Homeມູມໄອທີລາວພຣີວິວ Huawei P9 Lite ກ່ອນເປີດໂຕ

ພຣີວິວ Huawei P9 Lite ກ່ອນເປີດໂຕ

Published on

ຫຼັງຈາກທີ່ມື້ຄືນນີ້ໄດ້ມີງານເປີດໂຕສະມາດໂຟນ Huawei P9 ແລະ P9 Plus ໄປ ແຕ່ສຳລັບລຸ້ນ P9 Lite ນັ້ນຕອນນີ້ທາງບໍລິສັດ Huawei ກຳລັງກຽມທີ່ຈະເປີດໂຕໃນບໍ່ຊ້ານີ້. ແຕ່ມື້ນີ້ເຮົາມີພຣີວິວຈາກບຸກຄົນໃນເວັບໄຊ Hi-Tech Mail.ru ທີ່ໄດ້ມີໂອກາດສຳຜັດສະມາດໂຟນລຸ້ນດັ່ງກ່າວມາແລ້ວ

image

ສຳລັບໃນດ້ານຮາດແວຣຂອງ P9 Lite ນັ້ນຄ້າຍຄືກັນກັບ P9, ເຊິ່ງ Huawei P9 Lite ມາພ້ອມກັບຈໍຂະໜາດ 5.2 ນິ້ວ ຄວາມລະອຽດ 1980×1080 ພິກເຊວ (FHD) ແລະ 423ppi. ສຳລັັບລຸ້ນ P9 Lite ນັ້ນເປັນຄວາມຈິງຈາກຂ່າວລືທີ່ວ່າຈະບໍ່ມາພ້ອມກັບກ້ອງຂອງ Leica. ກ້ອງຫຼັງມີຄວາມລະອຽດ 13 ລ້ານພິກເຊວ ພ້ອມກັບແຟລັດ LED. ສ່ວນກ້ອງໜ້ານັ້ນມີຄວາມລະອຽດ 8 ລ້ານພິກເຊວ.

image

ແຕ່ສິ່ງທີ່ໜ້າເສຍດາຍຄືພວກເຂົາບອກວ່າຍັງບໍ່ຮູ້ລາຍລະອຽດກ່ຽວກັບຊິບປະມວນຜົນທີ່ໃຊ້ເລີຍ. ສຳລັບຊິບປະມວນຜົນນັ້ນມີຂ່າວລືວ່າຈະມາພ້ອມກັບຊິບ Kirin 650 ເຊິ່ງເປັນລຸ້ນໃໝ່ຫຼ້າສຸດ, ROM 16GB (ຮອງຮັບ microSD ສູງສຸດ 128GB), RAM ມີ 2 ລຸ້ນໃຫ້ເລືອກຄື 2GB ແລະ  3GB RAM.

ສ່ວນແບັດເຕີຣີນັ້ນໃຫ້ມາ 3,000mAh ແລະມີລະບົບສະແກນລາຍນິ້ວມືທີ່ດ້ານຫຼັງໂຕເຄື່ອງ (ເປັນລຸ້ນທີ່ປັບປຸງແກ້ໄຂໃໝ່)

image

ສຳລັບຂໍ້ມູນເພີ່ມຕື່ມຂອງ P9 Lite ຖ້າຫາກວ່າເປີດໂຕອອກມາຢ່າງເປັນທາງການແລ້ວຈະແຈ້ງໃຫ້ຮູ້ພາຍຫຼັງ

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...