັບ ໂດຍແນວລາວສ້າງຊາດ ເປັນຕົວແທນໃຫ້ກັບພັກ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ຈົນປະກາດສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອວັນທີ 2 ທັນວາ ຄ.ສ 1975 ພັກຈຶ່ງດຳເນີນງານຢ່າງເປີດເຜີຍ ສະນັ້ນ ທ່ານຄືຜູ້ນຳທີ່ແທ້ຈິງຂອງພັກ ທ່ານດຳລົງຕຳແໜ່ງຈົນເຖິງ ແກ່ມໍລະນະກຳ ເມື່ອປີ ຄ.ສ 1992.

nu

ປະທານປະເທດ ຄົນທີ 3: ທ່ານ ໜູຮັກ ພູມສະຫວັນ ແຕ່ວັນທີ 25 ພະຈິກ 1992 ຫາ ວັນທີ 24 ກຸມພາ 1998
ວາລະທັງໝົດ 5 ປີ ແລະ 91 ວັນ

ສະຫາຍ ໜູຮັກ ພູມສະຫວັນ ເກີດເມື່ອວັນທີ 9 ເມສາ 1910 ທີ່ບ້ານພະລຸກາມຸກດາຫານ ເປັນບຸດຂອງທ້າວ ທອງພັກ ແລະ ນາງ ບັນທູນ ໄດ້ສ້າງຄອບຄົວກັບນາງ ຈັນທົມ ໃນປີ 1933 ແລະ ມີລູກຮ່ວມກັນ 4 ຄົນ ຕໍ່ມາສະຫາຍໄດ້ ສ້າງຄອບຄົວກັບນາງ ບຸນມາ ໃນປີ 1944 ແລະ ສະຫາຍໄດ້ມໍລະນະກຳ ໃນທ້າຍປີ 2008

ສະຫາຍຫນູຮັກເປັນນັກປະຕິວັດທີ່ເຮັດເພຶ່ອຊາດຢ່າງສຸດກົດສຸດປາຍ ແລະຍຶກຫມັ້ນໃນອຸດົມການຈົນຕາຍ, ທ່ານຖືກຈັດເຂົ້າເປັນຜູ້ນຳປະຕິວັດຜູ້ທີສອງ ຮອງຈາກ ທ່ານ ໄກສອນ ພົມວິຫານ. ເຖິງທ່ານ ຫນູຮັກ ຈະຖືຈັດເຂົ້າເປັນຜູ້ທີສອງກໍຕາມ ແຕ່ທ່ານກໍເປັນບຸກຄົນທີ່ຄົນລາວທັງຊາດ ໃຫ້ຄວາມເຄົາລົບ ແລະນັບຖື ແຕ່ກ່ອນແມ່ນແຕ່ ຕົວທ່ານ ໄກສອນ ພົມວິຫານເອງ ກໍຍອມທຳຕາມຄວາມເຫັນຂອງ ທ່ານຫນູຮັກ ພູມສະຫວັນ.

km

ປະທານປະເທດ ຄົນທີ 4:ທ່ານ ຄຳໄຕ ສີພັນດອນ ແຕ່ວັນທີ 24 ກຸມພາ 1998 ຫາ ວັນທີ 8 ມິຖຸນາ 2006
ວາລະທັງໝົດ 8 ປີ ແລະ 104 ວັນ

ພະນະທ່ານ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງ,ເມືອງໂຂງ,ແຂວງຈຳປາສັກ ເປັນປະທານປະເທດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປັດຈຸບັນ ມີ ລູກ 5 ຄົນ (ຊາຍ 2 ຄົນ ຍິງ 3 ຄົນ) ປະຫວັດທາງການເມືອງທີ່ສຳຄັນ:

  • ຄ.ສ 1947 ເຂົ້າຮ່ວມການປະຕິວັດ
  • ຄ.ສ 1952 ເປັນສະມາຊິກຂະບວນການລາວອິດສະຫຼະ (Lao Freedom Front)
  • ຄ.ສ 1952-1954 ເປັນປະທານ Committee of the Central Region
  • ຄ.ສ 1954 ເຂົ້າເປັນສະມາຊິກພັກກອມມູນິດອິນໂດຈີນ
  • ຄ.ສ 1955-1957 ເປັນຫົວໜ້າຂະບວນການປະເທດລາວ
  • ຄ.ສ 1956 ເປັນສະມາຊິກ Central Party Committee ແລະ ໄດ້ຮັບການຄັດເລືອກຈາກພັກປະຊາຊົນປະຕິວັດລາວໃຫ້ເປັນສະມາຊິກ
  • ຄ.ສ 1956 ເປັນສະມາຊິກພັກປະຊາຊົນປະຕິວັດລາວ
  • ຄ.ສ 1957 ເປັນສະມາຊິກກົມການເມືອງສູນກາງພັກ (the Central Party Committee)
  • ຄ.ສ 1957-1959 ເປັນຫົວໜ້າສຳນັກງານສູນກາງພັກປະຊາຊົນປະຕິວັດລາວ
  • ຄ.ສ 1960 ເປັນຫົວໜ້າກອງກຳລັງທະຫານຂອງຂະບວນການປະເທດລາວ
  • ຄ.ສ 1972, 1982, 1986 ແລະ 1992 ໄດ້ຮັບເລືອກຈາກພັກປະຊາຊົນປະຕິວັດລາວ ໃຫ້ເປັນສະມາຊິກກົມການເມືອງສູນກາງພັກ
  • ຄ.ສ 1975-1991 ດຳລົງຕຳແໜ່ງ ເປັນຮອງນາຍົກລັດຖະມົນຕີ ສປປລາວ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ບັນຊາການກອງທັບປະຊາຊົນລາວ
  • ວັນທີ 15​ ສິງຫາ ຄ.ສ 1991 ດຳລົງຕຳແໜ່ງນາຍົກລັດຖະມົນຕີ ສປປລາວ ໂດຍຄວາມເຫັນດີຂອງສະພາແຫ່ງຊາດ
  • ວັນທີ 24 ພະຈິກ 1992 ດຳລົງຕຳແໜ່ງປະທານພັກປະຊາຊົນປະຕິວັດລາວ
  • ວັນທີ 24 ກຸມພາ 1998-2005 ດຳລົງຕຳແໜ່ງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

jum

ປະທານປະເທດ ຄົນທີ 5: ທ່ານ ຈູມມະລີ ໄຊຍະສອນ ແຕ່ວັນທີ 8 ມິຖຸນາ 2006 ຫາ ວັນທີ 20 ເມສາ 2016
ວາລະທັງໝົດ 9 ປີ ແລະ 317 ວັນ

ທ່ານ ຈູມມະລີ ໄຊຍະສອນ ເກີດເມື່ອວັນທີ 6 ມີນາ 1936 ໃນຄອບຄົວຊາວນາ ເຜົ່າລາວລຸ່ມ ທີ່ບ້ານວັດເຫນືອ, ເມືອງໄຊເສດຖາ, ແຂວງອັດຕະປື.

ທ່ານໄດ້ເຂົ້າການປະຕິວັດ ໃນປີ 1954 ດ້ວຍການເປັນທະຫານຂຶ້ນໄປເຕົ້າໂຮມຊຳເຫນືອ ແລະ ,ໄດ້ຮັບເຂົ້າເປັນສະມາຊິກພັກປະຊາຊົນລາວ (ພັກປະຊາຊົນປະຕິວັດລາວ)ໃນວັນທີ 7 ທັນວາ 1955. ທ່ານໄດ້ຜ່ານການຝຶກຝົນທົດສອບ ໃນແປວໄຟຂອງສົງຄາມປະຕິວັດປົດປ່ອຍຊາດ ດ້ວຍການເຂົ້າຮ່ວມໃນບັ້ນຮົບທີ່ສຳຄັນໆ ເລີ່ມຈາກການເຄື່ອນໄຫວສູ້ຮົບປ້ອງກັນເຂດເຕົ້າໂຮມ ໃນປີ 1955-1956 ຈົນເຖິງການບັນຊາກຳລັງປະກອບອາວຸດແຂວງຊຽງຂວາງ ປົດປ່ອຍ ສາລາພູຄູນກາສີໂພນໂຮງວຽງຈັນ ໃນປີ 1975 ເພື່ອເປັນເງື່ອນໄຂໜຸນໜີບ ໃຫ້ແກ່ການຍຶດອຳນາດໃນທົ່ວປະເທດ ແລະ ສະຖາປະນາສປປ ລາວ ໃນວັນທີ 2 ທັນວາ 1975.

ທ່ານໄດ້ຖືກມອບໝາຍ ໃຫ້ຮັບຜິດຊອບໜ້າທີ່ສຳຄັນ ໂດຍເລີ່ມຈາກການເປັນຮອງຫົວໜ້າໝູ່ ໃນປີ 1959, ເປັນຫົວໜ້າໝວດແລ້ວກ້າວຂຶ້ນບັນຊາກອງພັນໂດຍກົງ; ຕໍ່ມາໄດ້ເປັນຫົວໜ້າເສນາເຂດ ແລະ ເປັນຮອງເລຂາຄະນະພັກເຂດ ໃນປີ 1972, ເປັນຫົວຫນ້າກົມສູ້ຮົບກົມໃຫຍ່ເສນາທິການ ແລະ ເປັນຮອງຫົວໜ້າກົມໃຫຍ່ເສນາທິການ ໃນປີ 1980, ເປັນຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໃນປີ 1982 ແລະ ໄດ້ຮັບການປະດັບຊັ້ນພົນໂທ ໃນປີ 1990 ແລະ ເປັນລັດຖະມົນຕີ ກະຊວງປ້ອງກັນປະເທດ ໃນປີ 1991.

86

ປະທານປະເທດຄົນປະຈຸບັນ ຄົນທີ 6 ທ່ານ ບຸນຍັງ ວໍຣະຈິດ ແຕ່ວັນທີ 20 ເມສາ 2016 ເຖິງປະຈຸບັນ

ທ່ານ ບຸນຍັງ ວໍລະຈິດ ເກີດເມື່ອວັນທີ, ເດືອນ, ປີເກີດ: 15/08/1937 ເກີດທີ່ບ້ານນາ, ເມືອງ: ທ່າປາງທອງ, ແຂວງ:ສະຫວັນນະເຂດ. ບ່ອນຢູ່ປັດຈຸບັນ:ບ້ານໜອງບອນ, ເມືອງ:ໄຊເສດຖາ, ແຂວງ: ນະຄອນຫຼວງວຽງຈັນ.

ການເຄື່ອນໄຫວໂດຍຫຍໍ້:
ປີ 1954-1957: ເປັນນາຍໝູ່ຢູ່ກອງພັນ 605.
ປີ 1957-1961: ຮຽນວັດທະນະທຳຢູ່ຫວຽດນາມ.
ປີ 1961-1962: ເປັນນາຍໝວດຢູ່ກອງພົນທີ່ 1.
ປີ 1962-1968: ເປັນຮອງການເມືອງກອງພັນ 613.
ປີ 1969-1972: ເປັນຫົວໜ້າຈັດຕັ້ງເຂດຊຽງຂວາງ.
ປີ 1972-1973: ເປັນຮອງດ້ານລົບພາກເໜືອ.
ປີ 1973-1978: ຢູ່ແຂວງຫລວງພະບາງເປັນເລຂາກຳລັງປະສົມ.
ປີ 1978-1980: ຮຽນທິດສະດີຊັ້ນສູງຢູ່ ສສ. ຫວຽດນາມ.
ປີ 1980-1982: ເປັນຫົວໜ້າການເມືອງທະຫານເຂດກາງ.
ປີ 1982-1993: ເປັນເລຂາຄະນະພັກແຂວງສະຫວັນນະເຂດ, ປີ 1991 ກອງປະຊຸມໃຫຍ່ຂອງພັກສະໄໝທີ V ເລືອກຕັ້ງເປັນກຳມະການສູນກາງພັກ.

ປີ 1993-1999: ກອງປະຊຸມໃຫຍ່ຂອງພັກສະໄໝທີ VI ເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ.
ປີ 1999-2001: ເປັນກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການເງິນ.
ປີ 2001-2006: ເປັນກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ.
ປີ 2006-2015: ເປັນກົມການເມືອງສູນການພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.
ປີ 2016 ເຖິງປັດຈຸບັນນີ້: ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ປະຊາຊົນປະຕິວັດລາວ ແລະ ເປັນປະທານປະເທດແຫ່ງ ສປປ ລາວ.

ຂໍ້ມູນທີ່ນຳມາຂຽນນີ້ແມ່ນພວກເຮົາໄດ້ນຳມາຈາກຫຼາຍໆເວັບ ແລ້ວນຳມາສັງລວມໄວ້ໃນເວັບນີ້ ເພື່ອໃຫ້ຄົນທົ່ວໄປໄດ້ອ່ານປະຫວັດຂອງປະທານປະເທດ ແຫ່ງ ສປປລາວ ນັບແຕ່ ປີ 1975 ເປັນຕົ້ນມາ ໄດ້ງ່າຍຂຶ້ນ ຫາກເກີດການຜິດພາດປະການໃດຕ້ອງຂໍອະໄພໄວ້ນະທີ່ນີ້ດ້ວຍ ຫາກທ່ານໃດຄິດວ່າເນື້ອໃນປະຫວັດຍັງບໍ່ທັນຄົບຖ້ວນ ແມ່ນສາມາດໄປຊອກອ່ານຕື່ມໄດ້ທີ່: ຫໍສະໝຸດແຫ່ງຊາດ