HomeໂທລະສັບSamsung Galaxy S7 ແລະ S7 edge ມີຍອດຂາຍສູງສຸດ

Samsung Galaxy S7 ແລະ S7 edge ມີຍອດຂາຍສູງສຸດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງໂຊ ປະເທດເກົາຫຼີໃຕ້ເມື່ອວັນທີ 7 ເມສາ ວ່າບໍລິສັດຊຳຊຸງ ອິເລັກໂທຣນິກ ຜູ້ຜະລິດສະມາດໂຟນລາຍໃຫຍ່ຂອງໂລກຈາກເກົາຫຼີໃຕ້ ອອກຖະແຫຼງການເມື່ອວັນພະຫັດ ຄາດການຜົນກຳໄລຈາກການດຳເນີນສະເພາະທຸລະກິດສະມາດໂຟນໃນຊ່ວງໄຕມາດທຳອິດຂອງປີນີ້ ຫຼືລະຫວ່າງເດືອນມັງກອນ-ມີນາ ຢູ່ທີ່ປະມານ 6.6 ລ້ານລ້ານວອນ ເພີ້ມຂື້ນ 10% ຫຼືປະມານ 5,000 ລ້ານວອນເມື່ອທຽບກັບຊ່ວງເວລາດຽວກັນຂອງປີກາຍ

ທັງນີ້ຊຳຊຸງເຊື່ອວ່າຄາດການທີ່ອອກມາ ຈະສາມາດເອີ້ນຄືນຄວາມເຊື່ອໝັ້ນຈາກນັກລົງທຶນໄດ້ອີກຄັ້ງ ຮ່ວມດ້ວຍສະຖິຕິຍອດຈຳໜ່າຍສະມາດໂຟນລຸ່ນລ່າສຸດຄື Samsung Galaxy S7 ແລະ S7 edge ທີ່ລວມກັນເກີນ 10 ລ້ານໜ່ວຍທົ່ວໂລກ ນັບຕັ້ງແຕ່ວາງຈຳໜ່າຍຢ່າງເປັນທາງການ ເມື່ອວັນທີ 11 ມີນາທີ່ຜ່ານມາ ເຮັດໃຫ້ມີແນວໂນ້ມສູງວ່າ ກາແລັກຊີ s7 ຈະເປັນສະມາດໂຟນໃຊ້ລະບົບປະຕິບັດການແອນດຣອຍ ທີ່ມີຍອດຈຳໜ່າຍສູງສຸດໃນປີນີ້ອີກດ້ວຍ

ຢ່າງໃດກໍ່ຕາມ ລາຍງານຜົນປະກອບການປະຈຳໄຕມາດທຳອິດສະບັບເຕັມຈະໄດ້ຮັບການເຜີຍແຜ່ອອກສູ່ສາທາລະນະ ໃນຊ່ວງທ້າຍເດືອນເມສານີ້ ເຊິ່ງຫາກເປັນໄປຕາມລາຍງານຄາດການຈະຖືເປັນການເລີ້ມຕົ້ນທີ່ດີສຳລັບການດຳເນີນງານດ້ານທຸລະກິດສະມາດໂຟນຂອງຊຳຊຸງໃນປີນີ້ ຫຼັງຜົນກຳໄລໃນໄຕມາດສຸດທ້າຍຂອງປີ 2015 ຫຼຸດລົງມາເຖິງ 40%

 

ຂ່າວຈາກ: ABC Laos news ສຳນັກຂ່າວເອບີຊີລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...