ພຣະບາງພຸທທລາວັລຍ໌ ຫຼື ພຣະບາງ ພຣະພຸທທຮູປ ມິ່ງບ້ານຂວັນເມືອງຂອງຊາວລາວລ້ານຊ້າງ
ພຣະນາມ: ພຣະບາງພຸທທລາວັລຍ໌ປຕິມາກຣ/ພຣະ-ບາງ-ພຸດ-ທະ-ລາ-ວັນ-ປະ-ຕິ-ມາ-ກອນ/
ນາມຮຽກ: ພຣະບາງ /ພຣະ-ບາງ/ປາງປະທັບ: ປາງຫ້າມຍາຕ (ຫ້າມຍາຕິ), ບາງແຫລ່ງກໍ່ວ່າ ປາງປະທານອະພັຍ
ຂນາດອົງຄ໌:
ລວງສູງ: ໗໐ ຊມ
ນ້ຳໜັກ: ໖,໘໐໐ ກຣາມ
ເນື້ອແຮ່: ປັນຈໂລຫະ (ໂລຫະ ໕ ຢ່າງ, ແຮ່ຄຳເປັນເອກ ແລະ ຫລໍ່ຕັນທັງອົງຄ໌)
ສຖານທີ່ປະດິສຖານ:
ພິພິທພັນທ໌ສຖານແຫ່ງຊາຕ ພຣະຣາຊວັງຫລວງ ທີ່ ເມືອງຫລວງພຣະບາງ ມໍຣດົກໂລກ
ຕຳນານໂດຽສັງເຂປ
ພຣະພຸທທລາວັລຍ໌ປຕິມາກຣ ຫຼື ພຣະບາງ ຖືເປັນພຣະພຸທທຮູປທີ່ເກົ່າແກ່ ແລະ ສັກດິ໌ສິທທິ໌ທີ່ສຸດ ອີກອົງຄ໌ໜຶ່ງ ຂອງໂລກ, ຖືເປັນພຸທທສາສນສົມບັຕທີ່ສູງຄ່າຍິ່ງຂອງພຸທທສາສນິກຊົນທົ່ວໂລກ ໂດຽສເພາະ ແມ່ນຊາວລາວ ລ້ານຊ້າງທົ່ວປະເທສ ທີ່ແຜ່ນດິນອັນແສນຮັກຂອງພວກເຮົາ ໄດ້ເປັນທີ່ປະທັບປະດິສຖານແກ້ວມນີດວງປະເສີສ ໃນພຸທທສາສນາ ມາແຕ່ບູຮາຣນກາລສືບມາຈົນເຖິງປັຈຸບັລ.
ນ້ອມພຣະເຖຣານຸເຖຣະເຈົ້າ, ບັນດາທ່ານທີ່ຮັກແພງ, ຂ້ານ້ອຍ ຂໍອນຸຍາຕກ່າວເຖິງຕຳນານຂອງອົງຄ໌ພຣະບາງ ແບບສັງເຂປ (ໂດຽຫຍໍ້) ດັ່ງນີ້:
ພຣະບາງ ໄດ້ຖືກຫລໍ່ຂຶ້ນທີ່ ລັງກາສິງຫົນນຄຣ (ລັງກາທວີປ) ເມື່ອປະມານ ພສ. 436 (107 ປີ ກ່ອນ ຄສ.) ໂດຽພຣະອໍຣຫັນຕ໌ ນາມວ່າ ພຣະຈຸລນາຄເຖຣະ /ພຣະ-ຈຸນ-ລະ-ນາກ-ຄະ-ເຖ-ຣະ/ ດ້ວຍປັນຈໂລຫະ /ປັນ-ຈະ-ໂລ-ຫະ/ (ໂລຫະ 5 ຢ່າງ) ແຕ່ມີໂລຫະຄຳເປັນອັຄຄທາຕ (ແຮ່ຄຳເປັນຫລັກ ປະມານ 90%) ແລະ ໄດ້ບັນຈຸ ພຣະບໍຣົມມສາຣີຣິກທາຕ (ກະດູກຂອງພຣະພຸທທເຈົ້າ) ໄວ້ທີ່ 5 ສ່ວນ ຂອງອົງຄ໌ພຣະບາງ ເຊັ່ນ: ພຣະນລາດ (ໜ້າຜາກ), ພຣະສໍ (ຄໍ), ພຣະອຸຣະ (ໜ້າເອິກ), ຂໍ້ພຣະກຣ (ຂໍ້ແຂນ) ທັງສອງຂ້າງ ແລະ ພຣະຊານຸ (ຫົວເຂົ່າ) ທັງສອງ.
ເມື່ອປະມານປີ ພສ. 1389 (ຄຣິສຕສຕວັສທີ IX (9)), ພຣະມຫາກສັຕຣິຍ໌ ແຫ່ງລັງກາສິງຫົນປະເທສ ໄດ້ພຣະຣາຊທານ ພຣະບາງ ເພື່ອເປັນເຄື່ອງຣາຊບັນນາກາຣ (ຂອງຂວັນ) ແດ່ພຣະເຈົ້າອິນທຣວໍຣມັນ ທີ 1 /ອິນ-ທຣະ-ວໍ-ຣະ-ມັນ/ ມຫາກສັຕຣິຍ໌ ແຫ່ງກັມພຸຊປະເທສ (ຂເມຣ) ຜູ້ກໍ່ຕັ້ງນຄຣວັດ-ນຄຣທົມ (ອັງກໍ), ໂດຽມີພຣະປະສົງຄ໌ ທີ່ຈະເຜີຍແຜ່ພຸທທສາສນາ ນິກາຍລັງກາວົງສ໌ ໄປຍັງກັມພຸຊປະເທສ ແລະ ທັງເປັນກາຣ ຈເຣີນສັມພັນທ໌ ໄມຕຣີອີກດ້ວຍ. ແຕ່ນັ້ນມາ, ພຣະບາງ ຈຶ່ງໄດ້ຖືກປະດິສຖານທີ່ດິນແດນຂເມຣ ເປັນເວລາ ກວ່າ 4 ສຕວັສ.
ຕົກມາເຖິງປີ ພສ. 1898 (ຄສ. 1355), ພາຍຫລັງກາຣທ້ອນໂຮມຫົວເມືອງລາວບູຮາຣນ໌ນ້ອຍ-ໃຫຍ່ ເຂົ້າເປັນ ພຣະຣາຊອານາຈັກຣ໌ລາວລ້ານຊ້າງເອກພາພ ຂອງພຣະເຈົ້າຟ້າແຫລ່ງຫລ້າທໍຣນີຍ໌ສຼີສຕນາຄນຫຸຕ (ພຣະເຈົ້າຟ້າງຸ່ມ) ໂດຽມີສູລຍ໌ກາງປົກຄອງທີ່ ນຄຣຊຽງດົງຊຽງທອງ ໄດ້ສຳເຣັຈລົງ. ພຣະເຈົ້າປາຣມັນທເຂນ ຣາຊາ /ປາ-ຣະ-ມັນ-ທະ-ເຂນ-ນະ-ຣາ-ຊາ/ໄດ້ພຣະຣາຊທານ ອົງຄ໌ພຣະບາງ ແດ່ພຣະເຈົ້າຟ້າງຸ່ມ ໂດຽມີພຣະ ປະສົງຄ໌ ທີ່ຈະ: (1). ຜ່ອນຄາຍພຣະວິຣິຍະອັນຫ້ຽມ ແລະ ເດັດຂາດ ຂອງພຣະເຈົ້າຟ້າງຸ່ມ ຫລັງຈາກຜເດັຊເສິຄ ແລະ ຂຶ້ນສເວີຍຣາຊ, (2). ເພື່ອຈເຣີນສັມພັນທ໌ໄມຕຣີກັບລ້ານຊ້າງ ໃນຂນະທີ່ນຄຣວັດ ແຫ່ງອານາຈັກຣ໌ຂອມ ກໍ່າລັງເຣີ່ມເສື່ອມອຳນາຈລົງ ເວລານັ້ນ, ຈຶ່ງຈຳເປັນຕ້ອງເພິ່ງຮົ່ມສົມພານປະເທສລ້ານຊ້າງ ຜູ້ເປັນຍາຕິວົງສ໌ (3). ເພື່ອສນອງພຣະປະສົງຄ໌ ໃນພຣະເຈົ້າຟ້າງຸ່ມ ທີ່ຢາກຈະຍົກເອົາພຣະພຸທທສາສນາ ຂຶ້ນເປັນສາສນາ ປະຈຳຊາຕ. ເມື່ອເປັນເຊັ່ນນັ້ນແລ້ວ, ພຣະເຈົ້າແຫ່ງອັງກໍ ຈຶ່ງໄດ້ຈັດແຕ່ງພຣະທັມມທູຕ (ນັກບວຊ) ທີ່ຊຳນານ ກາຣເທສນ໌ທີ່ສຸດ 20 ຕົນ ນຳໂດຽ ພຣະມຫາເທພສົງກາ, ໜໍ່ຕົ້ນພຣະສຼີມຫາໂພທິ໌ (ຕົ້ນໂພ), ພຣະໄຕຣປິດົກ (ສບັບເດີມ ເປັນພາສາຂອມ), ຊ່າງຜູ້ຮຽນຈົບສາສຕຣ໌ກາຣຫລອມທອງຫລໍ່ພຣະ, ຊ່າງຕີເຫລັກ, ຊ່າງປັ້ນ, ນາຕສິລປ໌: ນັກຟ້ອນ-ໂຂນຄນະ-ມໂຫຣີນ້ອຍໃຫຍ່ ຯລຯ ໃຫ້ແຫ່ແຫນນຳຂບວນອັງເຊີນພຣະບາງ ຂຶ້ນເມືອຍັງດິນແດນລ້ານຊ້າງ.
ຂບວນອັງເຊີນພຣະບາງແວ່ກາຍໄປຍັງເມືອງໃດໆ-ນຄຣໃດໆ ໃນດິນແດນລ້ານຊ້າງ, ຊຸມເຈົ້າພຍາຄອງເມືອງ ຕ່າງກໍ່ພາໄພ່ພົລຂອງຕົນ ຕົກແຕ່ງເຄື່ອງບໍຣິຂານອອກມາບູຊາຕ້ອນຮັບເປັນຢ່າງດີ ແລະ ສົມພຣະກຽຕ ສແດງເຖິງຄວາມສັທທາອັນລົ້ນເຫລືອຂອງຊາວລ້ານຊ້າງ ແຕ່ເໜືອຕລອດໃຕ້. ຈົນຂະບວນໄດ້ມາເຖິງ ນຄຣວຽງຈັນທນ໌ ທີ່ຫາດດອນຈັນທນ໌, ປະຊາຊົນກໍ່ພາກັນອອກມາຖວາຍກາຣຕ້ອນຮັບຂັບສູ່ ແລະ ສັກາຣະບູຊາອົງຄ໌ພຣະບາງ ຢ່າງບໍ່ຂາດສາຍ, ໝວດຄນະທັມມທູຕ ແລະ ໄພ່ພົລໃນຂບວນແຫ່ວໍ່ ຈຶ່ງໄດ້ຖືໂອກາສພັກເອົາແຮງ ທີ່ ນຄຣວຽງຈັນທນ໌ ໂດຽໄດ້ປະດິສຖານພຣະບາງ ໄວ້ທີ່ຫໍພຣະບາງ (ຫໍເກົ່າທີ່ ກວມເອົາກຳແພງຂອງວັດອິນທຣ໌ແປງ ດ້ານຖນົນເສຖຖາທິຣາຊ). ຈາກນັ້ນ ຂບວນຈຶ່ງອອກເດີນ ທາງຕໍ່ຈົນໄປເຖິງເມືອງວຽງຄຳ ແລະ ພັກເຊົາທີ່ນັ້ນ, ແຕ່ພໍຮຸ່ງເຊົ້າຂຶ້ນມາ ກໍ່ເກີດມີເຫຕອັສຈັນຍ໌ຂຶ້ນ ເຊັ່ນ: ພົລທຫາຣທີ່ຫາມບັລລັງກ໌ບຸສບົກຂອງພຣະບາງ ບໍ່ສາມາຖຍົກອົງຄ໌ຂຶ້ນໄດ້ ຈາກທີ່ເຄີຍໃຊ້ທຫາຣ 8 ນາຍ ກໍ່ເພີ່ມເປັນ 16 ນາຍ ຈົນເຖິງ 24 ນາຍ ກໍ່ບໍ່ສາມາຖຍົກຫາມຂຶ້ນໄດ້. ສນັ້ນ, ຄນະທັມມທູຕ ຈຶ່ງເຫັນດີ ອນຸໂລມຕົກລົງໃຫ້ປະດິສຖານພຣະບາງ ໄວ້ທີ່ເມືອງວຽງຄຳ ເສຍກ່ອນ ເປັນເວລາ 3 ປີ ຄືປີ ພສ. 1898-1901 (ຄສ. 1355-1358).
ຄັນເມື່ອບັນຈົບສາມປີທີ່ວ່ານັ້ນແລ້ວ (ພສ. 1901 ຫຼື ຄສ. 1358), ພຣະເຈົ້າຟ້າງຸ່ມ ແລະ ພຣະອັຄມເຫສີ ແກ້ວເກງຍາ ຈຶ່ງໄດ້ຈັດແຕ່ງຂບວນແຫ່ ໃຫ້ລົງໄປຍັງວຽງຄຳ ແລະ ອັງເຊີນອົງຄ໌ພຣະບາງ ມາປະດິສຖານ ໃນນຄຣຊຽງດົງຊຽງທອງ ທີ່ ວັດຍອຕແກ້ວ (ບໍຣິເວນໂຮງແຮມພູສີ ໃນປັຈຸບັລ).
ໃນປີ ພສ. 2022 (ຄສ.1479) ຕົກໃນຣັຊສມັຍພຣະເຈົ້າໄຊຍ໌ຈັກກພັດແຜ່ນແພ້ວ ໄດ້ເກີດເສິຄຍາດຊ້າງ ເຜືອກ ກັບເຈົ້າຈັກກພັດເລທັນຕົງ ແຫ່ງດາຍວຽດ ອັນເປັນເຫຕໃຫ້ພຣະບາງ ໄດ້ຖືກອັງເຊີນມາປະດິສຖານ ທີ່ ວຽງຄຳ ອີກຮອບໃໝ່ ແລະ ພຣະອົງຄ໌ກໍ່ໄດ້ສວັນຄົຕລົງ ໃນປີ ພສ. 2023 (ຄສ. 1480).
ເຈົ້າແທ່ນຄຳ ຣາຊໂອຣົສ ພຣະອົງຄ໌ທີ 2 ໃນພຣະເຈົ້າໄຊຍ໌ຈັກະພັດແຜ່ນແພ້ວ ໄດ້ສືບຕໍ່ເຈຕນາຣົມຫ໌ຂອງ ຜູ່ເປັນບິດາ ໂດຽກາຣຜາບຊນະຂັບໄລ່ທັພວຽດ ໃຫ້ອອກຈາກແຜ່ນດິນໄດ້ໃນທີ່ສຸດ, ແລະ ໄດ້ຂຶ້ນສເວີຍຣາຊ ແທນພຣະບິດາ ໂດຽຊົງພຣະນາມວ່າ ພຣະເຈົ້າສຸວັນນບັລລັງກ໌ ແລະຊົງຄອງຣາຊໄດ້ 6 ພັນສາ ກໍ່ໄດ້ສວັນຄົຕລົງ ໃນປີ ພສ. 2029 ຫຼື ຄສ.1486 (ໃນເວລານີ້ ພຣະບາງ ຍັງຢູ່ວຽງຄຳ).
ໃນປີ ພສ. 2030 (ຄສ. 1487), ພຣະອນຸຊາ (ນ້ອງຊາຍ) ໃນພຣະເຈົ້າສຸວັນນບັລລັງກ໌ ໄດ້ຂຶ້ນສເວີຍຣາຊສົມບັຕ ຕໍ່ຈາກເຈົ້າສຸວັນນບັລລັງກ໌ ຜູ່ເປັນອ້າຍ, ແລະຊົງພຣະນາມເປັນ ພຣະເຈົ້າຫລ້າແສນໄທ (ຄຳວ່າ ໄທ ໃນທີ່ນີ້ ໝາຍເຖິງ ຄົນ ເຊັ່ນ: ໄທວຽງ, ໄທເມືອງຫລວງ ທີ່ແປວ່າ ຄົນວຽງ, ຄົນເມືອງຫລວງ ແຕ່ຫາກບໍ່ໄດ້ໝາຍເຖິງ ໄທຍ ທີ່ແປວ່າ ປະເທສໄທຍ ດັ່ງທີ່ຫລາຍທ່ານອາຈຈະເຂົ້າໃຈຜິດ). ພຣະເຈົ້າຫລ້າແສນໄທ ຜູ່ເຊິ່ງເຄີຍນັ່ງຄອງ ເມືອງວຽງຄຳມາກ່ອນ ຈຶ່ງໄດ້ອັງເຊີນອົງຄ໌ພຣະບາງ ຄືນໄປປະດິສຖານຍັງນຄຣຊຽງດົງຊຽງທອງດັ່ງເກົ່າ ທີ່ ວັດຊຽງກາງ ໃນປີດັ່ງກ່າວນີ້ແລ, ແລະ ໄດ້ຊົງຖວາຍພຣະນາມໃຫ້ແກ່ຣາຊທານີ ຈາກ ນຄຣຊຽງດົງຊຽງທອງ ມາເປັນ ນຄຣຫລວງພຣະບາງມຫາຣາຊທານີສຼີສຕນາຄນຫຸຕ ແຕ່ນັ້ນມາ.
ຈົນຕົກມາເຖິງປີ ພສ. 2046 (ຄສ. 1503) ພາຍຫລັງກາຣສິ້ນພຣະຊົນຂອງພຣະເຈົ້າຫລ້າແສນໄທ, ພຣະເຈົ້າວິຊຸນນຣາຊ (ຣາຊໂອຣົສ ພຣະອົງຄ໌ທີ 8 ໃນພຣະເຈົ້າໄຊຍ໌ຈັກກພັດແຜ່ນແພ້ວ, ພຣະອນຸຊາ ໃນພຣະເຈົ້າຫລ້າແສນໄທ) ໄດ້ຂຶ້ນຄອງຣາຊສືບຕໍ່ ແລະຊົງໄດ້ຍົກຍ້າຍອົງຄ໌ພຣະບາງຈາກວັດຊຽງກາງ ມາປະດິສຖານ ທີ່ວັດມໂນຣົມຫ໌ ເຊິ່ງເປັນວັດທີ່ໃຫຍ່ກວ່າ. ອົງຄ໌ພຣະບາງ ຈຶ່ງໄດ້ປະດິສຖານທີ່ວັດມໂນຣົມຫ໌ ນັບແຕ່ປີ ພສ. 2046 – 2250 (ຄສ. 1503 – 1707).
ໃນປີ ພສ. 2103 (ຄສ. 1560), ພຣະເຈົ້າໄຊຍ໌ເສຖຖາທິຣາຊ ໄດ້ຍົກຍ້າຍຣາຊທານີຈາກຫລວງພຣະບາງ ລົງມາຍັງວຽງຈັນທນ໌ ແລະຊົງສຖາປນາພຣະນາມ ວຽງຈັນທບູຣີສຼີສຕນາຄນຫຸຕ ອຸຕມຣາຊທານີ ສຼີສຸທັມມວິສຸທທ໌ພິເສຄ ນຄເຣຊພູມິນທຣ໌ ສິລນສຼີຊດາ ສຸວັນນເກສປານຄເຣຊ ມເຫສາວັຄ ພຣະນຄຣ ໃຫ້ເປັນສູລຍ໌ກາງກາຣປົກຄອງແຫ່ງໃໝ່, ເປັນມຫາທານີນຄຣລາວລ້ານຊ້າງ ກໍ່ຄືເປັນສູລຍ໌ ຣວມເຜົ່າລາວ-ຄົນລາວ, ສິລປະທຸກສາຍທຸກຂແນງ, ກາຣຄ້າ, ກາຣທຫາຣ ຯລຯ ໄດ້ມາຈເຣີນຂຍາຍທີ່ນີ້ ຈົນກະທັ້ງຖືວ່າເປັນຍຸຄຄຳແຫ່ງລ້ານຊ້າງ ຈົນເຖິງທ້າຍຣັຊກາລພຣະເຈົ້າສຸຣິຍວົງສາ (ຊຸມປີ ພສ. 2240~) ເຊິ່ງເວລານັ້ນ ອົງຄ໌ພຣະບາງ ກໍ່ຍັງຄົງປະດິສຖານ ທີ່ ນຄຣຫລວງພຣະບາງ ເຊັ່ນເດີມ.
ຂ່າວກາຣສວັນຄົຕຂອງພຣະເຈົ້າສຸຣິຍວົງສາ ໃນຕົ້ນຊຸມປີ ພສ. 2240 ໄດ້ເປັນທີ່ສະທ້ານສະເທືອນ ໄປທົ່ວທັງແຜ່ນດິນລ້ານຊ້າງ ເນື່ອງດ້ວຍພຣະອົງຄ໌ນັ້ນຂາດເຊິ່ງຣາຊໂອຣສາ (ລູກຊາຍຜູ່ທີ່ຈະສືບ ທອຕບັລລັງກ໌). ນັ້ນເປັນເຫຕໃຫ້ເຫລົ່າພຣະຍາຕິວົງສ໌ຖືໂອກາສນີ້ ຍາດແຍ່ງບັລລັງກ໌ລ້ານຊ້າງ ຮົ່ມຂາວ, ແບ່ງຣາຊສົມບັຕແຕກເປັນລາວຝ່າຍເໜືອ-ຝ່າຍວຽງ-ຝ່າຍໃຕ້ ຈົນກ້າວໄປເຖິງກາຣ ບິແບ່ງແຜ່ນດິນເປັນສາມອານາຈັກຣ໌ ຢ່າງຂາດເຊິ່ງພິຈາຣນຍານຸສຕິ.
ຈົນຕົກມາເຖິງປີ ພສ. 2243 (ຄສ. 1700), ພຣະເຈົ້າໄຊຍ໌ອົງເຫວ້ (ພຣະໂອຣົສໃນເຈົ້າຊົມພູ ຜູ່ເປັນພຣະຣາຊ ອນຸຊາ (ນ້ອງຊາຍເຈົ້າແຜ່ນດິນ) ໃນພຣະເຈົ້າສຸຣິຍວົງສາ) ໄດ້ເຂົ້າມາຍຶດເອົາກຣຸງສຼີສຕນາຄນຫຸຕວຽງຈັນທນ໌ ໂດຽໃຊ້ກຳລັງທຫາຣມາຈາກອານາມ ແລະ ຂຶ້ນຄອງຣາຊສົມບັຕ ເປັນພຣະເຈົ້າແຜ່ນດິນລ້ານຊ້າງຮົ່ມຂາວ ໃນຂນະທີ່ພຣະເຈົ້າກິ່ງກຣິສຣາຊ ແລະ ອິນທຣໂສມ (ພຣະຣາຊນັດດາ ຫຼື ຫລານຊາຍ ໃນພຣະເຈົ້າສຸຣິຍວົງສາ) ນັ່ງຄອງນຄຣຫລວງພຣະບາງ ໃນເວລານັ້ນ.
ໃນຊຸມປີດຽວກັນ, ພຍານອງ ອນຸຊາໃນພຣະເຈົ້າໄຊຍ໌ອົງເຫວ້ໄດ້ໂຮມກຳລັງຂຶ້ນບຸກຍຶດເອົາຫລວງພຣະບາງ ເປັນທີ່ສຳເຣັຈຜົລ ແຕ່ນັ່ງຄອງຫລວງພຣະບາງ ເປັນເວລາ 7 ປີ (ເຖິງປີ ພສ. 2250 ຫຼື ຄສ. 1707), ແຕ່ທ້າຍສຸດ ເຈົ້າກິ່ງກຣິສຣາຊ ແລະ ເຈົ້າອິນທຣໂສມ ໄດ້ທ້ອນໂຮມກຳລັງລາວຝ່າຍເໜືອມາຕີຕ້ານ ຈົນເຮັດໃຫ້ພຍານອງຕ້ອງຖອຍທັພ ແລະ ໄດ້ອັງເຊີນພຣະບາງໄປປະດິສຖານຍັງວຽງຈັນທນ໌ພ້ອມ. ໃນຕຳນານບໍ່ໄດ້ຣະບຸໂຮງຫລວງ ຫຼື ວັດໃດ ໃນວຽງຈັນທນ໌ ທີ່ໄດ້ປະດິສຖານອົງຄ໌ພຣະບາງ ໃນເວລານັ້ນ, ສັນນິສຖານໄວ້ວ່າ ຄົງຈະແມ່ນພາຍໃນໂຮງຫລວງຂອງວັດພຣະແກ້ວ ໃນບໍຣິເວນພຣະຣາຊສຖານ.
ຈົນຕົກມາເຖິງ ປີ ພສ. 2321 (ຄສ. 1778) ໃນຣັຊກາລພຣະເຈົ້າສິຣິບຸນຍສາຣ (ຣາຊໂອຣົສ ໃນພຣະເຈົ້າໄຊຍ໌ ອົງຄ໌ເຫວ້), ພາຍຫລັງ ກາຣເສຍເສິຄຂອງລ້ານຊ້າງວຽງຈັນທນ໌ໃຫ້ແກ່ສຍາມ ໂດຽກາຣນຳຂອງ ພຍາມຫາກສັຕຣິຍ໌ສຶຄ (ຣັຊກາລ 1 ໃນຣາຊວົງສ໌ຈັກຣີ ໃນເວລາຕໍ່ມາ) ໄດ້ອັງເຊີນເອົາ ອົງຄ໌ພຣະບາງ ແລະ ອົງຄ໌ພຣະແກ້ວມໍຣກົຕ ຈາກກຣຸງສຼີສຕນາຄນຫຸຕວຽງຈັນທນ໌ ໄປປະດິສຖານຍັງ ກຣຸງທົນບູຣີ ພ້ອມໄດ້ເຊີນເອົາເຈົ້ານັນທະ ແລະ ເຈົ້າອິນທຣວົງສ໌ (ໂອຣົສ ໃນພຣະເຈົ້າສິຣິບຸນຍສາຣ ທີ່ຕົກລົງພທັຍ ອອກປະພາສລີ້ພັຍຍັງວຽດນາມ) ໄປພ້ອມເພື່ອເປັນພຣະປະກັນ.
ໃນປີ ພສ. 2523 (ຄສ. 1782), ພຍາມຫາກສັຕຣິຍ໌ສຶຄ ໄດ້ຊົງປາບດາພິເສຄຂຶ້ນສເວີຍຣາຊ ເປັນມຫາກສັຕຣິຍ໌ສຍາມ ຫຼື ຣາມາທິບໍດີ 1 (ພຣະພຸທທຍອດຟ້າຈຸລາໂລກ ຣັຊກາລທີ 1) ໄດ້ຍົກຍ້າຍເມືອງຫລວງ ຈາກກຣຸງທົນບູຣີ ໄປສຖາປນາເອົາບາງກອກຂຶ້ນເປັນສູລຍ໌ກາງກາຣປົກຄອງ ແຫ່ງໃໝ່ ໃນນາມ ກຣຸງເທພມຫານຄຣ ອັມມຣຣັຕນໂກສິນທຸ໌. ໃນເວລານັ້ນ, ຣ.1 ໄດ້ມອບໝາຍແຕ່ງໃຫ້ ເຈົ້ານັນທະ ໃນນາມພຣະເຈົ້ານັນທເສນ ໄປນັ່ງຄອງນຄຣວຽງຈັນທນ໌ ແທນຜູ່ເປັນບິດາ (ພຣະເຈົ້າສິຣິບຸຍສາຣ) ແລະ ໄດ້ພຣະຣາຊທານອົງຄ໌ພຣະບາງຄືນໃຫ້ພ້ອມ. ສນັ້ນ, ພຣະບາງ ຈຶ່ງໄດ້ກັບຄືນ ມາປະດິສຖານທີ່ວຽງຈັນທນ໌. ສ່ວນພຣະເຈົ້ານັນທເສນ ກໍ່ໄດ້ນັ່ງຄອງນຄຣຢູ່ເປັນເວລາ 10 ພັນສາ ກໍ່ໄດ້ຊົງລາໂລກສູ່ສວັນຄາລັຍ ໃນປີ ພສ. 2335 (ຄສ. 1792).
ກ່າວລັດຕັດຕອນ ມາເຖິງຣັຊກາລພຣະເຈົ້າອນຸວົງສ໌ ເຈົ້າຜູ່ຄອງນຄຣວຽງຈັນທນ໌ ໃນນາມປະເທສຣາຊ ໃນຣາຊອານາຈັກຣ໌ສຍາມ ໄດ້ກໍ່ກາຣຕໍ່ຕ້ານເພື່ອກອບກູ້ເອົາເອກຣາຊຄືນສູ່ແຜ່ນດິນແມ່ ແຕ່ບໍ່ເປັນທີ່ ສຳເຣັຈ, ພຣະນັ່ງເກົ້າເຈົ້າຢູ່ຫົວ ຣ. 3 ໄດ້ຊົງອອກຄຳສັ່ງໃຫ້ນຳທັພ ໄປມ້າງເພເຜົາຜານ ກຣຸງສຼີສຕນາຄຫຸຕວຽງຈັນທນ໌ ໃຫ້ເປັນເຖົ່າຖ່ານ, ພ້ອມທັງກວາດຕ້ອນເອົາຣາສດຣລາວ, ຊັພຍ໌ສົມບັຕທັງທາງສາສນ໌ ແລະ ສິລປ໌, ອັນໃດເອົາໄປໄດ້ ແມ່ນໃຫ້ຂົນຂຶ້ນກວຽນ, ຂົນລົງເຮືອລ່ອງ ລົງຂອງໄປ, ແນວທີ່ຂົນໄປບໍ່ໄດ້ກໍ່ໃຫ້ສຸມໄຟ ເຜົາໃຫ້ກ້ຽງ: ພຣະພຸທທຮູປສຳຄັນຫລາຍໆອົງຄ໌ ໄດ້ຖືກຂົນໄປ, ຊາວວຽງບາງຜ່ອງກໍ່ພາກັນຝັງກັນເຊື່ອງ, ຂຸດພື້ນດິນ, ຝັງຕາມຮ່ອມພູຮ່ອມຜາ ຫຼື ບໍ່ກໍ່ສ້າງເຈດີຍ໌ທັບກວມໄວ້ ຈົນເປັນທີ່ຊ່ານອງເຣື່ອງພຣະພົ້ນ-ພຣະລຸ-ທາຕແຕກ ໃນຍຸຄປັຈຈຸບັລ ທີ່ວຽງຈັນທນ໌.. ອາຣາມຫລວງວັດໃຫຍ່-ພຣະອົງຄ໌ໃຫຍ່ອົງຄ໌ສູງທີ່ເອົາໄປບໍ່ໄດ້ ເຂົາກໍ່ສຸມໄມ້ແປ້ນເຮືອນຢູ່ຖົມທັບ ແລ້ວຈູດເຜົາຈົນດຳຈົນດ່າງ… ຊ້າງມ້າງົວຄວາຍ ທີ່ຍ່າງໄດ້ໄປເປັນ ເຂົາກໍ່ເອົາຈົນໝົດ… ນີ້ເປັນເຫຕໃຫ້ ພຣະບາງ ໄດ້ຖືກອັງເຊີນໄປຍັງ ສຍາມ ເປັນຄັ້ງທີ 2.
ພຣະບາງ ໄດ້ປະດິສຖານທີ່ບາງກອກ ເປັນເວລາ 39 ປີ ຈົນເຖິງຣັຊກາລທີ 4 ຈຶ່ງໄດ້ພຣະຣາຊທານ ພຣະບາງ ຄືນໃຫ້ແກ່ ເຈົ້າຈັນທຣກຸມາຣ ໂອຣົສໃນພຣະເຈົ້າມັນທາຕຸຣາຊ ໃນປີ ພສ. 2410 (ຄສ. 1867).
ຖືເປັນວ່າ ເຈົ້າຈັນທຣກຸມາຣ ໄດ້ຊົງເປັນຜູ່ອັງເຊີນເອົາອົງຄ໌ພຣະບາງ ກັບຄືດິນແດນລ້ານຊ້າງ ໂດຽໄດ້ປະດິສຖານໄວ້ທີ່ ນຄຣຫລວງພຣະບາງ ໂດຽໄດ້ປດິສຖານທີ່ ຫໍພຣະບາງ ວັດວິຊຸລຣາຊ, ໄດ້ຍົກຍ້າຍມາ ປະດິສຖານໃນອາຮາມວັດໃໝ່ສຸວັນນພູມາຣາມ ຕັ້ງແຕ່ເດືອນພຶສພາ ພສ. 2432 (ຄສ. 1889) ຈົນເຖິງ ພສ.2484 (ຄສ.1941) ຈຶ່ງໄດ້ອັງເຊີນເຂົ້າປະດິສຖານທີ່ທ້ອງພຣະໂຮງ ໃນພຣະບໍຣົມມຫາຣາຊວັງ ຕັ້ງແຕ່ບັດນັ້ນເປັນຕົນມາແລ.
ເນື່ອງຈາກ ລານສິລປກັມລາວ ເປັນລານສາຣຄດີທີ່ເນັ້ນກາຣນຳສເນີທາງດ້ານສິລປະເປັນຕົ້ນຕໍ, ສນັ້ນ ຂ້ານ້ອຍ ຈະຂໍອນຸຍາຕພັນຣນາພຸທທສິລປ໌ (ສິລປະກາຣຫລໍ່ຫລອມ ແລະ ລັກສນະທາງສິລປະຂອງອົງຄ໌ພຣະ) ນໍຂະນ້ອຍເນາະ. ເຣີ່ມຕົ້ນຈາກພຣະຣັສມີລົງໄປເລີຍຂະນ້ອຍ:
ພຣະຣັສມີ (ຍອດເກສ) ຈະຫລໍ່ເປັນຮູປບົວຈູມ ແລະ ຫຸ້ມຄຽນດ້ວຍເກົ້າພຣະເກສມາລາທີ່ເປັນມວຍໃຫຍ່ ແລະ ກ້ຽງ, ຊ່າງສກຸລລ້ານຊ້າງຈຶ່ງຫລອງພຣະສຽຣ ດ້ວຍກາຣຖວາຍກະໂຈມມົງກຸສຍອດໄຊຍ໌ ເປັນເຄື່ອງພຸທທອິສຣິຍາພຣນ໌
ພຣະສົກ (ຂອດຜົມ) ຈະບໍ່ເປັນຂອດແຫລມດັ່ງອອງຫອຍເໝືອນພຣະພຸທທຮູປສິລປະລ້ານຊ້າງ ໃນຍຸຄຫລັງ, ຈະເຫັນພຽງຮ່ອງຮອຍເສັ້ນພຣະເກສາທີ່ພໍປາກົດເທົ່ານັ້ນ ເນື່ອງຈາກຄວາມເກົ່າແກ່ຂອງອົງຄ໌ພຣະ.
ພຣະສຽຣ (ຫົວ) ຈະມີຂນາດທີ່ຂ້ອນຂ້າງໃຫຍ່ ແຕ່ສາມາຖຮັບຄວາມກວ້າງຂອງພຣະອັງສະ (ບ່າໄຫລ່) ໄດ້ເປັນຢ່າງດີ. ພຣະຫນຸ /ຫະ-ນຸ/ (ຄາງ) ກົມເປີ້ນ, ໃບພຣະພັກຕຣ໌ຊົງຈຕຸຣັຕນ໌ (ໃບໜ້າຄ້າຍດັ່ງຮູປສີ່ຫລ່ຽມສເມີ) ເນື່ອງຈາກ ໄຮພຣະເກສາ (ຂອບຜົມ) ທີ່ພຣະນລາດ (ໜ້າຜາກ) ພຽງຊື່ສເມີ ເມື່ອຮັບກັບພຣະຫນຸທີ່ເປີ້ນພຽງ ຈະປາກົດຮູປ ພຣະພັກຕຣ໌ຊົງຈຕຸຣັຕນ໌ ຢ່າງຊັຕເຈນ.
ພຣະຂນົງ (ຄິ້ວ) ຈະໂຄ້ງກົ່ງແບບຄັນສຣຫາງງູ (ກົ່ງມົນລົງໄປເລີຍ ຄືກັບຫາງທນູສັ້ນທີ່ກົ່ງສຸດລົງໄປ). ຂອບພຣະຂນົງ ຖືກຈັດສ້າງແບບບາກຕື້ນ (ປາດຮອຍບໍ່ເລິກ) ຈຶ່ງແລເບິ່ງໃກ້ຄຽງກັບມນຸສຍ໌ຜູ້ຍັງໜຸ່ມນ້ອຍ.
ພຣະເນຕ (ຕາ) ຈະສ່ອງລົງຕ່ຳ ເພາະເປັນອົງຄ໌ພຣະທີ່ຕ້ອງປະດິສຖານໄວ້ທີ່ສູງເທົ່ານັ້ນ, ດວງພຣະເນຕ ຈະບັນຈົງຄ໌ ສລັກເປັນຮອຍບາກຕື້ນ (ປາດຂອບບໍ່ເລິກ ຫຼືຮຽກວ່າ ລາຍຕື້ນ) ແລະ ແກ້ວພຣະເນຕກໍ່ເປັນເນື້ອດຽວກັບ ອົງຄ໌ພຣະເລີຍ (ຫາກບໍ່ໄດ້ໃຊ້ແກ້ວ ຫຼື ນິນ ເປັນແກ້ວຕາ ດັ່ງພຣະພຸທທຮູປລ້ານຊ້າງ ໃນຍຸຄຕໍ່ໆມາ), ທີ່ພິເສສກໍ່ຄື ດວງພຣະເນຕເບິ່ງຄືວ່າຈະຍິ້ມຢູ່ຕລອດເວລາ.
ພຣະນາສິກ (ດັງ) ສ່ວນທີ່ເປັນສັນຈະສົ່ງອອກໃຫ້ຄົມ ແຕ່ປາຍຈະມົນ ແລະ ທ້າຍພຣະນາສິກ (ຕີນດັງ) ຈະກວ້າງ ນີ້ຄືຕົ້ນແບບພຣະພຸທທຮູປສິລປະລັງກາ ທີ່ສົ່ງອິທທິພົລຕໍ່ພຸທທລັກສນະສິລປະຂອມບາຍົນ ຄືຈະມີໃບໜ້າຊົງ ຫລ່ຽມ, ປາຍນາສິກບານກວ້າງອອກ.
ພຣະໂອສຖ໌ (ປາກ) ຈະເຜີຍຮອຍຍິ້ມ, ເບິ່ງແລ້ວອິ່ມໃຈ, ສງົບ ປະກອບກັບດວງພຣະເນຕທີ່ຍິ້ມ ດັ່ງໄດ້ບັລຍາຍ ໄວ້ຂ້າງເທິງແລ້ວ, ເວລາກົ້ມຂາບ ແລະ ເງີຍໜ້າຂຶ້ນເບິ່ງໄປທີ່ພຣະພັກຕຣ໌ຂອງອົງຄ໌ພຣະບາງ ຈະຮູ້ສຶກຄືກັບວ່າ ເຮົາຈະຍິ້ມໄປນຳເພິ່ນພ້ອມ. ຕາມທັສນະຂອງຂ້ານ້ອຍແລ້ວ, ນີ້ຄົງຈະເປັນຈຸດໜຶ່ງທີ່ເຮັດໃຫ້ພຣະອົງຄ໌ນີ້ ໄດ້ຮັບກາຣຖວາຍພຣະນາມໃຫ້ເປັນ ພຣະພຸທທລາວັລຍ໌ (ແປວ່າ: ພຣະພຸທທຮູປທີ່ໜ້າຮັກ-ໜ້າຫລົງໄຫລ).
ພຣະກັນຕ໌ (ຫູ) ໃບພຣະກັນຕ໌ຈະມົນ ຍົກຂອບເປັນເສັ້ນດ່ຽວ ລ່ອງລົງຈົນເຖິງຂອບດ້ານລຸ່ມ, ຕິ່ງພຣະກັນຕ໌ຈະຍາວ ແລະ ດັສນີຍ໌ປາຍລົງຫາພຣະອັງສະ (ບ່າ).
ພຣະສໍ (ຄໍ) ຈະບັນຈົງເຮັດໃຫ້ກົມ ແລະ ເປັນປ້ອງຢູ່ ດ້ານໜ້າ, ເປັນແບບປ້ອງລຽບ-ບາກຕ່ຳ.
ພຣະອຸຣະ (ໜ້າເອິກ) ຈະຈັດສ້າງຊວດຊົງ ທີ່ບໍ່ກວ້າງຫລາຍ ໃຫ້ພໍສົມມາສດັ່ງຣາຊສີຫ໌.
ພຣະຖັນ (ເຕົ້ານົມ) ຈະບໍ່ປາກົດເປັນຮູປ ນູນເດັ່ນຫລາຍ ແລເບິ່ງເປັນເນື້ອດຽວກັບພຣະອຸຣະ.
ພຣະນາພີ (ໜ້າທ້ອງ) ຈະກົມນູນ ຄ້າຍຄືມີໂພ່ນ ແຕ່ສາມາຖຮັບ ກັບພຣະສຣິຣະ (ລຳຄີງ) ໄດ້ດີ, ບໍ່ປາກົດຮູພຣະນາພີ (ຮູສາຍບື) ຊັຕເຈນ.
ຜ້າສັງຄາຕິ໌ ແລະ ກາຣຊົງຈີວຣ: ຈະບໍ່ປາກົດຜ້າສັງຄາຕິ໌ /ສັງ-ຄາ/ ຫຼື ຜ້າບ່ຽງ ເນື່ອງຈາກ ອົງຄ໌ພຣະຈະຫົ່ມຈີວຣ ແບບປົກຄຸມທັງອົງຄ໌, ຈະພໍ ປາກົດໃຫ້ເຫັນຂອບຊາຍໄຫວຈີວຣ ແລະ ໜ້ານາງເທົ້ານັ້ນ.ຮູປແບບຂອງຈີວຣ ຈະເປັນແບບລຽບກ້ຽງ ເພື່ອໃຫ້ສາມາຖເຫັນພຣະສຣິຣະທີ່ສງ່າງາມ.
ພຣະກຣ (ແຂນ) ແລະ ພຣະຫັຖ (ມື): ພຣະກຣຢຽດລົງຊື່ ແລະ ທົບສັ້ນຢູ່ກ້ອງພຣະຖັນ, ຫັນພຣະຫັຖໄປເບື້ອງໜ້າ ແລະດັຊນີປາຍພຣະອັງຄຸຣີຂຶ້ນໄປດ້ານເທິງ ອັນຖືເປັນຈຸດເດັ່ນຂອງພຸທທລີລາ ປາງຫ້າມຍາຕິ /ຫ້າມ-ຍາດ/ ຫຼື ປາງຫ້າມສມຸທ.
ພຣະບາທ (ຕີນ): ຝາພຣະບາທຈະຮາບພຽງສເມີ ມີລັກສນະສ້ວຍມົນ, ຊ່າງສກຸລລາວໄດ້ຖວາຍພຣະສລອງບາທ (ເກີບ) ເປັນເຄື່ອງພຸທທອິສຣິຍາພຣນ໌.
ພຸທທບັລລັງກ໌ (ຖ້ານຮອງຮັບ) ຈະມີຄວາມໂດດເດັ່ນເປັນເອກລັກສນ໌ທີ່ສຸດ ແລະມີອິທທິພົລຕໍ່ພຸທທສິລປ໌ ລ້ານຊ້າງ ໃນຍຸຄຕໍ່ໆມາເປັນຢ່າງດີ. ໂດຍສເພາະແມ່ນພຸທທສິລປ໌ລ້ານຊ້າງຕອນປາຍ ທີ່ເນັ້ນກາຣສ້າງ ພຸທທບັລລັງກ໌ທີ່ສູງສງ່າ, ໂດຽພຸທທບັລລັງກ໌ຂອງອົງຄ໌ພຣະບາງ ຈະສາມາຖສັງເກຕໄດ້ຢ່າງຊັຕເຈນ ເຊັ້ນ: ເປັນພຸທທບັລລັງກ໌ 5 ຊັ້ນ, 5 ມຸຂ (ເບິ່ງແຕ່ເທິງລົງລຸ່ມຈະມີ 5 ຊັ້ນ, ເບິ່ງທາງຂວາງ ຈະມີ 5 ໜ້າ ທັບຊ້ອນກັນຢູ່) ອອກຊົງເປັນບັລລັງກ໌ສຳຣັບປະທັບຢືນທີ່ສູງສງ່າ ແລະ ບໍ່ປາກົດຮູປກີບບົວຂວໍ້າ-ບົວຫງາຍແຕ່ຢ່າງໃດ.
ທ່ານຜູ່ອ່ານທີ່ຮັກແພງ, ກາຣຣິຈນາຫົວເຣື່ອງນີ້ຂຶ້ນມາ ກໍ່ດ້ວຽຄວາມຮັກຫອມເຊິ່ງພຸທທສິລປະລ້ານຊ້າງລາວ ຂອງພວກເຮົາ, ທັງນີ້ ພຣະພຸທທລາວັລຍ໌ປຕິມາກຣ ຫຼື ພຣະບາງ ແມ່ນຖືເປັນຕົ້ນແບບພຣະພຸທທຮູປລາວ ໃນຍຸຄຕໍ່ໆມາ, ທັງເປັນພຸທທສົມບັຕອົງຄ໌ເອກ ທີ່ຢູ່ຄູ່ຊາວລ້ານຊ້າງ ເປັນທີ່ເພິ່ງທາງໃຈ, ເປັນສິ່ງບົ່ງບອກຄວາມພຽຣ, ຄວາມຍຶດໝັ້ນ-ຖືໝັ້ນ, ຄວາມແໜ້ນໜຽວຂອງຊາວລາວ ທີ່ຈະຈັນຣົງຄ໌ຮັກສາຊັພຍ໌ສົມບັຕມາງສາສນາ ທີ່ສຳຄັນ ໃຫ້ຢູ່ຄູ່ເປັນມິ່ງບ້ານຂວັນເມືອງຂອງຕົນ ໃຫ້ໄດ້ດີທີ່ສຸດ ມາແຕ່ລະຍຸຄສມັຍ, ທັງໃນຍຸຄທີ່ຮຸ່ງເຮືອງ ຫຼື ໃນຍຸຄທີ່ບໍ່ຕົກແຕກລົງຮອຍກັນ. ໃນທັສນະຂອງຂ້ານ້ອຍ ເຊື່ອວ່າ: ກາຣຍາຕແຍ່ງກັນອັງເຊີນອົງຄ໌ພຣະ ຂອງສັກດິນາພາຍໃນ ກໍ່ເນື່ອງດ້ວຽຕ່າງຝ່າຍຕ່າງຕ້ອງກາຣຈະປົກປັກຮັກສາຊັພຍ໌ສົມບັຕທາງສາສນາ ກໍ່ຄືຂອງຊາຕ ແຕ່ຫາກບໍ່ແມ່ນຕ້ອງກາຣຈະຄອບຄອງເນື້ອທອງວັດຖຸໃນອົງຄ໌ພຣະແຕ່ຢ່າງໃດ.
ພຣະບາງ ອົງພຣະປຖົມຮູປທາງພຸທທສິລປ໌ ທີ່ຖືກອັງເຊີນເຂົ້າມາສູ່ດິນແດນລ້ານຊ້າງຢ່າງຊອບທັມ ນັບແຕ່ຣັຊສມັຍພຣະເຈົ້າຟ້າງຸ່ມມຫາຣາຊ, ຈະຊົງເປັນສູລຍ໌ຣວມຈິຕໃຈຂອງຊາວລາວລ້ານຊ້າງທັງຜອງ ບໍ່ວ່າຈະຢູ່ແຫ່ງໃດຫົນໃດຂອງຊີກໂລກນີ້, ຂ້ານ້ອຍ ຂໍນ້ອມວອນທຸກທ່ານ ໄດ້ຮ່ວມກັນພນົມມືຂາບພຣະບາງ ພ້ອມວ່າຄາຖາຕາມດັ່ງນີ້ແລ:
ນະໂມຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸທທັສສະ (3 ຄັ້ງ)
ນະມາມິ ສິຣະສາມັຍຫັງ ພຸທທະຣູປປັງ ມະໂນຣັມມັງ ລັງກາທິປາຄະຕັນເຍຕັງ ນະຣະເທວາພິປູຊິຕັງ ໂຍໂສ ສັງຄະ ຫະມາຣັພພິຍາຕະເກສຸ ປາຊາສຸຈະອິທທິມັນຕັງ ມະຫາເຕຊັງ ອະຫັງວັນທາມິ ສັພພະທາ.
ຂໍພຣະເດຊພຣະຄຸນພຣະບາງພຸທທລາວັລຍ໌ປຕິມາກຣ ໄດ້ບັນດົລຮັກສົມຮັກສາທຸກທ່ານຜູ່ສັທຣາຂາບໄຫວ້ ແລະ ຮັກສາເຂຕນ້ຳແດນພຣະສຸທຣາລ້ານຊ້າງລາວ ໃຫ້ຢູ່ຄູ່ຍຸຄຄູ່ສມັຍພົພ ຍືນຍົງຕລອດຈັກວາລສລາຍແດ່ກໍ່ຂ້າເຖີ້ນ.
ຂໍ້ມູນຈາກ: Art and Culture of Laos