spot_img
Homeຂ່າວຕ່າງປະເທດຜູ້​ບໍລິຫານ​ລະດັບ​ສູງສາຍ​ການ​ບິນມາ​ເລ​ເຊຍ ​​​ເປີດ​ເຜີຍ​ມີ​ຜົນ​ກຳ​ໄລ​ຕໍ່​ເດືອນ​ຄັ້ງ​ທຳ​ອິດ​​ໃນ​ຮອບ​ຫລາຍ​ປີ

ຜູ້​ບໍລິຫານ​ລະດັບ​ສູງສາຍ​ການ​ບິນມາ​ເລ​ເຊຍ ​​​ເປີດ​ເຜີຍ​ມີ​ຜົນ​ກຳ​ໄລ​ຕໍ່​ເດືອນ​ຄັ້ງ​ທຳ​ອິດ​​ໃນ​ຮອບ​ຫລາຍ​ປີ

Published on

ຄຣິສຕອບ ມຸລ​ເລີ ປະທານບໍລິຫານ​ບໍລິສັດ​ມາ​ເລ​ເຊຍ ​ແອ​ລາຍ​ກ່າ​ວວ່າ ສາຍ​ການບິນ​ມີ​ລາຍ​ງານ​ຜົນ​ກຳ​ໄລ​ຕໍ່​ເດືອນ​ເປັນ​ຄັ້ງ​ທຳ​ອິດ​ເມື່ອ​ເດືອນ​ກຸມພາ ນັບ​ເປັນ​ຕົວ​ເລກ​ກຳ​ໄລລາ​ຍ​ເດືອນ​ຄັ້ງ​ທຳ​ອິດ​ໃນຮອບ​ຫຼາຍ​ປີ ​ແລະ​ກຳລັງ​​ເຂົ້າ​ສູ່​ແດນ​ບວກ​ພາຍ​ໃນ​ປີ 2018.

ຖະ​ແຫລ​ງການ​ລະບຸ​ວ່າ ສາຍ​ການບິນ​ມາ​ເລ​ເຊຍມີ​ຜົນ​ກໍາ​ໄລ​ຕໍ່​ເດືອນ​ແລ້ວ ​ແລະ​ເປັນ​ສັນຍານວ່າ​ຈະ​ກັບ​ມີ​ກໍາ​ໄລ​ຕາມ​ປົກກະຕິ​ອີກ​ຄັ້ງ ຂະນະ​ທີ່​ຕຸ້ນ​ທຶນຫລຸດລົງ ຊຶ່ງ​ເປັນ​ຜົນ​ມາ​ຈາກ​ຄ່າ​ເຊື້​ອ​​ໄຟ​ຕົກ​ຕໍ່າລົງ ຫຼັງ​ຈາກ​ທີ່​ເກີດ​ເຫດ​ວິ​ກິດ​ກັບ​ຖ້ຽວ​ບິນ​ສາຍ​ການບິນ​ມາ​ເລ​ເຊຍ​ສອງ​ຄັ້ງ​ເມື່ອ​ປີ 2014, ​ແນວ​ໃດ​ກໍ່ຕາມ ຜູ້​ບໍລິຫານ​ກ່າວ​ວ່າ ບັນຫາ​ໃຫຍ່​ຍັງ​ລວມ​ເຖິງ​ເສັ້ນທາງ​ບິນ​ທີ່​ຍັງ​ບໍ່​ແນ່ນອນ ຕົ້ນ​ທຶນ​ຄ່າ​ໃຊ້​ຈ່າຍ​ສູງ ​ແລະ​ລະບົບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຍັງ​ບໍ່​ທັນ​ສະ​ໄໝ; ທ້າວ ມຸລ​ເລີ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເຂົ້າ​ມາ​ບໍລິຫານ​ເມື່ອ​ກວ່າ​ປີ​ກ່ອນ​ເພື່ອ​ຍົກ​ເຄື່ອງສາຍ​ການບິນ​ຕາມ​ແຜນ​ມູນ​ຄ່າ 1.500 ລ້ານ​ໂດ​ລາ ຊຶ່ງ​ລວມ​ເຖິງ​ການ​ຫລຸດ​ຕຳ​ແໜ່​ງງານ 6.000 ຕຳ​ແໜ່​ງ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...