spot_img
Homeຂ່າວທ້ອງຖິ່ນສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ວາງ​ພວງ​ມະລາ ​ແລະ ກະຕ່າ​ດອກ​ໄມ້​ຢູ່​ອານຸສອນ​ສຳຄັນ​ຂອງ​ຊາດ​ກ່ອນ​ໄຂ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ລຶກ

ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ວາງ​ພວງ​ມະລາ ​ແລະ ກະຕ່າ​ດອກ​ໄມ້​ຢູ່​ອານຸສອນ​ສຳຄັນ​ຂອງ​ຊາດ​ກ່ອນ​ໄຂ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ລຶກ

Published on

​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 19 ​ເມສາຜ່ານມາ​ນີ້, ຜູ້​ແທນ​ສະມາຊິກ​ສະພາ​ແຫ່ງ​ຊາດ(ສສຊ) ຊຸດ​ທີ VIII ນຳ​ໂດຍ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອານຸສາ​ວະລີ​ນັກຮົບ​ນິລະນາມ (ດາວ​ແດງ) ​ແລະ ວາງ​ກະຕ່າ​ດອກ​ໄມ້​ຢູ່​ອານຸສອນ​ສະຖານ​ປະທານ​ໄກສອນ ພົມວິຫານ ຢູ່​ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ສະ​ແດງ​ເຖິງ​ຄວາມ​ເຄົາລົບ​ຮັກ ​ແລະ ກະຕັນຍູ​ຮູ້​ບຸນຄຸນ​ເຖິງ​ຄຸນງາມຄວາມດີ ​ແລະ ນ້ຳ​ໃຈ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ​ຂອງ​ບັນພະ​ບູລຸດ ກໍ​ຄື​ນັກຮົບ​ປະຕິ​ວັດ​ທີ່​ເສຍ​ສະຫລະ​ຊີວິດ​ເລືອດ​ເນື້ອ​ເພື່ອ​ປະ​ເທດ​ຊາດ ​ແລະປະຊາຊົນ​ຢ່າງ​ອົງອາດ​ກ້າຫານ ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ຂອງ​ພັກ ປະຊາຊົນ​ປະຕິວັດ​ລາວ ຈົນ​ໄດ້​ຮັບ​ໄຊຊະນະ ​ແລະປະກາດ​ເອກ​ກະລາດ​ສະຖາ​ປານາ​ເປັນ​ສາທາລະນະ​ລັດ

ປະຊາທິ​ປະ​ໄຕ ປະຊາຊົນ ​ໃນ​ວັນ​ທີ 2 ທັນວາ 1975 ຊຶ່ງ​ຜົນງານ ​ແລະ ຄຸນງາມຄວາມດີ​ອັນ​ໃຫຍ່​ຫລວງ​ດັ່ງກ່າວ ​ໄດ້​ຖືກ​ຈາລຶກ​ໄວ້​ໃນ​ຈິດ​ໃຈຂອງ​ປວງ​ຊົນ​ລາວ​ທັງ​ຊາດຕະຫລອດ​ໄປ.

ການວາງ​ພວງມາລາ ​ແລະ ກະຕ່າ​ດອກ​ໄມ້​ຂອງ​ຄະນະ​ຜູ້​ແທນ ສສຊ ຄັ້ງ​ນີ້ ​ແມ່ນ​ໃນ​ໂອກາດ​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລຶກ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ທີ່​ຈະ​ໄຂ​ຂຶ້ນ​​ແຕ່​ວັນ​ທີ 20-23 ​ເມສາ​ນີ້, ທີ່​ຫໍ​ສະພາ​ແຫ່ງ​ຊາດນະຄອນຫລວງ​ວຽງຈັນ ກອງ​ປະຊຸມ​ຄັ້ງ​ສຳຄັນ​ນີ້ ຈະ​ໄດ້​ພິຈາລະນາ ​ແລະ ຮັບ ຮອງ​​ໂຄງ​ປະກອບ​ການຈັດ​ຕັ້ງ ​ແລະບຸກຄະລາ​ກອນ​ຂອງ​ສະພາ​ແຫ່ງ​ຊາດ, ​ເລືອກ​ຕັ້ງ​ປະທານ​ປະ​ເທດ, ຮອງ​ປະທານ​ປະ​ເທດ, ນາຍົກລັດຖະມົນຕີ, ຮອງ​ນາຍົກລັດຖະມົນຕີ, ​ໂຄງ​ປະກອບ​ການຈັດ​ຕັ້ງ​ລັດຖະ ບານ​ຊຸດ​ໃໝ່, ​ເລືອກ​ຕັ້ງ​ຫົວໜ້າອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ແລະ ບັນຫາ​ສຳຄັນ​ຂອງ​ຊາດ​ອື່ນໆ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...