Homeຂ່າວທ້ອງຖິ່ນສະຖານເອກອັກຄະຣາຊະທູດໄທປະຈໍາລາວ ຈັດພິທີບາສີສູ່ຂວັນ ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່

ສະຖານເອກອັກຄະຣາຊະທູດໄທປະຈໍາລາວ ຈັດພິທີບາສີສູ່ຂວັນ ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່

Published on

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2558 ແລະ ຕ້ອນຮັບປີໃໝ່ ພສ 2559 ປະຈໍາປີ 2016 ສະຖານເອກອັກຄະຣາຊະທູດແຫ່ງອານາຈັກໄທ ໄດ້ຈັດພິທີບາສີສູ່ຂັວນ ແລະ ຫົດນໍ້າ ອວຍພອນປີໃໝ່ເຊິ່ງກັນແລະກັນ ທັງເປັນການສືບທອດວັດທະນະທໍາ ຮີດຄອງປະເພນີ ແລະ ມິດຕະພາບອັນດີງາມລະຫວ່າງປະຊາຊົນສອງຊາດລາວ-ໄທ ໄທ-ລາວ ທີ່ມີມາແຕ່ບູຮານະການ ໃຫ້ນັບມື້ຍິ່ງຮັດແໜ້ນຄວາມສາມັກຄີ ຮັກແພງຖານບ້ານໃກ້ເຮືອນຄຽງ ແລະ ເພີ່ມທະວີການຮ່ວມມືທຸກຂົງເຂດວຽກງານໃຫ້ມີຄວາມຍືນຍົງຕະຫຼອດໄປ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນແລງວັນທີ 07 ເມສາ 2016 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນົບພະດົນ ເທບພິທັກ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງຣາຊະອານາຈັກໄທ ປະຈໍາ ສປປ.ລາວ ເຂົ້າຮ່ວມມີທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ.ລາວ ທ່ານ ສຈ.ດຣ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສປປ.ລາວ ປະທານສະມາຄົມເພື່ອມິດຕະພາບລາວ-ໄທ ທ່ານ ຫຼີ ບຸນຄໍ້າ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ.ລາວ ປະຈໍາ ຣາຊະອານາຈັກໄທ ມີທ່ານລັດຖະມົນຕີກະຊວງການຕ່າງປະເທດແຫ່ງຣາຊະອານາຈັກໄທ ຄະນະເລຂາທິການສະມາຄົມໄທ-ລາວ ເພື່ອມິດຕະພາບ ມີບັນດາເຈົ້າໜ້າທີ່ ພະນັກງານຂັ້ນສູງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຈັດພິທີສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ປີນີ້ ນອກຈາກມີການອວຍພອນເຊິ່ງກັນແລະກັນແລ້ວ ຍັງຈັດໃຫ້ມີການສະແດງສິລະປະວັນນະຄະດີ ແລະ ງານລ້ຽງພົບປະສັງສັນອີກດ້ວຍ.
ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...