spot_img
Homeໂທລະສັບບໍ່ງ່າຍອີກຕໍ່ໄປ ສຳລັບໄອໂຟນ ເມື່ອມີຄູ່ແຂ່ງ ຮຽນແບບແອບເປິລ

ບໍ່ງ່າຍອີກຕໍ່ໄປ ສຳລັບໄອໂຟນ ເມື່ອມີຄູ່ແຂ່ງ ຮຽນແບບແອບເປິລ

Published on

  ສິ່ງ​ທີ່​ແອບ​ເປິ​ລ​ພະ­ຍາ­ຍາມໂຈມ​ຕີ​ຟາກ​ແອນ​ດຣອຍ​ເປັນ​ການ ຢິບ​ຍົກ​ປະ­ເດັນ​ເລື່ອງ​ການ​ອອກ ແບບ​ທັງ​ການ​ຈິກ​ກັດ Samsung Galaxy S, HTC One A9, ZTE ຫຼື ອີກ​ຫຼາຍໆ​ຍີ່­ຫໍ້

​ທີ່​ໃຊ້​ແອນ ດຣອຍ ໂດຍ​ແອບ​ເປິ​ລ​ມອງ​ວ່າ​ໄອ ໂຟນ​ເປັນ​ຜູ້­ນຳ​ຂອກ​ງານ​ອອກ​ແບບ ທີ່​ເຮັດ​ໃຫ້​ຜູ້​ຜະ­ລິດ​ແອນ​ດຣອຍ ຫຼາຍ​ຍີ່­ຫໍ້​ຕ້ອງ​ຈະ­ເລີນ​ຮອຍ​ຕາມ.

ເຖິງ​ວ່າ​ແອບ​ເປິ​ລ (Apple) ຈະ​ເຊື່ອ​ໝັ້ນ​ໃນ​ຄວາມ​ເປັນ​ຜູ້­ນຳ ດ້ານ​ການ​ອອກ​ແບບ​ໄອ​ໂຟນ (iPhone) ຖ້າ­ວ່າ​ການ​ເປີດ​ຕົວ Huawei P9, Xiaomi Mi 5 ແລະ ຫຼ້າ​ສຸດ​ກໍ​ຄື OPPO F1 Plus ນັບ​ເປັນ​ທິດ​ທາງ​ທີ່​ໂດດ​ເດັ່ນ​ຂຶ້ນ ແບບ​ຜິດ​ຫູ​ຜິດ​ຕາ​ຂອງ​ສະ­ມາດ ໂຟນ​ຮຸ່ນ​ໃໝ່ໆ​ຈາກ​ປະ­ເທດ​ຈີນ​ທີ່​ບໍ່ ໄດ້​ຫວັ່ນ​ເກງ​ຕໍ່​ຄຳ​ປະ­ໝາດ​ທີ່​ມອງ ວ່າ​ເປັນ​ການ​ກ໋ອບ​ປີ້​ການ​ອອກ ແບບ​ມາ​ຈາກ​ໄອ​ໂຟນ.

Huawei P9 ກັບ Xiaomi Mi 5 ເປັນ​ຄູ່​ແຂ່ງ​ທີ່​ຕ້ອງ​ຢຳ​ເກງ​ສຳ  ລັບ​ແອບ​ເປິ​ລ​ໃນ​ປະ­ເທດ​ຈີນ​ເນື່ອງ ຈາກ​ທັງ​ສອງ​ຍີ່­ຫໍ້​ມີ​ສີ­ມື​ທັງ​ດ້ານ ການ​ອອກ​ແບບ​ທີ່​ປະ­ສົມ​ປະ­ສານ ແນວ​ຄິດ ແລະ​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ​ຈົນ​ກໍ່­ໃຫ້­ເກີດ​ສະ­ມາດ​ໂຟນ​ທີ່​ມີ​ລັກ­ສະ­ນະ​ອັນ​ພຣີ​ມຽມ ເປັນ­ຕາ​ໃຊ້​ຫຼາຍ​ກວ່າ​ໃນ​ອະ­ດີດ   ຊຶ່ງ​ສິ່ງ​ທີ່​ກ່າວ​ເຖິງ​ບໍ່​ໄດ້​ແປ​ວ່າ​ສະ ມາດ​ໂຟນ​ແອນ​ດຣອຍ​ຫຼາຍ​ຍີ່­ຫໍ້​ຈະ ພັດ­ທະ­ນາ​ໂດຍ​ກ໋ອບ​ປີ້​ງານ​ອອກ ແບບ​ຂອງ​ແອບ​ເປິ​ລ ແຕ່​ເປັນ​ການ ຊີ້​ໃຫ້​ເຫັນ​ວ່າ​ເຖິງ​ວ່າ​ໄອ​ໂຟນ​ຈະ​ຄົງ​ຮຸ່ນ​ດຽວ​ໃນ​ຕະ­ຫຼາດ​ສະ­ມາດ ໂຟນ ແຕ່​ອຸດ­ສາ­ຫະ­ກຳ​ສະ­ມາດ ໂຟ​ກຳ­ລັງ​ເກີດ​ການ​ປ່ຽນ­ແປງ​ນັ້ນ ຄື​ການ​ໃຫ້​ຄວາມ​ສຳ­ຄັນ​ດ້ານ​ການ​ອອກ​ແບບ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຫຼາຍ​ຂຶ້ນ ເພື່ອ​ການ​ຍອມ­ຮັບ​ຈາກ​ລູກ​ຄ້າ ສ່ວນ​ໃຫຍ່​ພິ­ຈາ­ລະ­ນາ​ສະ­ມາດ ໂຟນ​ຈາກ​ການ​ອອກ​ແບບ​ເປັນ​ລຳ ດັບ​ຕົ້ນໆ.

ຂໍ້​ສັງ­ເກດ​ອັນ​ໜຶ່ງ​ສຳ­ລັບ Xiaomi Mi 5 ມີ​ການ​ໃຊ້​ໄລ­ຍະ​ເວ ລາ​ໃນ​ການ​ພັດ­ທະ­ນາ​ພໍ​ສົມ­ຄວນ​ຖິ້ມ​ໄລ­ຍະ​ຈາກ​ຮຸ່ນ Mi 4 ເກືອບ 2 ປີ ຫຼື ລວມ​ໄປ​ເຖິງ Huawei ເອງ​ມີ​ການ​ໃຊ້​ງົບ­ປະ­ມານ​ຫຼາຍ ພັນ​ລ້ານ​ໂດ​ລາ ເພື່ອ​ການ​ວິ­ໄຈ ແລະ ພັດ­ທະ­ນາ ຊຶ່ງ​ການ​ລົງ­ທຶນ​ລົງ​ແຮງ ຂອງ​ທັງ​ສອງ​ຍີ່­ຫໍ້​ປະ­ເທດ​ຈີນ​ມີ ເປົ້າ​ໝາຍ​ໃນ​ການ​ສ້າງ​ນະ​ວັດ­ຕະ ກຳ​ດ້ານ​ເຕັກ­ນິກ​ໄລ­ຍະ​ຍາວ ພ້ອມ ໃຫ້​ຄວາມ​ສຳ­ຄັນ​ຕໍ່​ການ​ປັບ​ແຕ່ງ​ການ​ອອກ​ແບບ​ໃຫ້​ເປັນ​ເລີດ​ຄວບ ຄູ່​ກັນ​ໄປ​ນຳ.

ການ​ເປີດ​ຕົວ Huawei P9 ແລະ P9 Plus ເມື່ອ​ໄວໆ​ນີ້​ໄດ້​ສະ ແດງ​ໃຫ້​ເຫັນ​ເຖິງ​ການ​ໃຊ້​ວັດ​ສະ ດຸ​ທີ່​ຄ້າຍ​ກັບ​ໄອ​ໂຟນ ແຕ່​ທີ່​ສະ­ດຸດ ຕາ​ຈົນ​ສ້າງ​ຄວາມ​ຮູ້­ສຶກ​ທີ່​ແຕກ ຕ່າງ​ນັ້ນ​ຄື​ກ້ອງ​ຫຼັງ​ຄູ່​ຈີກ​ໜີ​ຄວາມ ໃກ້​ຄຽງ​ໄອ​ໂຟນ ແລະ​ຍິ່ງ​ໄປ​ກວ່າ ນັ້ນ Huawei ຍັງ​ເລືອກ​ທີ່​ຈະ​ເປັນ ຕົວ​ຂອງ​ຕົວ​ເອງ​ດ້ວຍ​ການ​ພັດ​ທະ ນາ​ຊິບ​ປະ­ມວນ​ຜົນ​ໃນ​ຊື່ Huawei HiSilicon Kirin ເປັນ​ການ​ພັດທະ​ນາ ເພື່ອ​ສ້າງ​ຈັດ​ເດັ່ນ​ໃຫ້​ກັບ​ຍີ່ ຫໍ້​ຂອງ​ຕົວ​ເອງ ແລະ​ດຶງ​ດູດ​ຜູ້​ບໍ​ລິ ໂພກ​ໃຫ້​ຫຼາຍ​ຂຶ້ນ ແຕ່​ສິ່ງ​ທີ່​ແອບ ເປິ​ລ​ເປັນ​ຕົວ­ຢ່າງ​ໃຫ້​ກັບ​ຍີ່­ຫໍ້​ສະ ມາດ​ໂຟນ​ປະ­ເທດ​ຈີນ ນັ້ນ​ຄື​ເລື່ອງຂອງ​ຄວາມ​ສຳ­ເລັດ​ດ້ານ​ການ ຕະ­ຫຼາດ​ຄວາມ​ສຳ­ພັນ​ລະ­ຫວ່າງ ຍີ່­ຫໍ້​ກັບ​ລູກ​ຄ້າ​ລັກ­ສະ­ນະ​ການ​ອອກ ແບບ​ທີ່​ມີ​ຄວາມ​ເປັນ​ຜູ້­ນຳ​ເນັ້ນ ຄວາມ​ລຽບ​ງ່າຍ ແຕ່​ແຝງ​ໄປ​ເບິ່ງ ຄວາມ​ຫຼູ​ຫຼາ ນັບ​ເປັນ​ສິ່ງ​ທີ່​ຍີ່­ຫໍ້​ສະ ມາດ​ໂຟນ​ປະ­ເທດ​ຈີນ​ຍັງ​ຕ້ອງ ຮຽນ​ຮູ້ ແລະ​ກ້າວ​ໃຫ້​ທັນ.

ກັບ​ມາ​ເບິ່ງ​ກ້ອງ​ຫຼັງ​ຄູ່​ໃນ Huawei P9 ເປັນ​ການ​ສະ­ໜັບ ສະ​ໜູນ​ເຕັກ​ໂນ​ໂລ​ຊີ​ຈາກ​ພັດ​ທະ ມິດ​ທາງ​ທຸ­ລະ​ກິດ​ເຊື່ອງ​ຖື​ໄດ້​ວ່າ ເປັນ­ຄວາມ​ພະ­ຍາ­ຍາມ​ທີ່​ດີ​ຂອງ Huawei ໃນ​ການ​ເພີ່ມ​ຄວາມ​ສົດ ໃໝ່​ໃຫ້​ກັບ​ການ​ຖ່າຍ​ພາບ ເພື່ອ​ໃຫ້ ຜູ້​ໃຊ້​ທົ່ວ​ໄປ​ຫຼື​ລວມ​ໄປ​ເຖິງ​ນັກ ຖ່າຍ​ພາບ​ມື​ອາ­ຊີບ​ໄດ້​ສຳ­ຜັດ​ກັບ ປະ­ສິດ­ທິ­ພາບ​ຂອງ​ກ້ອງ​ເທິງ​ສະ ມາດ​ໂຟນ​ທີ່​ໃກ້​ຄຽງ​ກັບ​ກ້ອງ DSLR ພ້ອມ​ຖ່າຍ​ທອດ​ເລື່ອງ ລາວ​ຜ່ານ​ພາບ​ຖ່າຍ​ທີ່​ມີ​ຄວາມ​ສວຍ ງາມ​ອັນ​ສະ­ແດງ​ໃຫ້​ເຫັນ​ເຖິງ ຄວາມ​ທະ​ເຍີ​ທະ­ຍານ​ຂອງ Huawei ທີ່​ຈະ​ກ້າວ​ໄປ​ຂ້າງ​ໜ້າ​ຫຼາຍ ກວ່າ​ທີ່​ຈະ​ເປັນ​ຜູ້​ໄລ່​ຕາມ.

ຂ່າວຈາກ: 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...