spot_img
Homeຂ່າວເຫດການພົບເຮືອກຳປັ່ນອາຍນ້ຳບູຮານ ທີ່ແມ່ນ້ຳຂອງ

ພົບເຮືອກຳປັ່ນອາຍນ້ຳບູຮານ ທີ່ແມ່ນ້ຳຂອງ

Published on

ປະຊາຊົນຊາວບຶງການ ປະເທດໄທ ທີ່ເປັນແຂວງໜຶ່ງຂອງໄທກົງກັນຂ້າມກັບແຂວງບໍລິຄຳໄຊ ໄດ້ພາກັນແຫ່ກັນໄປເບິ່ງພາລະກິດກູ້ເຮືອກຳປັ່ນອາຍນ້ຳທີ່ຈົມນ້ຳມາເປັນເວລາ 70 ປີີ ເພື່ອເອົາຂຶ້ນມາເປັນມໍລະດົກໄວ້ໃຫ້ລູກຫຼານສອງຝັ່ງຂອງໄດ້ຊົມ ແລະສຶກສາຮຽນຮູ້.

ເນື່ອງຈາກກໍລະນີພົບເຮືອກຳປັ່ນບັນທຸກສິນຄ້າຈຳພວກວາຍຈາກນະຄອນພະນົມເພື່ອລຳລຽງທວນກະແສນ້ຳຂຶ້ນໄປຂາຍຍັງນະຄອນຫຼວງວຽງຈັນ ແຕ່ລະຫວ່າງການເດິນທາງເຮືອໄດ້ຮົ່ວແລ້ວຈົມລົງສູ່ພື້ນແມ່ນ້ຳຂອງທີ່ບ້ານທ່າໄຄ້ ຕາແສງບຶງການ ເມືອງແລະແຂວງບຶງການ ເຮັດໃຫ້ສອງຜົວເມຍຊາວຝຣັ່ງຍອມຕາຍພ້ອມກັນເປັນຜີເຝົ້າສົມບັດຢູ່ໃນເຮືອ ຂະນະທີ່ຄົນອື່ນໆ ທັງກັບຕັນເຮືອນແລະພະນັກງານໃນເຮືອຕ່າງກໍສະລະເຮືອລອຍເຂົ້າຝັ່ງຢ່າງປອດໄພ ເຫດເກີດໃນເວລາກາງຄືນຂອງເດືອນສິງຫາ ປີ 1946 ຕໍ່ມາຈຶ່ງໄດ້ມີຄວາມພະຍາຍາມກູ້ເຮືອກຳປັ່ນດັ່ງກ່າວ 2 ເທື່ອຄືປີ 1947 ແລະປີ 1949 ແຕ່ບໍ່ສຳເລັດ.

ຈົນມາເຖິງເດືອນເມສາ ປີນີ້ 2016 ຊາວບຶງການໄດ້ໂຮມແຮງໂຮມໃຈໄດ້ເງິນ 700,000 ກວ່າບາດ ພ້ອມກັນກູ້ຊາກເຮືອກຳປັ່ນອາຍນ້ຳທີ່ເຮັດດ້ວຍເຫຼັກລຳນີ້ຂຶ້ນ ເພື່ອອະນຸລັກໄວ້ເປັນອະນຸສອນໃຫ້ຄົນລຸ້ນຫຼັງໄດ້ຊົມແລະສຶກສາຮຽນຮູ້ຕໍ່ໄປ.

EyWwB5WU57MYnKOuiCsW2GXX8qQwKfNEKMMfenWyhjVZ7ueOTg0yvI NjpUs24nCQKx5e1EaKz55wZcjSiWKLI3dOlripFDwva NjpUs24nCQKx5e1EaKz55wZcjSiWKLKJJpnMldZfnJX NjpUs24nCQKx5e1EaKz55wZcjSiWKLOaJrTEkOgiTmB NjpUs24nCQKx5e1EaKz55wZcjSiWKLTZO3ElIfWnSV7

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...