spot_img
Homeຂ່າວຕ່າງປະເທດເຈົ້າ​ໜ້າ​ທີ່​ຈະລາ​ຈອນ​ທາງ​ອາກາດປະ​ທ້ວງ ກະທົບ​ຖ້ຽວ​ບິນ​​ເກຣກ

ເຈົ້າ​ໜ້າ​ທີ່​ຈະລາ​ຈອນ​ທາງ​ອາກາດປະ​ທ້ວງ ກະທົບ​ຖ້ຽວ​ບິນ​​ເກຣກ

Published on

ທ່າ​ອາກາດສະຍານ​ເອ​ເທິ​ນຖະ​ແຫຼ​ງວ່າ ຖ້ຽວບິນ​ໃນ​ເກຣກຢຸດ​ສະຫງັດ​ໃນ​ມື້​ນີ້ ພາຍຫລັງ​​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ການ​ຈະລາຈອນ​ທາງ​ອາກາດ​ນັດ​ຢຸດ​ງານ​ປະ​ທ້ວງ​ເປັນ​ເວລາ 24 ຊົ່ວ​ໂມງ​ຈາກ​ແຜນ​ປະຕິຮູບ​ລະບົບ​ບຳນານ​ຕາມ​ຂໍ້​ຮຽກ​ຮ້ອງ​ຂອງ​ກຸ່ມ​ຜູ້​ໃຫ້​ເງິນ​ກູ້​ເກ​ຣກ.

ຖະ​ແຫຼງລະບຸ​ວ່າ ການ​ປະ​ທ້ວງ​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ຖ້ຽວ​ບິນ​ທັງ​ຂາ​ເຂົ້າ ​ແລະ​ອອກ​ທັງ​ໝົດ ​ໂດຍ​ຈະ​ສິ້ນສຸດ​ລົງ​ໃນ​ຄ່ຳ​ມື້​ນີ້ເວລາ​ທ້ອງ​ຖິ່ນ, ການ​ປະ​ທ້ວງ​ເທື່ອ​ນີ້ລວມ​ເຖິງ​ເຈົ້າ​ໜ້າ​ທີ່​ສຳນັກງານ​ລັດຖະບານ ​ໂຮງຮຽນ ​ແລະ ​ໂຮງໝໍ​ນຳ ​ເຊັ່ນ​ດຽວ​ກັບ​ສຳນັກງານ​ສື່ໃນ​​ເກຣກ​ທີ່​ຢຸດງານ​ປະ​ທ້ວງ ​ເຮັດ​​ໃຫ້​ຕ້ອງ​ງົດ​ອອກ​ອາກາດ​ຂ່າວ​ທາງ​ສະຖານີ ​ແລະ​ເວັບ​ໄຊ ທັງ​ນີ້​ກຸ່ມ​ເຈົ້າ​ໜີ້​ເກຣກຂໍ​ໃຫ້​ເກຣກປະຕິຮູບ​ລະບົບ​ບຳນານ ​ແລະ​ພາສີ ​ເພື່ອ​ແລກປ່ຽນ​ກັບ​ການ​ໄດ້​ຮັບ​ເງິນ​ກູ້ປົດ​ໜີ້​ສິນ​ຈຳນວນ​ຫຼາຍ​ຂອງ​​ເກຣກຕັ້ງ​ແຕ່​ເດືອນ​ກໍລະກົດ​ປີ​ທີ່​ຜ່ານ​ມາ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...