spot_img
Homeຂ່າວເຫດການປກສ ຈະຈັດຕຳຫລວດຈະລາຈອນ ກວ່າ 2,500 ຄົນທົ່ວປະເທດ ເຂັ້ມງວດໄລຍະບຸນປີໃໝ່ລາວ!

ປກສ ຈະຈັດຕຳຫລວດຈະລາຈອນ ກວ່າ 2,500 ຄົນທົ່ວປະເທດ ເຂັ້ມງວດໄລຍະບຸນປີໃໝ່ລາວ!

Published on

ຂປລ. ​ເພື່ອ​ເຮັດ​ໃຫ້ການ​ສະ​ເຫລີ​ມສະຫລອງ​ປີ​ໃໝ່​ປີນີ້​ ມີ​ຄວາມ​ເບີກບານ​ມວນຊື່ນ, ​ເປັນ​ລະບຽບ ຮຽບຮ້ອຍ, ຖືກຕ້ອງ​ຕາມ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ ​ແລະ ຫລີກ​ລ້ຽງ​ຜົນ​ເສຍ​ຫາຍ​ທາງ​ດ້ານ​ຊີວິດ, ຊັບ​ສິນ ​ແລະ ສຸຂະພາບ​ຂອງ​​ປະຊາຊົນ​ບັນດາ​ເຜົ່າ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໃຫ້​ມີ​ຄວາມ​ປອດ​ໄພ.

ທ່ານ ພັນ​ໂທ ຄໍາ​ຖະຫວາຍ ​​ເພັດ​ອຸ​ໄທ ຫົວໜ້າ​ກົມ​ຕໍາຫລວດ​ຈະລາຈອນ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ຈັດ​​ຖະ​ແຫລ​ງຂ່າວຕໍ່​ສື່​ມວນ​ຊົນ ​ໃນ​ວັນ​ທີ 6 ​ເມສາ​ ນີ້​ ວ່າ:​ ກົມ​ຕໍາຫລວດ​ຈະລາຈອນ ກະຊວງ​ປ້ອງກັນ​ຄວາມ​ສະຫງົບ ​ໄດ້​ມີ​​ແຜນ​ຈັດ​ຕັ້ງປະຕິບັດວຽກງານສະກັດກັ້ນການລ່ວງລະເມີດກົດລະບຽບ ທີ່ພາໃຫ້ເກີດອຸປະຕິເຫດຈະລາຈອນທາງບົກ ໃນໄລຍະປີໃໝ່ລາວ ຄື: ​ການ​ກວດກາ​ຕາມ​ສາຍ​ທາງ​ເຂົ້າ-ອອກ​ເມືອງ ​ແລະ ​ເສັ້ນທາງ​ຫລວງ​ແຫ່ງ​ຊາດ, ​ເສັ້ນທາງ​ຍຸດທະ​ສາດ ຫລື ​ເສັ້ນທາງ​ຂອງ​ແຂວງ ​ເພື່ອ​ແນ່​ໃສ່​ເຮັດ​ໃຫ້​ວຽກ​ງານສະກັດ​ກັ້ນ ການ​ເກີດ​ອຸປະຕິເຫດ​ຕາມ​ທ້ອງ​ຖະໜົນ ​ໃນ​ທົ່ວ​ປະ​ເທດ​ໃຫ້​ຫລຸດ​ໜ້ອຍ​ຖອຍ​ລົງ ​ເຊິ່ງຈະ​ໄດ້ນໍາ​ໃຊ້​ເຈົ້າ​ໜ້າທີ່​ເຂົ້າ​ປະຕິບັດໜ້າ​ທີ່​ 2.500 ກວ່າ​ສະຫາຍ. ​​ໃນ​ນັ້ນ​ ສະ​ເພາະ​ນະຄອນຫລວງວຽງ​ຈັນ​ ຈະ​ໄດ້​ນໍາ​ໃຊ້​ເຈົ້າ​ໜ້າທີ່ 600 ກວ່າ​ສະຫາຍ ​ແລະ ຕັ້ງ​ຈຸດ​ກວດ​ທາງ​ 13 ​ເໜືອ ແລະ 13 ​ໄຕ້. ພ້ອມ​ນັ້ນ, ກໍ​ມີການ​ໂຄສະນາ​ເຜີຍ​ແຜ່​ກົດ​ຈະລາ​ຈອນ​ໃຫ້​ກວ້າງ​ຂວາງທົ່ວ​ເຖິງ ​ດ້ວຍ​ຫລາຍ​ຮູບ, ຫລາຍ​ສີ, ຫລາຍ​ວິທີ​ການ ​ເຊັ່ນ: ຈັດ​ຕັ້ງ​ພະນັກງານ​ລົງ​ເຄື່ອນ​ໄຫວ​ໂຄສະນາ​ຕາມ​ເສັ້ນທາງ, ສະຖາ​ນີລົດ​ບັນທຸກ-​ໂດຍສານ, ສະຖານ​ທີ່​ຊຸມ​ຊົນ, ຈັດ​ຕັ້ງ​ກໍາລັງ​ລົງ​ປະ​ຈໍາ​ຈຸດ, ປະ​ຈໍາ​ປ້ອມ,​ ໃນ​ເທສະບານ​ຕົວ​ເມືອງ, ສະ​ເພາະ​ປ້ອມ​ຖາວອນ 24 ຊົ່ວ​ໂມງ, ປ້ອມ​ຊົ່ວຄາວ 16 ຊົ່ວ​ໂມງ, ປະສານ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ມີ​ສ່ວນ​ຮ່ວມ​ສ້າງ​ກິດຈະ​ກໍາ​ຂັບ​ຂີ່​ປອດ​ໄພ ​ແລະ ​ເປັນເຈົ້າການ​ປ້ອງ​ກັນ, ສະກັດ​ກັ້ນ​ການ​ເກີດ​ອຸປະຕິ​ເຫດ​. ນອກ​ນີ້​​, ຈະ​ມີ​ເຈົ້າ​ໜ້າ​ທີ່​ອອກ​ກວດ​ຕາມ​ເສັ້ນທາງ​ ເຊິ່ງຈະ​ເລີ່​ມຈັດ​ຕັ້ງ​ປະຕິບັດ​ແຕ່​ວັນ​ທີ 11-17 ​ເມສາ ນີ້.

ທ່ານ ຍັງ​​​ໄດ້ຮຽກຮ້ອງມາ​ຍັງ​ຜູ້​ໃຊ້​ລົດ​-ໃຊ້​ຖະໜົນ ໃຫ້ປະຕິບັດ​ກົດ​ລະບຽບ​ຈະລາຈອນ​ຢ່າງ​ເຂັ້ມ​ງວດ, ຫ້າມ​ດື່ມ​ສິ່ງ​ມືນ​ເມົາ​ແລ້ວ​ຂັບ​ຂີ່​ລົດ, ຫ້າມ​ແລ່ນ​ລົດ​ໄວ​ເກີນ​ກໍານົດ, ຫ້າມ​ບັນທຸກ​ຂົນ​ສົ່ງສີນ​ຄ້າໜັກ ​ແລະ ຄົນ​ໂດຍສານ​ເກີນ​ກໍານົດ, ຫ້າມ​ເອົາ​ຖັງ​ນໍ້າ​ຕ່າງ​ໃສ່​ລົດ​ທຸກ​ປະ​ເພດ​ຫົດ ຫລື ສາດ​ນໍ້າ​ໃສ່​ກັນ, ຫ້າມ​ແລ່ນ​ລົດ​ເປັນ​ພືຶງ​, ເປັນ​ແພ ​ແລະ ​ແຂ່ງ​ກັນ​ຕາມ​ສາຍ​ທາງ​ຕົວ​ເມືອງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...