spot_img
Homeຂ່າວທ້ອງຖິ່ນກະຊວງ​ອຸດສາຫະກຳ-ການ​ຄ້າ​ເນັ້ນຈະກວດກາ ​ແລະ ຄຸ້ມ​ຄອງ​ລາຄາ​ສິນຄ້າ​ໃຫ້​ໄລຍະບຸນປີໃໝ່ຢູ່ໃນເກນປົກກະຕິ

ກະຊວງ​ອຸດສາຫະກຳ-ການ​ຄ້າ​ເນັ້ນຈະກວດກາ ​ແລະ ຄຸ້ມ​ຄອງ​ລາຄາ​ສິນຄ້າ​ໃຫ້​ໄລຍະບຸນປີໃໝ່ຢູ່ໃນເກນປົກກະຕິ

Published on

ເພື່ອ​ຮັບປະກັນ​ໃຫ້​ຜູ້​ບໍລິ​ໂພ​ກ​ໄດ້​ຮັບ​ຄວາມ​ເປັນ​ທຳ, ທາງ​ດ້ານ​ລາຄາ,ປະລິມານ ​ແລະ ຄຸນ​ນະພາ​ບ ​ແລະ ປະຕິບັດ​ຕາມ​ພາລະ​ບົດບາດ​ຂອງ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ​ໃນ ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ, ​ໂດຍ​ສະ​ເພາະ​​ແມ່ນ​ສິນຄ້າ​ບໍລິ​ໂພ​ກ​ເຊັ່ນ: ຊີ້ນ​, ປາ ​ແລະ ພືດ​ຜັກ​ຕ່າງໆ, ເພື່ອຫຼີກ​ເວັ້ນການ​ສວນ​ໂອກາດ​ເຮັດ​ໃຫ້​ປະຊາຊົນ​ໄດ້​ຮັບ​ຄວາມ​ເປັນ​ທຳ, ຮັບປະກັນ​ໃຫ້ການ​ສະໜອງ​ພຽງພໍ​ກັບ​ຄວາມ​ຕ້ອງການ​ດັ່ງ​ນັ້ນ, ລັດຖະມົນຕີ​ກະຊວງ​ອຸດ​ສາ​ຫະກຳ ​ແລະການ​ຄ້າ​ຈຶ່ງ​ໄດ້​ອອກ​ແຈ້ງ​ການສະບັບເລກທີ 0804/ຫອຄ.ຄພນ ລົງວັນທີ 5 ເມສາ 2016 ​ເຖິງພະ​ແນ​ກອຸດ​ສາ​ຫະກຳ-ການຄ້າແຂວງ, ນະຄອນ​ຫລວງ ​ແລະ ພາກສ່ວນ​ກ່ຽວຂ້ອງເພີ່ມ​ທະວີການ​ປະສານ​ສົມ​

ທົບ​ກັນຈັດ​ຕັ້ງ​ປະຕິບັດ​ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ​ທີ່​ມີ​ຜົນ​ກະທົບ​ໄວ​ຕໍ່​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງ​ປະ​ຊາ​ຊົນ,ບົນ​ພື້ນຖານ​ຄວາມ​ເປັນ​ເອກະ​ພາບ ​ແລະ ການ​ຮ່ວມ​ມື​ກັນ,​ ເພື່ອ​ຮັບ​ປະກັນການ​ສະໜອງ​ໃຫ້​ພຽງພໍ​ກັບ​ຄວາມຕ້ອງການ,ຫຼີກ​ເວັ້ນການ​ສວຍ​ໂອກາດ​ກັກ​ຕຸ​ນສິນຄ້າ ຫລື ຂື້ນ​ລາຄາ​ເພື່ອ​ເກງ​ກຳ​ໄລ.​ພ້ອມ​ທັງ​ຄຸ້ມ​ຄອງ​ລາຄາ​ສິນ ຄ້າ​ປະ​ເພດ​ຊີ້ນ, ປາ ​ແລະ ພື​ກ​ຜັກ​ຕ່າງໆ​ຢູ່​ບັນດາ​ແຂວງ ​ແລະ ນະຄອນຫຼວງ​ໃຫ້​ໄປ​ຕາມ​ກົນ​​ໄກ​ຕະຫຼາດ​ໃນ​ແຕ່ ລະ​ໄລຍະ, ໂດຍສະເພາະແມ່ນການຫ້າມສວຍ ໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈໄລ ຍະບຸນປີໃໝ່ລາວ ພສ 2559, ພ້ອມນັ້ນກໍໃຫ້ເປັນເຈົ້າການຄຸ້ມຄອງ ແລະ ຕິດຕາມບັນດາ ຕົວແທນຈຳໜ່າຍ ແລະ ລູກຄ້າໃນຂອບເຂດທົ່ວປະເທດຂອງຜະລິດຕະພັນເບຍລາວ,  ນ້ຳດື່ມ ແລະ ນ້ຳອັດລົມ, ຕາມແຈ້ງການຂອງບໍລິສັດເບຍລາວ ສະບັບເລກທີ 314 ລົງວັນ ທີ 31 ມີນາ2016 ພ້ອມບໍ່ໃຫ້ມີການສວຍໂອກາດຂື້ນລາຄາຜະລິດຕະພັນຂອງບໍລິສັດ ເບຍລາວຕາມລຳພັງຂອງຜູ້ຈຳໜ່າຍ, ພ້ອມທັງລາຍງານຜົນການຈັດຕ້ງປະຕິບັດໃຫ້ພາກ ສ່ວນກ່ຽວຂ້ອງຂອງເປັນໄລຍະ, ເພື່ອເປັນຂໍ້ມູນໃນການຄົ້ນຄ້ວາປັບປຸງບັນດາລະບຽບການໃຫ້ແທດເໝາະກັບສະພາບໂຕຈິງ ແລະ ພາຍຫຼັງໄດ້ຮັບແຈ້ງການ ລະບັບນີ້ແລ້ວໃຫ້ແຂວງ,ນະຄອນຫຼວງ, ລວມເຖິງພາກສ່ວນກ່ຽວຂ້ອງໃນເຂດຂອບທົ່ວປະເທດເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະມີປະສິດທີຜົນ.

ເຖິງຢ່າງໃດກໍຕາມຈາກການລົງຕິດຕາມລາຄາສິນຄ້າຂອງນັກຂ່າວພວກຢູ່ຕະຫຼາດໃຫຍ່ ຫຼາຍແຫຼ່ງໃນນະຄອນຫຼວງວຽງຈັນໃນວັນທີ 6 ເມສານີ້ເຫັນວ່າລາຄາສິນຄ້າອຸປະໂພກ, ບໍລິໂພກ, ປະເພດຊີ້ນ, ປາ ແລະ ພືດຜັກຕ່າງໆແມ່ນຍັງຢູ່ໃນເກນປົກກະຕິຖ້າທຽບໃສ່ຜ່ານມາ ເຊັ່ນ: ຊີ້ນງົວ ລາຄາ 70 – 75 ພັນກີບ / ກິໂລ, ຊີ້ນໝູ  30- 40ພັນກີບ/ກິໂລ, ເປັດໄກ່ 40 – 45 ພັນກີບ / ກິໂລ, ປາກະຊັງ 18​- 22 ພັນກີບ / ກິໂລ ແລະ ພືດ, ຜັກຕ່າງໆລາຄາກໍຍັງຢູ່ໃນເກນປົກກະຕິດີ, ຂະນະທີ່ພໍ່ຄ້າແມ່ຄ້າໃຫ້ເຫດຜົນວ່າ: ໄລຍະປີໃໝ່ລາວລາຄາພືດຜັກອາດຈະຂຶ້ນເລັກນ້ອຍ 2 – 3ພັນກີບ, ຊຶ່ງຖືເປັນເລື່ອງປົກກະຕິຕາມກົນໄກຕະຫຼາດ.

 

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...