Homeຂ່າວການພັດທະນາການບິນລາວ ຕ້ອງເລັ່ງປັບປຸງຫຼາຍຂອດ ເພື່ອຮອງຮັບການແຂ່ງຂັນ

ການບິນລາວ ຕ້ອງເລັ່ງປັບປຸງຫຼາຍຂອດ ເພື່ອຮອງຮັບການແຂ່ງຂັນ

Published on

ການເປີດກວ້າງການຂົນສົ່ງທາງອາກາດຈະເປັນທັງໂອກາດ ແລະ ສິ່ງທ້າທາຍ ເພາະຈະມີສາຍການບິນຈາກບັນດາປະເທດຕ່າງໆເຂົ້າມາ ພາໃຫ້ມີພການແຂ່ງຂັນດ້ານລາຄາ, ການຍາດແຍ່ງລູກຄ້າ ເຊິ່ງສິ່ງສຳຄັນ ພວກເຮົາຕ້ອງເລັ່ງປັບປຸງດ້ານການບໍລິຫານຈັດການ, ປັບປຸງດ້ານມາດຕະຖານດ້ານການບໍລິການ, ບຸກຄະລາກອນ, ມາດຕະຖານຄວາມປອດໄພ ເພື່ອສ້າງຂີດຄວາມສາມາດໃນການແຂ່ງຂັນກັບສາກົນ. ເມື່ອເປັນແນວນັ້ນລັດວິສາຫະກິດການບິນລາວ ທີ່ເປັນສາຍການບິນແຫ່ງຊາດຈະຕ້ອງໄດ້ປັບປຸງຕົວເອງໃຫ້ຫຼາຍຂຶ້ນ ບໍ່ວ່າຈະເປັນເລື່ອງການບໍລິການໃຫ້ໄດ້ດີກວ່າເກົ່າ, ການແຂ່ງຂັນດ້ານລາຄາ ເພາະວ່າຈະມີສາຍການບິນທີ່ມີຕົ້ນທຶນຕ່ຳບິນເຂົ້າມາຫຼາຍ ເຊິ່ງອາດສົ່ງຜົນກະທົບໃສ່ສາຍການບິນພວກເຮົາ ເນື່ອງຈາກວ່າສາຍການບິນພວກເຮົາເປັນສາຍການບິນທີ່ບໍລິການຄົບວົງຈອນ ( Full Service ). ດ້ານໜຶ່ງຂອງລັດວິສາຫະກິດການບິນລາວໄດ້ຢຶດເອົາບັນຫາຄວາມປອດໄພເປັນບັນຫາທີ່ສຳຄັນເພື່ອສ້າງຄວາມເຊື່ອໝັ້ນ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ໃຊ້ບໍລິການ. ດັ່ງນັ້ນ, ໃນວັນທີ 4 ກຸມພາ 2016 ລັດວິສາຫະກິດການບິນລາວ ກໍ່ໄດ້ຮັບໃບຢັ້ງຢືນດ້ານຄຸນນະພາບການບິນ ຫຼື ເອີ້ນວ່າ IATA OPERATIONAL SAFETY AUDIT ( IOSA ) ເຊິ່ງຈະເປັນການສ້າງໂອກາດເຮັດໃຫ້ເຮົາສາມາດໄປຮ່ວມມືກັບສາຍການບິນຕ່າງໆໃນທົ່ວໂລກໄດ້.

ແຫລ່ງຂ່າວຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...