spot_img
Homeຂ່າວທ້ອງຖິ່ນປີ​ໃໝ່ ຫຼວງ​ພະ​ບາງ​ເນັ້ນ ຄວາມ​ເປັນ​ລະ­ບຽບ​ປອດ​ໄພ

ປີ​ໃໝ່ ຫຼວງ​ພະ​ບາງ​ເນັ້ນ ຄວາມ​ເປັນ​ລະ­ບຽບ​ປອດ​ໄພ

Published on

ເພື່ອ​ເຮັດ​ໃຫ້­ການ​ຫຼິ້ນ​ບຸນ​ກຸດ​ສົງການ​ປີ​ໃໝ່​ລາວ ປະ­ຈຳ ພສ 2559 ໄດ້​ຮັບການ​ອາ​ນຸ​ລັກ​ຮັກ­ສາ ແລະ​ສືບ​ທອດ​ຄຸນຄ່າ​ທາງ​ດ້ານ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ, ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ, ມີຄວາມ​ສະ­ຫງົບ, ປອດ​ໄພ ແລະ​ມີ​ບັນ​ຍາກາດ​ເບີກ­ບານ​ມ່ວນ­ຊື່ນ​ໃນ​ການ​ຫຼິ້ນ, ທ່ານ​ເຈົ້າ­ເມືອງໆ​ຫຼວງ​ພະ​ບາງ​ໄດ້​ອອກລະ­ບຽບ​ການ​ຢ່າງ​ເຂັ້ມ​ງວດ.

ທ່ານ ສຸ​ກັນ ບຸນ​ຍົງ ເຈົ້າ­ເມືອງໆ​ຫຼວງພະ​ບາງ​ໄດ້​ໃຫ້​ສຳ­ພາດ​ຕໍ່​ທີມ​ຂ່າວ​ພວກ​ເຮົາ​ໃນ​ວັນ​ທີ 6 ເມ­ສາ​ຜ່ານ​ມາ​ນີ້​ຮູ້​ວ່າ: ລະ­ບຽບ​ການ​ຫຼີ້ນ​ບຸນ­ປີ­ໃໝ່​ທີ່​ເມືອງ​ຫຼວງພະ​ບາງ​ປະ­ກອບ​ມີ: 1) ວ່າ​ດ້ວຍ​ການຫົດ­ສົງ​ນ້ຳ: ກ່ອນ​ຈະ​ຫົດ​ນ້ຳ​ບຸກ­ຄົນ​ໃດໜຶ່ງ​ຕ້ອງ​ຂໍ​ອາ​ນຸ​ຍາດ​ເສຍ​ກ່ອນ​ຈິ່ງ​ຫົດ, ຕ້ອງ​ຫົດ​ແຕ່​ຕົນ​ຕົວ​ເທົ່າ​ນັ້ນ​ບໍ່​ຄວນ​ຫົດຫົວ ແລະ​ຫົດ​ດ້ວຍ​ການ​ສາດ​ນ້ຳ​ໃສ່, ນ້ຳທີ່​ນຳ​ມາ​ຫົດ­ສົງ​ກັນ​ຕ້ອງ​ເປັນ​ນຳ​ທີ່​ສະອາດ, ຫ້າມ​ບໍ່​ໃຫ້​ນຳ​ເອົາ​ນ້ຳ​ທີ່​ປະ­ສົມທາດ​ເຄ​ມີ-ນ້ຳ​ສີ-ນ້ຳ­ມັນ​ເຄື່ອງ​ຈັກ-ນ້ຳມັນ​ປຸງ​ແຕ່ງ­ອາ­ຫານ-ນ້ຳ­ກ້ອນ​ມາ​ຫົດ­ສົງກັນ, ຫ້າມ​ເອົາ​ອ່າງ​ນ້ຳ-ຖັງ​ນ້ຳ-ຕໍ່​ທໍ່​ນ້ຳອອກ​ມາ​ຕັ້ງ​ແຄມ​ທາງ ແລະ​ລັດ​ທາງ ເພື່ອຫົດ​ນ້ຳ​ກັນ ຊຶ່ງ​ເປັນ​ການ​ກີດ­ຂວາງ​ການສັນ­ຈອນ​ຫ້າມ​ຫົດ​ນ້ຳ​ກັນ​ໂດຍ​ສວຍ​ໂອກາດ​ລ່ວງ​ລະ­ເມີດ​ດ້ານ​ຮ່າງ­ກາຍ​ຜູ້​ອື່ນ ໂດຍ​ສະ­ເພາະ​ເພດ​ກົງ­ກັນ­ຂ້າມ, ຫ້າມ​ນຳເອົາ​ນ້ຳ​ສີ​ຂີ້​ມິ້ນ​ໝໍ້ຂີ້­ຕົມ​ແປ້ງ​ມາ​ທາ​ກັນ. 2) ການ​ແຕ່ງ​ກາຍ ໃນ​ການ​ເຂົ້າ​ຮ່ວມ​ບຸນ​ເຊັ່ນ: ການ​ໂລະລາດ​ຊົມ­ເຊີຍ​ປະ​ກວດ​ນາງ​ສັງ­ຂານ​ໄປສົງ​ນ້ຳ​ພະ​ພຸດ​ທະ​ຮູບ​ຕ້ອງ​ໃຫ້​ສອດ­ຄ່ອງກັບ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ​ຊາວຫຼວງ​ພະ​ບາງ​ພວກ​ເຮົາ, 3) ການ​ນຳ​ໃຊ້ພາ­ຫະ­ນະ​ສັນ­ຈອນ​ຕາມ​ທ້ອງ​ຖະ­ໜົນ: ພາ­ຫະ­ນະ​ທີ່​ສັນ­ຈອນ​ຕາມ​ຖະ­ໜົນ​ຕ້ອງ ປະ­ຕິ­ບັດ​ກົດ​ລະ­ບຽບ​ການ​ສັນ­ຈອນ​ຢ່າງ ເຂັ້ມ​ງວດ, 4) ການ​ຈັດ​ງານ​ມ່ວນ­ຊື່ນ​ໃນ ເວ­ລາ​ງານ​ບຸນ: ສະ­ຖານ­ທີ່​ບັນ­ເທີງ, ກາ ລາ​ໂອ​ເກະ, ງານ​ລາ­ຕີ​ສະ­ໂມ­ສອນ, ວົງດົນ­ຕີ, ຕ້ອງ​ປິດ​ການ​ບໍ­ລິ­ການ​ບໍ່​ໃຫ້​ເກີນ 23:30 ໂມງ, 5) ການ​ເຂົ້າ​ຮ່ວມ​ຊົມ-ຮ່ວມ​ເຊຍ​ຢູ່​ງານ​ປະ​ກວດ​ຄັດ​ເລືອກ​ນາງ ສັງ­ຂານ​ຕ້ອງ​ໃຫ້​ມີ​ຄວາມ​ເປັນ​ລະ­ບຽບ ຮຽບ​ຮ້ອຍ​ມີ​ຄວາມ​ມ່ວນ­ຊື່ນ​ມີ​ຄວາມ​ສະຫງົບ, ບໍ່​ເຍາະ​ເຍີ້ຍ​ສຽດ​ສີ​ກັນ​ດ້ວຍ​ວາ­ຈາບໍ່​ສຸ­ພາບ​ຫຍາບ​ຄາຍ​ທີ່​ຈະ​ພາ­ໃຫ້​ເກີດ​ຂໍ້ຂັດ​ແຍ່ງ​ແຕກ​ແຍກ​ຄວາມ​ສາ­ມັກ­ຄີ​ກັນ, 6) ແຕ່​ລະ​ສຳ­ນັກ­ງານ​ອົງ​ການ­ບ້ານ​ຕ່າງໆຕ້ອງ​ຈັດ​ຕັ້ງ​ການ​ປ້ອງ​ກັນ​ເວນ­ຍາມ, ແຕ່ລະ​ຄອບ­ຄົວ​ທີ່​ອອກ​ໄປ​ທ່ຽວ​ຫຼິ້ນ​ບຸນຄວນ​ມີ​ຜູ້​ເຝົ້າ​ເຮືອນ, ຖ້າ​ມີ​ຄວາມ​ຈຳ­ເປັນກ່ອນ​ອອກ​ຈາກ​ເຮືອນ​ໄປ​ຕ້ອງ​ມອດ​ໄຟ ອັດ​ປະ­ຕູ​ໃສ່​ກະ­ແຈ​ໃຫ້​ລະ­ອຽດ​ເສຍ​ກ່ອນຈິ່ງ​ໄປ. 7) ຫ້າມ​ສວຍ​ໃຊ້​ໂອ­ກາດ​ຍາມບຸນ​ເຕົ້າ­ໂຮມ​ຄົນ ເພື່ອ​ເປົ້າ​ໝາຍ​ເຄື່ອນໄຫວ​ທາງ​ການ­ເມືອງ​ທີ່​ຂັດ​ຕໍ່​ແນວ­ທາງຂອງ​ພັກ​ກົດ­ໝາຍ​ຂອງ​ລັດ, ມົ້ວ​ສຸມ​ຫຼິ້ນການ​ພະ­ນັນ​ຢາ​ເສບ​ຕິດ ແລະ​ການ​ຄ້າ​ປະເວ​ນີ. 8) ການ​ຄຸ້ມ​ຄອງ​ລາ­ຄາ: ຫ້າມ​ບໍ່ໃຫ້​ຂຶ້ນ​ລາ­ຄາ​ບ້ານ​ພັກ, ໂຮງ­ແຮມ-ລີສອດ, ຮ້ານ​ອາ­ຫານ, ເຄື່ອງ​ບໍ­ລິ­ໂພກ, ອຸປະ​ໂພກ, ລົດ​ໂດຍ­ສານ​ທຸກ​ປະ­ເພດ, ເຮືອ ໂດຍ­ສານ​ທຸກ​ປະ­ເພດ ແລະ​ລາ­ຄາ​ສິນ­ຄ້າອື່ນໆ​ເປັນ​ເດັດ­ຂາດ, 9) ຫ້າມ​ເອົາ​ສີ ຕ່າງໆ​ໝາຍ​ກາງ​ທາງ, ແຄມ​ທາງ, ແຄມຮົ້ວ, ກົກ​ເສົາ ແລະ​ບ່ອນ​ອື່ນ​ເພື່ອ​ໝາຍບ່ອນ​ຂາຍ­ເຄື່ອງ​ມື້​ວັນ​ບຸນ​ເປັນ​ເດັດ­ຂາດ, ຖ້າ​ຜູ້​ໃດ​ຫາກ​ເຮັດ​ລ່ວງ​ເກີນ ເມື່ອ​ຮູ້​ຕາມຫຼັງ​ຈະ​ມີ​ການ​ປັບ​ໃໝ​ຕາມ​ລະ­ບຽບ​ບ້ານເມືອງ, 10) ການ​ພັກ​ລັດ​ຖະ​ການ: ງານບຸນ­ປີ­ໃໝ່​ລາວ​ປີ​ນີ້​ມີ 2 ຫົນ ( ເນົາ 2 ມື້) ແລະ​ສຳ­ລັບ​ພະ­ນັກ­ງານ​ຈະ​ໄດ້​ພັກ​ວຽກລັດ​ຖະ​ການ 4 ວັນ ແຕ່​ວັນ​ທີ 13-16 ເດືອນ​ເມ­ສາ​ປີ 2016.

ສຳ­ລັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແມ່ນ​ໄດ້​ມອບ​ໃຫ້​ທຸກ​ການ­ຈັດ­ຕັ້ງ​ຂອງ​ພັກ-ລັດ- ປກສ ເມືອງ, ອົງ­ການ​ປົກ­ຄອງ​ບ້ານເຜີຍແຜ່​ລະ­ບຽບ​ທຸກ​ກໍ­ລະ­ນີ​ທີ່​ເກີດ​ຂຶ້ນ ຊຶ່ງ​ເປັນ ການ​ລະ­ເມີດ​ລະ­ບຽບ​ການ​ທີ່​ກຳ­ນົດ​ອອກມອບ​ໃຫ້​ເຈົ້າ​ໜ້າ­ທີ່ ປກສ ເມືອງ ປກສ ບໍ​ລິການ​ປະ­ຊາ­ຊົນ​ອົງ­ການ​ຄຸ້ມ​ຄອງ​ທີ່​ກ່ຽວຂ້ອງ​ປະ­ສານ​ສົມ­ທົບ​ກັບ​ອຳ­ນາດ​ການປົກ­ຄອງ​ບ້ານ​ດຳ­ເນີນ​ມາດ​ຕະ­ການ​ທາງວິ­ໄນ​ຕໍ່​ຜູ້​ລະ­ເມີດ​ຕາມ​ຂໍ້​ກຳ­ນົດ​ກົດ​ລະບຽບ​ຢ່າງ​ເຂັ້ມ​ງວດ ແລະ​ເດັດ­ຂາດ ແລະ ກໍ­ລະ­ນີ​ຮ້າຍ​ແຮງ​ຕ້ອງ​ດຳ­ເນີນ​ຄະ­ດີ​ຕາມ​ກົດ­ໝາຍ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...