Homeນານາສາລະສາລະບານເດີນລົດ

ສາລະບານເດີນລົດ

Published on

page68 (1)ລົດຄັນສີມ່ວງ ມີສິດໄປກ່ອນເພາະຢູ່ກ້ຳທີ່ມີປ້າຍ ບອກສິດ ເລກທີ 3.6 “ມີສິດໄປກ່ອນ” ສ່ວນລົດບັນທຸກສີແດງ ໄປນຳຫຼັງເພາະຢູ່ກ້ຳທີ່ມີປ້າຍບອກສິດ ເລກທີ 3.5  “ລົດທີ່ສວນທາງມາມີສິດໄປກ່ອນ”

ກົດເຂົ້າທີ່ຮູບແລ່ວຈະເຫັນການເຄື່ອນໄຫວຂອງລົດ

page70ລົດເກງຄັນສີແດງຈະລ້ຽວຊ້າຍມີສິດໄປກ່ອນ ເພາະບໍ່ມີອຸປະສັກທາງກ້ຳຂວາ ແຕ່ສົດສີແດງຕ້ອງຢຸດລໍຖ້າກາງທາງ ເພື່ອປ່ອຍທາງໃຫ້ລົດເກງຄັນສີຂຽວໄປກ່ອນ ເພາະເວລານັ້ນ ລົດສີຂຽວຢູ່ກ້ຳຂວາຂອງລົດສີແດງ ລົດສີມ່ວງໄປຊື່ທີ່ສອງ ເພາະຫຼັງຈາກລົດສີແດງຜ່ານໄປແລ້ວ ບໍ່ມີອຸປະສັກຈາກທາງກ້ຳຂວາ ລົດສີຂຽວຈະໄປຊື່ ຕ້ອງປ່ອຍທາງໃຫ້ລົດສີມ່ວງໄປກ່ອນ ແລ້ວຈຶ່ງໄປໄດ້

ກົດເຂົ້າທີ່ຮູບແລ່ວຈະເຫັນການເຄື່ອນໄຫວຂອງລົດ

page71ລົດເກງສີແດງ ແລະ ລົດບັນທຸກໜັກສີຂຽວໄປພ້ອມກັນ ລົດເກງສີເຫຼືອງຢຸດປ່ອຍທາງໃຫ້ ລົດສີແດງໄປກ່ອນ ເພາະລົດສີແດງຢູ່ທາງໃຫຍ່

ກົດເຂົ້າທີ່ຮູບແລ່ວຈະເຫັນການເຄື່ອນໄຫວຂອງລົດ

page72

ລົດເກງສີແດງ ໄປກ່ອນເພາະບໍ່ມີອຸປະສັກທາງກ້ຳຂວາ ລົດເກງສີຂຽວໄປຕາມຫຼັງ

ກົດເຂົ້າທີ່ຮູບແລ່ວຈະເຫັນການເຄື່ອນໄຫວຂອງລົດ

page76ລົດສີຂຽວໄປຊື່ກ່ອນ ເພາະຢູ່ທາງທີ່ເປີດໄຟຂຽວ ລົດສີຟ້າຈະລ້ຽວຂວາ ໄປຕາມທາງຂອງລູກສອນ ຕ້ອງປ່ອຍທາງໃຫ້ຄົນຍ່າງຂ້າມໄປກ່ອນ ແລະປ່ອຍໃຫ້ລົດສີຂຽວໄປກ່ອນ ແລ້ວລົດສີເຫຼືອງຈຶ່ງໄປ ຫ້າມສັນຈອນເພາະຢູ່ສາຍທາງໄຟແດງ

 ກົດເຂົ້າທີ່ຮູບແລ່ວຈະເຫັນການເຄື່ອນໄຫວຂອງລົດ

page74

ລົດບັນທຸກສີແດງໄປກ່ອນ ເພາະຢູ່ທາງໃຫຍ່ ລົດເກງສີເຫຼືອງໄປຕາມຫຼັງ ເພາະຢູ່ທາງທີ່ມີປ້າຍບອກສິດ 3.3 “ປ່ອຍທາງ
ກົດເຂົ້າທີ່ຮູບແລ່ວຈະເຫັນການເຄື່ອນໄຫວຂອງລົດ

page73

ລົດເກງສີແດງ ແລະ ລົດສີຂຽວໄປພ້ອມກັນ ແຕ່ກ່ອນລົດສີຂຽວຈະລ້ຽວຊ້າຍ ຕ້ອງປ່ອຍໃຫ້ລົດສີແດງໄປຊື່ກ່ອນ ເພາະເວລານັ້ນ ລົດສີແດງຢູ່ທາງກ້ຳຂວາຂອງລົດສີຂຽວ
ກົດເຂົ້າທີ່ຮູບແລ່ວຈະເຫັນການເຄື່ອນໄຫວຂອງລົດ

 

ຂໍ້ມູນຈາກ: ຂັບຂີ່ປອດໄພ

 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...