spot_img
Homeຄວາມງາມວີທີເຮັດໃຫ້ຂີ້ແຮ້ຂາວຂຶ້ນດ້ວຍສູດທຳມະຊາດ

ວີທີເຮັດໃຫ້ຂີ້ແຮ້ຂາວຂຶ້ນດ້ວຍສູດທຳມະຊາດ

Published on

ວັນນີ້ລາວໂພສຕ໌ມມີເຄັດລັບດີໆມາຝາກສາວໆ ທີ່ຕອນນີ້ກຳລັງຂາດຄວາມໝັ້ນໃຈຢ່າງໜັກກັບຂີ້ແຮ້ຂອງຕົນ ເພາະໃກ້ຈະຮອດປີໃໝ່ແລ້ວ ສິນຸ່ງເສື້ອແຂນກິ້ນ ສິຍົກແຂນເຕັ້ນກະຢ້ານໝູ່ທ້ວງວ່າຂີ້ແຮ້ດຳ ທຸກຢ່າງມັນຂາດຄວາມໝັ້ນໃຈໄປໝົດ ແຕ່ເຮົາມີທາງແກ້ ສາວໆຄົນໃດທີ່ມີບັນຫາຂີ້ແຮ້ດຳຕ້ອງອ່ານດ່ວນ

ສິ່ງທີ່ຄວນປະຕິບັດທຳອິດເລີຍຄືການໃຊ້ສານສົ້ມລະງັບກິ່ນແທນໂລອອນເພາະໃຊ້ແລ້ວມັກຈະມີບັນຫາຄ້າຍຄືໜັງໄກ່ເກີດຂື້ນຕາມຫຼັງ, ຖ້າບໍ່ໃຊ້ຢ່າງຕໍ່ເນື່ອງໃຫ້ໃຊ້ສານສົ້ມທາກ້ອງວົງແຂນຫຼັງຈາກອາບນ້ຳສຳເລັດແລ້ວຖູເບົາໆຈັກ 4-5 ຮອບເຮັດເປັນປະຈຳທຸກມື້ຈະຊ່ວຍໃຫ້ຂີ້ແຮ້ບໍ່ມີກິ່ນເໝັນແຖມຍັງບໍ່ເກີດຂີ້ແຮ້ດຳອີກດ້ວຍ.

ວິທີເລັ່ງດ່ວນຖ້າຢາກໃຫ້ຂີ້ແຮ້ຂາວງາມທັນໃຈຂໍແນະນຳໃຫ້ເອົາໝາກນາວມາຜ່າອອກແລ້ວນຳເອົາມາຖູກ້ອງວົງແຂນປະໄວ້ຈັກປະມານ 10-15ນາທີອາດຈະຮູ້ສຶກຄັນນັ້ນເປັນເພາະກົດຂອງໝາກນາວແຕ່ບໍ່ຕ້ອງຕົກໃຈເຮັດຢ່າງນີ້ 2-3ເທື່ອຕໍ່ອາທິດຮັບຮອງວ່າຂາວແນ່ນອນເມື່ອໄດ້ຄວາມຂາວຈາກໝາກນາວແລ້ວກໍ່ມາເພີ່ມຄວາມນຽນນຸ້ມດ້ວຍສູດນີ້ໄດ້ເລີຍ ໂດຍນຳເອົາໝາກຂາມປະສົມກັບນ້ຳເຜິ້ງສູດນີ້ບາງຄົນກໍ່ວ່າຂາວຂຶ້ນແຕ່ເຮົາລອງແລ້ວໄດ້ຜົນທາງທີ່ນຽນຸ້ມຫຼາຍກວ່າເຊິ່ງເຮັດໄດ້ງ່າຍໆພຽງແຕ່ນຳເອົາໝາກຂາມປຽກມາປະສົມກັບກັບນ້ຳເຜິ້ງແລ້ວນຳມາທາກ້ອງວົງແຂນຈາກນັ້ນປະໄວ້ 5-10 ນາທີ ເຮັດອາທິດລະ 3-4 ເທື່ອໄດ້ຜົນແທ້.

 

ຂໍ້ມູນຈາກ: ເວັບໄຊ໌ ວີທີລາວ.ຄອມ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...