Homeຂ່າວທ້ອງຖິ່ນສະ­ຫວັນ​ນະ​ເຂດ ປະ​ກວດ​ແນວ​ພັນ​ເຂົ້າ

ສະ­ຫວັນ​ນະ​ເຂດ ປະ​ກວດ​ແນວ​ພັນ​ເຂົ້າ

Published on

   ວັນ​ທີ 6 ເມ­ສາ 2016 ໄດ້​ມີ​ການ​ຈັດ​ງານ​ຊີມ​ເຂົ້າ​ແລະ​ປະ​ກວດ​ແນວ​ພັນ​ເຂົ້າ​ໂດຍ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທີ 2 ທີ່​ສູນ​ຄົ້ນ­ຄວ້າ​ແລະ​ຂະ­ຫຍາຍ​ແນວ​ພັນ​ພືດ​ທ່າ​ສະ­ໂນ​ແຂວງ​ສະ­ຫວັນ​ນະ​ເຂດ​ຊຶ່ງ​ເປັນ​ກຽດ​ເຂົ້າ​ຮ່ວມ​ໂດຍທ່ານ​ທັດ​ສະ­ກາ​ສະ­ພັງ​ທອງ​ຮອງ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ-ປ່າ­ໄມ້​ແຂວງ​ສະ­ຫວັນ​ນະ​ເຂດ, ທ່ານ​ດຣ. ນາງ​ພູ​ດາ​ໄລ​ລັດ​ວິ­ໄລ​ວົງ​ຫົວ­ໜ້າ​ສູນ​ຄົ້ນ­ຄວ້າ​ແລະ​ຂະ­ຫຍາຍ​ແນວ​ພັນ​ພືດ​ທ່າ​ສະ­ໂນ​ແລະ​ທ່ານ​ດຣ. ກັນ­ຍາ​ວິມ​ກີ​ຣະ​ຕິ​ກອນ​ຜູ້­ອຳ­ນວຍ­ການ​ສູນ­ພັນ​ທຸ​ວິ­ສະ­ວະ­ກຳ​ແລະ​ເຕັກ​ໂນ​ໂລ​ຊີ​ຊີ­ວະ​ພາບ​ແຫ່ງ​ປະ­ເທດ​ໄທ​ພ້ອມ​ດ້ວຍ​ຄະ­ນະ​ເຂົ້າ​ຮ່ວມ.

    ໃນ​ງານ​ຄັ້ງ​ນີ້​ຜູ້​ເຂົ້າ​ຮ່ວມ​ງານ​ໄດ້​ມີ​ການ​ຊີມ​ເຂົ້າ​ແນວ​ພັນ​ໃໝ່​ຊຶ່ງ​ລວມ​ມີ​ເຂົ້າ­ໜຽວ​ໜຶ້ງ​ສຸກ​ແລ້ວ​ແລະ​ເຂົ້າ­ຈ້າວ​ທີ່​ຫຸງ​ສຸກ​ແລ້ວໃນ​ນີ້​ລວມ​ມີ​ເຂົ້າ­ໜຽວ​ທ່າ​ດອກ​ຄຳ 1, ທ່າ​ສະ­ໂນ, ພັນ​ເຂົ້າ­ຈ້າວ​ຫອມ​ແລະ​ພັນ​ອື່ນໆ​ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ຊີມ​ຢ່າງ​ຫຼວງ­ຫຼາຍ​ຫຼັງ​ຈາກ​ຊີມ​ເຂົ້າ​ແລ້ວ​ທຸກ​ຄົນ​ກໍ​ໄດ້​ໃຫ້​ຄະ­ແນນ​ໃນ​ແບບ​ຟອມ​ທີ່​ຄະ­ນະ​ຜູ້​ຈັດ​ງານ​ໄດ້​ແຈກ​ຍາຍ​ໃຫ້​ເພື່ອ​ເປັນ​ການ​ເກັບ​ກຳ​ຂໍ້​ມູນ​ໃນ​ການ​ປັບ­ປຸງ​ແນວ​ພັນ​ເຂົ້າ​ໃນ​ຂັ້ນ​ຕໍ່​ໄປ​ພ້ອມ​ນັ້ນ​ໃນ​ງານ​ກໍ​ໄດ້​ມີ​ການ​ປະ​ກວດ​ແນວ​ພັນ​ເຂົ້າ​ຕ່າງໆ​ເຊັ່ນ: ພັນ​ເຂົ້າ​ທີ່​ມີ​ສະ­ມັດ­ຖະ­ພາບ​ຜົນ​ຜະ­ລິດ​ສູງ, ພັນ​ເຂົ້າ​ທີ່​ມີ​ກິ່ນ​ຫອມ, ທົນ​ນ້ຳ​ຖ້ວມ​ແລະ​ຕ້ານ­ທານ​ໂລກ​ໄໝ້​ໂດຍ​ມີ​ຄະ­ນະ​ກຳ­ມະ­ການ​ຕັດ­ສິນ​ຕາມ​ມາດ­ຖານ​ແລະ​ຄຸນ​ນະ​ພາບ​ຂອງ​ພັນ​ເຂົ້າ​ແຕ່​ລະ​ປະ­ເພດ.

ຊຶ່ງ​ການ​ຈັດ​ງານ​ຄັ້ງ​ນີ້​ແມ່ນ​ການ​ຮ່ວມ​ມື​ລະ­ຫວ່າງ​ສູນ​ຄົ້ນ­ຄວ້າ​ແລະ​ຂະ­ຫຍາຍ​ແນວ​ພັນ​ພືດ​ທ່າ​ສະ­ໂນ​ແຂວງ​ສະ­ຫວັນ​ນະ​ເຂດ​ແລະ​ສູນ­ພັນ​ທຸ​ວິ­ສະ­ວະ­ກຳ​ແລະ​ເຕັກ​ໂນ​ໂລ​ຊີ​ຊີ­ວະ​ພາບ​ແຫ່ງ​ປະ­ເທດ​ໄທ​ຮ່ວມ​ກັນ​ຈັດ​ຂຶ້ນ​ຊຶ່ງ​ງານ​ນີ້​ແມ່ນ​ເປັນ​ສ່ວນ​ໜຶ່ງ​ຂອງ​ກິດ­ຈະ­ກຳ​ຕ່າງໆ​ທີ່​ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ປັບ­ປຸງ​ແນວ​ພັນ​ເຂົ້າ​ແລະ​ເພື່ອ​ສ້າງ​ຄວາມ​ຍືນ​ຍົງ​ໃນ​ການ​ຜະ­ລິດ​ເຂົ້າ​ໃຫ້​ກັບ​ກຸ່ມ​ຊາວ­ນາ​ນຳ­ໄປ​ສູ່​ການ​ປູກ​ເຂົ້າ​ທີ່​ມີ​ຄຸນ​ນະ​ພາບ, ໄດ້​ຮັບ​ຜົນ​ຜະ­ລິດ​ສູງ, ມີ​ລຳ­ຕົ້ນ​ທີ່​ແຂງ­ແຮງ, ທົນ​ທານ​ກັບ​ສະ­ພາບ​ນ້ຳ​ຖ້ວມ, ຕ້ານ​ໂລກ​ໄໝ້​ແລະ​ມີ​ລົດ​ຊາດ​ທີ່​ແຊບ​ແລະ​ຫອມ​ນອກ​ນັ້ນ​ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ຊີມ​ນ້ຳ​ຊາ​ທີ່​ຊົງ​ຈາກ​ຊາ​ໃບ​ເຂົ້າ​ແລະ​ຊົມ​ການ​ສາ­ທິດ​ວິ­ທີ​ເຮັດ​ຊາ​ໃບ​ເຂົ້າ​ຊຶ່ງ​ສ້າງ​ຄວາມ​ສົນ­ໃຈ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ​ງານ​ເປັນ​ຢ່າງ​ດີ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...